ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບສະຫະລັດ ໂຈມຕີເປົ້າໝາຍ ສອງແຫ່ງໃນຊີເຣຍ


ໂຄສົກທຳນຽບຫາແຈ, ນາຍພົນຈັດຕະວາ ແພຕຣິກ ຣາຍເດີ ກ່າວຢູ່ທຳນຽບຫ້າແຈ ໃນວັນທີ 26 ຕຸລາ 2023 ຢູ່ນະຄອນຫຼວງວໍຊິງຕັນ. ກອງທັບສະຫະລັດ ໄດ້ທຳການໂຈມຕີທາງອາກາດ ໃນຕອນເຊົ້າວັນສຸກນີ້ ໃສ່ສອງສະຖານທີ່ໃນພາກຕາເວັນອອກຂອງຊີເຣຍ ທີ່ພົວພັນກັບກອງກຳລັງພິທັກປະຕິວັດອິສລາມຂອງອີຣ່ານ, ທຳນຽບຫ້າແຈ ໄດ້ກ່າວ.
ໂຄສົກທຳນຽບຫາແຈ, ນາຍພົນຈັດຕະວາ ແພຕຣິກ ຣາຍເດີ ກ່າວຢູ່ທຳນຽບຫ້າແຈ ໃນວັນທີ 26 ຕຸລາ 2023 ຢູ່ນະຄອນຫຼວງວໍຊິງຕັນ. ກອງທັບສະຫະລັດ ໄດ້ທຳການໂຈມຕີທາງອາກາດ ໃນຕອນເຊົ້າວັນສຸກນີ້ ໃສ່ສອງສະຖານທີ່ໃນພາກຕາເວັນອອກຂອງຊີເຣຍ ທີ່ພົວພັນກັບກອງກຳລັງພິທັກປະຕິວັດອິສລາມຂອງອີຣ່ານ, ທຳນຽບຫ້າແຈ ໄດ້ກ່າວ.

ກອງກຳລັງຂອງສະຫະລັດ ໄດ້ໂຈມຕີສະຖານທີ່ສອງແຫ່ງໃນພາກຕາເວັນອອກຂອງຊີເຣຍ ທີ່ໄດ້ຖືກນຳໃຊ້ໂດຍກອງກຳລັງພິທັກປະຕິວັດອິສລາມຂອງອີຣ່ານ ແລະກຸ່ມໃນເຄືອຂ່າຍ ໃນຊ່ວງຕອນເຊົ້າຂອງວັນສຸກມື້ນີ້.

ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານລອຍ ອັອສຕິນ (Lloyd Austin) ກ່າວໃນຖະແຫຼງການສະບັບນຶ່ງວ່າ “ການໂຈມຕີປ້ອງກັນຕົນເອງແບບແມ່ນຍໍາເຫຼົ່ານີ້ ແມ່ນເປັນການຕອບໂຕ້ຕໍ່ການໂຈມຕີຢ່າງຕໍ່ເນື່ອງ ແລະ ບໍ່ປະສົບຜົນສຳເລັດ ຕໍ່ເຈົ້າໜ້າທີ່ສະຫະລັດໃນອີຣັກ ແລະ ຊີເຣຍ ໂດຍກຸ່ມທະຫານບ້ານທີ່ໄດ້ຮັບການສະໜັບສະໜຸນຈາກອີຣ່ານ ທີ່ໄດ້ເລີ່ມຂຶ້ນໃນວັນທີ 17 ຕຸລານີ້.”

ທ່ານກ່າວຕື່ມວ່າ "ທ່ານປະທານາທິບໍດີ ບໍ່ມີບຸລິມະສິດໃດສຳຄັນຫຼາຍກວ່າຄວາມປອດໄພຂອງບຸກຄະລາກອນສະຫະລັດ, ແລະທ່ານໄດ້ຊີ້ນຳໃຫ້ດຳເນີນການໃນມື້ນີ້ ເພື່ອເຮັດໃຫ້ເປັນທີ່ຈະແຈ້ງວ່າ ສະຫະລັດຈະບໍ່ອົດທົນ ຕໍ່ການໂຈມຕີດັ່ງກ່າວ ແລະຈະປົກປ້ອງຕົນເອງ, ບຸກຄະລາກອນ, ແລະຜົນປະໂຫຍດຂອງສະຫະລັດ."

ເຈົ້າ​ໜ້າ​ທີ່​ທະ​ຫານ​ອາ​ວຸ​ໂສ​ຄົນ​ນຶ່ງ​ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ເຮືອບິນ F-16 ສອງ​ລຳ ​ໄດ້​ໃຊ້ອາວຸດ​ທີ່​ມີ​ຄວາມແມ່ນຍໍາໂຈມຕີສະຖານທີ່ເກັບມ້ຽນ​ອາ​ວຸດ ແລະ​ເກັບ​ມ້ຽນ​ລູກ​ປືນທີ່​ຢູ່​ໃກ້​ກັບ​ເມືອງ ອາບູ ກາມາລ (Abu Kamal). ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ສາມາດ​ລະບຸ​ໄດ້​ໃນ​ເວລາ​ນີ້​ວ່າ ​ມີ​ຜູ້​ເສຍ​ຊີວິດໃນລະຫວ່າງການໂຈມຕີດັ່ງກ່າວ ​ຫຼື​ບໍ່​.

“ພວກ​ເຮົາ​ໄດ້ໂຈມຕີ​ເປົ້າ​ໝາຍ​ຢ່າງແມ່ນຍໍາ ,” ເຈົ້າ​ໜ້າ​ທີ່​ກ່າວ.

ເຈົ້າ​ໜ້າ​ທີ່​ທະ​ຫານ​ອາ​ວຸ​ໂສ​ອີກ​ຄົນ​ນຶ່ງ​ກ່າວ​ວ່າ ກອງ​ກຳ​ລັງ​ສະຫະລັດໃນ​ປະ​ເທດ​ອີ​ຣັກ ແລະ ຊີ​ເຣຍ ບັດນິ້ ໄດ້​ຖືກ​ໂຈມ​ຕີ​ດ້ວຍໂດຣນ ຫຼື​ຈະຫຼວດ​ຢ່າງນ້ອຍ 19 ຄັ້ງ​ ໃນ​ຊຸມ​ມື້​ທີ່ຜ່ານ​ມາ. ວີ​ໂອ​ເອ​ໄດ້​ຢືນຢັນການໂຈມຕີດັ່ງກ່າວແລ້ວ 17 ​ຄັ້ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG