ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ​ສະ​ຫະ​ລັດ ກັບ​ຄືນ​ສູ່​ຟີ​ລິບ​ປິນ ເພື່ອ​ຮັບ​ມື​ກັບ​ການ​ຂົ່ມ​ຂູ່​ຈາກຈີນ


US Military Gets Access to 4 More Philippine Bases
please wait

No media source currently available

0:00 0:02:13 0:00

ສະ​ຫະ​ລັດ ສາ​ມາດ​ນຳ​ໃຊ້​ຄ້າຍ​ທະ​ຫານ​ຟີ​ລ​ິບ​ປີນ​ຕື່ມ​ອີກ 4 ແຫ່ງ

ຄັ້ງ​ນຶ່ງ​ເຄີຍ​ເປັນ​ບັງ​ເກີ້​ລັບ​ເກັບ​ອາ​ວຸດ​ໃຕ້​ດິນແ​ລະ​ຄ້າຍ​ທະ​ຫານ​ທີ່​ຖືກ​ປະ​ຖິ້ມໃຫ້ຮົກ​ຮ້າງ​ ​ເຕັມ​ໄປ​ດ້ວຍ​ຫຍ້າ ຊຶ່ງ​ເປັນ​ຮ່ອງ​ຮອຍ​ຂອງ​ອິດ​ທິ​ພົນ​ຂອງ​ກຳ​ລັງ​ທະ​ຫານອ​າ​ເມ​ຣິ​ກັນ ໃນ​ອັນ​ທີ່​ເຄີຍ​ເປັນຖານ​ທັບ​ເຮືອ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ສະ​ຫະ​ລັດ​ ຢູ່​ໃນ​ຕ່າງ​ປະ​ເທດທີ່​ອ່າວ​ຊູ​ບິກໃນ​ພາກ​ເໜືອ​ຂອງ​ຟີ​ລິບ​ປິນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ແຕ່ນັ້ນ​ອາດ​ຈະ​ມີ​ການ​ປ່ຽນ​ແປງ​ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້.

ສະ​ຫະ​ລັດ​ໄດ້​ເອົາ​ບາດ​ກ້າ​ວ​ເພື່ອ​ບູ​ລະ​ນະ​ສ້າງ​ຄືນ​ໃໝ່​ອິດ​ທິ​ພົນ​ທາງ​ດ້ານ​ທະ​ຫານ​ຂອງ​ຕົນ​ຢູ່​ໃນ​ຟີ​ລິບ​ປິນ 30 ກວ່າ​ປີ​ຫຼັງ​ຈາກ​ຖານ​ທັບ​ແຫ່ງ​ນີ້​ໄດ້​ປິດ​ລົງ​ໃນ​ປະ​ເທດ ແລະ​ມີ​ການ​ເສີມ​ຂະ​ຫຍາຍ​ການ​ເປັນ​ພັນ​ທະ​ມິດ​ທາງ​ທະ​ຫານ​ເພີ້ມ​ຂຶ້ນ​ຢູ່​ໃນ​ເຂດ​ເອ​ເຊຍ ຊຶ່ງ​ມີ​ຄວາມ​ແຕກ​ຕ່າງ​ຢ່າງ​ໃຫຍ່​ ກັບສະ​ໄໝ​ຫຼັງ​ສົງ​ຄາມ​ເຢັນ ໃນ​ເວ​ລາ​ທີ່​ມີ​ການມອງ​ເຫັນ​ໄພ​ຂົ່ມ​ຂູ່​ໃໝ່ທີ່​ມີ​ຕໍ່​ຂົງ​ເຂດຄື​ການ​ເອົາ​ທ່າ​ທີ​ທີ່​ເປັນ​ປໍ​ລະ​ປັກ​ຫຼາຍ​ຂຶ້ນ​ຂອງ​ຈີນ.

ເມື່ອ​ວັນ​ທີ 2 ກຸມ​ພາ​ຜ່ານ​ມານີ້ ປະ​ເທດ​ພັນ​ທະ​ມິດ​ເປັນ​ເວ​ລາ​ຍານ​ນານ​ທັງ​ສອງ ​ໄດ້​ປະ​ກາດ​ການ​ສົ່ງ​ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ​ເພື່ອ​ໄປ​ປະ​ຈຳ​ການ​ແບບ​ໝູນ​ວຽນ ຢູ່​ຄ້າຍ​ທະ​ຫານ​ຟີ​ລິບ​ປິນ​ຕື່ມ​ອີກ 4 ແຫ່ງ ນອກ​ຈາກ​ຢູ່​ທີ່​ຄ້າຍ​ທະ​ຫານ 5 ແຫ່ງຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ​ທີ່​ມີ​ຢູ່​ແລ້ວ​ໃນ​ເວ​ລານີ້ ບ່ອນ​ທີ່​ການ​ກໍ່​ສ້າງຄ້າຍ​ທະ​ຫານ ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ ຈາກ​ສະ​ຫະ​ລັດ ມີ​ຄວາມ​ໄວ​ເພີ້ມ​ຂຶ້ນ ພ້ອມ​ທັງ​ສາງ​ເກັບ​ເຄື່ອງ​ແລະ​ຕຶກ​ອາ​ຄານ​ອື່ນໆ ຢູ່​ໃນ​ດິນ​ແດນ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ ຕະ​ຫຼອດ​ທັງ ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ທີ່​ຈີນ ​ຈະ​ຮຸກ​ຮານ​ໄຕ້​ຫວັນ ຊຶ່ງ​ປັກ​ກິ່ງ​ຖື​ວ່າ ເປັນ​ດິນແດນຂອງ​ຕົນ ທີ່​ຈະ​ຕ້ອງ​ຖືກ​ນຳ​ກັບ​ຄືນ​ມາ​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງຂອງ​ຈີນ ໂດຍ​ກຳ​ລັງ​ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ.

ຢູ່​ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ​ຖານ​ທັບ​ເຮືອ​ເກົ່າ​ຂອງ​ສະ​ຫະ​ລັດ ທີ່​ອ່າວ​ຊູ​ບິກນັ້ນ ເວ​ລາ ນີ້ແມ່ນ​ເປັນ​ທ່າ​ເຮືອ​ການ​ຄ້າ​ ແລະ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຜູ້​ຄົນ​ໄປ​ມາ​ຢ່າງ​ບໍ່​ຂາດ​ສາຍ ຢູ່​ທາ​ງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ຂອງ​ນະ​ຄອນ​ມະ​ນີ​ລາ ຊຶ່ງ​ຂ່າວ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ຟີ​ລິບ​ປິນ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ອາ​ເມ​ຣິ​ກັນເສີມ​ຂະ​ຫຍາຍ​ການ​ມີ​ໜ້າ​ທາງ​ທະ​ຫານ​ ພາ​ໃຫ້​ເກີດ​ມີ​ຄວາມ​ຊົງ​ຈຳ​ໃນ​ສະ​ໄໝ​ທີ່​ທະ​ຫານເຮືອອາ​ເມ​ຣິ​ກັນຫຼາຍໆ​ພັນ​ຄົນ​ໃຊ້​ຈ່າຍ​ເງິນ​ຢ່າງ​ຫຼວງ​ຫຼາຍ ​ເຮັດ​ໃຫ້​ມີຊີ​ວິດ​ ແລະ​ຄວາມ​ຫວັງ​ຄ້າຍ​ຄື​ກັນ​ກັບໂອ​ລອງ​ກາ​ໂປ​ ທີ່​ຕັ້ງ​ຢູ່​ໃກ້​ຄຽງ.

ນັກ​ທຸ​ລະ​ກິດ​ຟີ​ລິບ​ປິນ ທ່ານເອ​ເຈ ຊາ​ລີ​ບາ (AJ Saliba) ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ​ໃນ​ການ​ໃຫ້​ສຳ​ພາດ​ທີ່​ຮ້ານ​ແລກ​ເງິນ​ແລະ​ດົນ​ຕີ ໃນ​ອັນ​ທີ່​ເຄີຍ​ເປັນ​ຮ້ານ​ເຕັ້ນ​ໂປ້​ໄຟ​ແພງ​ທີ່​ສູດ​ສາດ​ໂອ​ລອງ​ກາ​ໂປ​ວ່າ “ໂອ​ລອງ​ກາ​ໂປ​ແມ່ນ​ຄື​ກັນ​ກັບ​ລາ​ສ​ເວ​ກາ​ສ​ໃນ​ເວ​ລານັ້ນ.”

ອ​່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG