ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງສະຫະລັດ ຖືກໂຈມຕີ 4 ຄັ້ງ ໃນອີຣັກ ແລະ ຊີເຣຍ ພາຍໃນບໍ່ເທົ່າໃດຊົ່ວໂມງ


ແຟ້ມພາບ - ຮູບຖ່າຍທາງອາກາດທີ່ຖ່າຍຈາກເຮລີຄ໊ອບເຕີ້ ໃນວັນທີ 29 ທັນວາ 2019 ສະແດງໃຫ້ເຫັນຖານທັບອາກາດ Ain al-Asad ໃນທະເລຊາຍ ອັນບາ (Anbar) ທາງຕາເວັນຕົກຂອງອີຣັກ. ຖານທັບດັ່ງກ່າວ ເປັນນຶ່ງໃນສະຖານທີ່ຂອງສະຫະລັດ ທີ່ຖືກໂຈມຕີ ໃນວັນທີ 23 ພະຈິກ 2023.
ແຟ້ມພາບ - ຮູບຖ່າຍທາງອາກາດທີ່ຖ່າຍຈາກເຮລີຄ໊ອບເຕີ້ ໃນວັນທີ 29 ທັນວາ 2019 ສະແດງໃຫ້ເຫັນຖານທັບອາກາດ Ain al-Asad ໃນທະເລຊາຍ ອັນບາ (Anbar) ທາງຕາເວັນຕົກຂອງອີຣັກ. ຖານທັບດັ່ງກ່າວ ເປັນນຶ່ງໃນສະຖານທີ່ຂອງສະຫະລັດ ທີ່ຖືກໂຈມຕີ ໃນວັນທີ 23 ພະຈິກ 2023.

ກອງ​ກຳ​ລັງ​ສະ​ຫະ​ລັດ ​ໄດ້​ຖືກ​ໂຈມ​ຕີ 4 ຄັ້ງ​ ໃນ ​ອີ​ຣັກ ແລະ ຊີ​ເຣຍ ໃນ​ວັນ​ພະ​ຫັດ​ຜ່ານ​ມາ ດ້ວຍ​ລູກ​ສອນ​ໄຟ ແລະ​ໂດຣນຕິດອາວຸດ ແຕ່​ບໍ່​ມີ​ຜູ້​ເສຍ​ຊີ​ວິດ ຫຼື​ຄວາມ​ເສຍ​ຫາຍ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ເຈົ້າ​ໜ້າ​ທີ່​ທະ​ຫານ​ອາ​ເມຣິ​ກາ​ກ່າວ​, ອິງຕາມອົງການຂ່າວຣອຍເຕີສ໌.

ໂດຍບໍ່ມີການເປີດເຜີຍຊື່, ເຈົ້າ​ໜ້າ​ທີ່ຄົນດັ່ງກ່າວ ໄດ້​ກ່າວ​ວ່າ ກອງກຳລັງສະຫະ ລັດ ​ແລະ ກອງກຳລັງສາກົນ​ ໄດ້ຖືກໂຈມ​ຕີ ຢູ່ 2 ​ແຫ່ງ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີເຣຍ ດ້ວຍ​ລູກ​ສອນ​ໄຟ​ຫຼາຍ​ລູກ ​ແລະ​ ​ໂດ​ຣນ​ສະ​ຫຼະ​ຊີບ.

ໃນອີຣັກ, ໂດຣນສະ​ຫຼະ​ຊີບ ຫຼາຍລຳໄດ້ຖືກປ່ອຍຂຶ້ນ ຢູ່ທີ່ຖານທັບອາກາດ ເອນ ອາລ-ອາຊາດ (Ain Al-Asad) ທາງຕາເວັນຕົກຂອງນະຄອນຫຼວງ ແບັກແດດ ແລະ ໂດຣນອີກລຳນຶ່ງ ຖືກປ່ອຍຂຶ້ນຢູ່ຖານທີ່ໝັ້ນ ຂອງກອງກຳລັງສະຫະລັດ ໃກ້ກັບສະ​ໜາມບິນ​ເອີບິລ (Irbil) ໃນພາກເໜືອຂອງອີຣັກ.

ກຸ່ມ​ທີ່​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ກຸ່ມ​ຕໍ່ຕ້ານ​ອິສລາມ​ໃນ​ອີຣັກ, ​ເຊິ່ງນັກວິ​ເຄາະ​ກ່າວ​ວ່າ​ເປັນ​ການຮວມ​ຕົວທັງໝົດ​ຂອງ​ກຸ່ມຕິດ​ອາວຸດ​ອີຣັກທີ່​ສະໜັບສະໜູນໂດຍອີຣ່ານ ຫຼາຍ​ກຸ່ມ, ​ໄດ້ສະແດງຄວາມຮັບຜິດຊອບ ຕໍ່ການ​ໂຈມ​ຕີ​ສະຖານ​ທີ່​ເຫຼົ່າ​ນັ້ນ​ ໃນຊ່ວງເຊົ້າຂອງວັນ.

ການ​ໂຈມ​ຕີ​ດັ່ງກ່າວ ເກີດ​ຂຶ້ນ​ນຶ່ງ​ມື້ ​ຫລັງ​ຈາກທີ່​ສະຫະລັດ ​ໄດ້​ໂຈມ​ຕີ​ກຸ່ມ​ ຄາຕີບ ເຮັສໂບລລາ (Kataeb Hezbollah) ຫລື KH ທີ່​ມີ​ພັນທະ​ມິດ​ກັບ​ອີຣ່ານທາງພາກໃຕ້ຂອງແບັກແດດ ​ໃນ​ການ​ໂຈມ​ຕີ​ທີ່ KH ກ່າວ​ວ່າ ​ໄດ້​ເຮັດ​ໃຫ້​ສະມາຊິກ 8 ຄົນຂອງ​ຕົນ​ເສຍ​ຊີວິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG