ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານສະຫະລັດ ປະສົບກັບອາການບາດເຈັບທາງສະໝອງຮຸນແຮງ ໃນການໂຈມຕີ ໂດຍກຸ່ມທີ່ໄດ້ຮັບການສະໜັບສະໜຸນຈາກອີຣ່ານ ຢູ່ຊີເຣຍ


ແຟ້ມຮູບ-ໂຄສົກຂອງທໍານຽບ 5 ແຈ, ພົນຈັດຕະວາ ແພັດ ໄຣເດີ້ ຖະແຫຼງຂ່າວສັ້ນຢູ່ທີ່ທໍານຽບ 5 ແຈ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 10 ກຸມພາ 2023.
ແຟ້ມຮູບ-ໂຄສົກຂອງທໍານຽບ 5 ແຈ, ພົນຈັດຕະວາ ແພັດ ໄຣເດີ້ ຖະແຫຼງຂ່າວສັ້ນຢູ່ທີ່ທໍານຽບ 5 ແຈ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 10 ກຸມພາ 2023.

ການໂຈມຕີຕໍ່ກອງກໍາລັງຂອງສະຫະລັດ 4 ຄັ້ງ ຢູ່ໃນຊີເຣຍ ໂດຍພວກຫົວຮຸນແຮງທີ່ອີຣ່ານໜຸນຫຼັງ ໃນອາທິດທີ່ຜ່ານມາ ລວມທັງການໂຈມຕີນຶ່ງຄັ້ງທີ່ເຮັດໃຫ້ພະນັກງານສັນຍາຈ້າງຂອງສະຫະລັດເສຍຊີວິດ ສົ່ງຜົນເຮັດໃຫ້ບັນດາສະມາຊິກທາງທະຫານຂອງສະຫະລັດຢ່າງໜ້ອຍ 6 ຄົນ ໄດ້ຮັບບາດເຈັບທາງສະໝອງຢ່າງຮຸນແຮງ, ອີງຕາມລາຍງານຈາກໂຄສົກຂອງທໍານຽບ 5 ແຈ ພົນຈັດຕະວາ ແພັດ ໄຣເດີ (Pat Ryder) ກ່າວຕໍ່ບັນດານັກຂ່າວໃນວັນພະຫັດວານນີ້.

ໃນການໂຈມຕີຄັ້ງທໍາອິດ, ຢູ່ທີ່ຖານທັບໃກ້ກັບຮາຊາກາໃນວັນພະຫັດທີ່ຜ່ານມາ, ເຮືອບິນບໍ່ມີຄົນຂັບສະຫຼະຊີບ ທີ່ຜະລິດໂດຍອີຣ່ານ ໄດ້ສັງຫານພະນັກງານສັນ ຍາຈ້າງຂອງກອງທັບສະຫະລັດຄົນນຶ່ງ, ເຮັດໃຫ້ສະມາຊິກທະຫານຂອງສະຫະ ລັດ 5 ຄົນ ແລະພະນັກງານສັນຍາຈ້າງ 1 ຄົນບາດເຈັບ, ໂດຍສະມາຊິກຂອງກອງທັບອີກ 4 ຄົນ ໄດ້ຮັບບາດເຈັບທາງສະໝອງຢ່າງຮຸນແຮງ, ອີງຕາມການກ່າວຂອງກອງທັບສະຫະລັດ.

ແຫຼ່ງຂ່າວຂອງກອງທັບສະຫະລັດຄົນນຶ່ງ ຜູ້ທີ່ບໍ່ປະສົງເປີດເຜີຍຕົນເອງ ເນື່ອງຈາກບໍ່ໄດ້ຮັບອະນຸຍາດໃຫ້ເວົ້ານໍາອົງການຂ່າວ ກ່າວວ່າ ເຮືອບິນບໍ່ມີຄົນຂັບທີ່ໃຊ້ເຂົ້າໃນການໂຈມຕີດັ່ງກ່າວມານີ້ ແມ່ນໂດຣນ Qasef-1 ທີ່ຜະລິດໂດຍອີຣ່ານ.

ສະຫະລັດ ໄດ້ດໍາເນີນການຕອບໂຕ້ໃນວັນພະຫັດວານນີ້ ໃນອັນທີ່ກອງບັນຊາການກາງຂອງສະຫະລັດໃນ​ພາກ​ຕາ​ເວັນ​ອອກ​ກາງ ຮ້ອງວ່າ ເປັນການໂຈມຕີ ຕາມສັດສ່ວນ ແລະໂດຍເຈດຕະນາຕໍ່ຫຼາຍສະຖານທີ່ ໂດຍກຸ່ມທີ່​ເປັນ​ເຄືອ​ຂ່າຍກໍາລັງພິທັກການປະຕິວັດອິສລາມ ຂອງອີຣ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG