ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ມີການແນະນໍາໃຫ້ ສະຫະລັດປັບປຸງອາຫານ ທີ່ນໍາໄປຊ່ວຍຕ່າງປະເທດນັ້ນ ໃຫ້ມີຄຸນຄ່າ ທາງໂພຊະນາການ ຫລາຍຂຶ້ນ


ພາບເດັກນ້ອຍ ອາຍຸລະຫວ່າງ 4 ຫາ 5 ປີ ທີ່ຂາດທາດໂພຊະນາການ ຫລືຂາດທາດອາຫານທີ່ຖືກຕ້ອງເພື່ອຫລໍ່ລ້ຽງຮ່າງກາຍ
ພາບເດັກນ້ອຍ ອາຍຸລະຫວ່າງ 4 ຫາ 5 ປີ ທີ່ຂາດທາດໂພຊະນາການ ຫລືຂາດທາດອາຫານທີ່ຖືກຕ້ອງເພື່ອຫລໍ່ລ້ຽງຮ່າງກາຍ

ເມື່ອວັນອັງຄານ ທີ 26 ເມສາ ຜ່ານມານີ້ ທີ່ນະຄອນຫລວງວໍຊິງຕັນດີຊີ ໄດ້ມີການ ເປີດເຜີຍລາຍງານກ່ຽວກັບຄໍາແນະນໍາ ເພື່ອເຮັດໃຫ້ອາຫານທີ່ ສະຫະລັດນໍາໄປຊ່ວຍ ເຫລືອຕ່າງປະເທດນັ້ນ ມີຄຸນຄ່າທາງໂພຊະນາການຫລາຍຂຶ້ນ ລາຍງານສະບັບໃໝ່ ນີ້ສະເໜີແນະໃຫ້ ທໍາການປ່ຽນແປງທີ່ສໍາຄັນຫລາຍປະການ ໃນສ່ວນປະກອບຂອງ ພວກອາຫານ ທີ່ສະຫະລັດໄດ້ນໍາໄປຊ່ວຍເຫລືອພວກຄົນທຸກຈົນທັງຫລາຍຢູ່ໃນທົ່ວ ໂລກນັ້ນ. ທອງປານມີ ເລຶ່ອງນີ້ ມາສະເໜີທ່ານ.

ສະຫະລັດແມ່ນເປັນຜູ້ຊ່ວຍເຫລືອດ້ານສະບຽງອາຫານລາຍ ໃຫຍ່ທີ່ສຸດຂອງໂລກ ຊຶ່ງ​ການ​ຊ່ວຍ​ເຫລືອ​ນັ້ນ​ໄດ້ໄປຮອດ ໄປເຖິງປະຊາຊົນ 55 ລ້ານຄົນໃນ 46 ປະເທດເມື່ອປີ ຜ່ານມາ ອິງຕາມອົງການພັທະນາລະຫວ່າງປະເທດຂອງ ສະຫະລັດ ຫລື ຢູເສດ.

ການຊ່ວຍເຫລືອດັ່ງກ່າວນີ້ຂອງສະຫະລັດແມ່ນໄດ້ຊ່ວຍ ຫລາຍລ້ານຊີວິດ​ໄວ້ ຕະຫລອດໄລຍະຫລາຍປີຜ່ານມາ ​ແຕ່ທ່ານ Patrick Webb ປະຈໍາມະຫາວິທະຍາໄລ Tufts University ກ່າວວ່າ ຍັງຂາດບາງສິ່ງບາງຢ່າງຢູ່

ທ່ານ ເວບ ກ່າວວ່າ “ໄດ້​ມີ​ຄວາມ​ຮູ້ສຶກ​ກັນ​ວ່າ ຕາບໃດທີ່​ເຮົາ​ເອົາອາຫານໄປ​ຊ່ວຍ​ ກໍຖືວ່າ​ເປັນ​ການພຽງພໍແລ້ວ ແລະແທ້ໆແລ້ວສິ່ງທີ່ພວກເຮົາໄດ້​ພະຍາຍາມໂຕ້​ແຍ້​ງ ແລະສະແດງອອກໃຫ້ເຫັນ ກໍ​ຄື​ວ່າ ບໍ່ ມັນບໍ່ເປັນແນວນັ້ນ ຄື ບໍ່​ແມ່ນ​ວ່າອາຫານ ເກົ່າອັນ​ໃດກໍ​ພຽງພໍ​ແລ້ວ.”

ທ່ານເວບ ກ່າວຕໍ່ໄປວ່າ ​ຂໍ້​ນີ້ແມ່ນເປັນຄວາມຈິງ ໂດຍສະເພາະສໍາລັບ ພວກເດັກນ້ອຍ. ໃນລາຍງານຜົນ​ການ​ຄົ້ນ​ຄ້ວາໃໝ່ສະບັບນຶ່ງທີ່ອົງການຢູເສດວ່າ​ຈ້າງ​ໃຫ້​ເຮັດ​ຂຶ້ນ​ນັ້ນ ທ່ານ ເວບ ແລະທີມຮ່ວມງານຂອງທ່ານໄດ້ໃຫ້ຂໍ້ສັງເກດວ່າ ການ​ໄດ້​ຮັບອາຫານທີ່ຂາດທາດ
ໂພຊະນາການໃນ 1000 ມື້ທໍາອິດຂອງຊີວິດ ຄືເລີ່ມຈາກຕັ້ງແຕ່ຢູ່ໃນທ້ອງແມ່ ຈົນເຖິງ
ອາຍຸສອງຂວບ ກໍສາມາດສ້າງຄວາມເສຍຫາຍຢ່າງ​ທີ່​ປົວ​ແປງ​ບໍ່​ໄດ້ ຕໍ່ການເຕີບໂຕທີ່ສົມ
ບູນ ແລະພັດທະນາການ​ທາງສະໝອງຂອງເດັກໄດ້ ຊຶ່ງສົ່ງຜົນກະທົບຕໍ່ຄວາມ​ສາມາດໃນ
ການຮໍ່າຮຽນຂອງເດັກ ແລະໃນທີ່ສຸດແລ້ວ ກໍ​ເຮັດໃຫ້ຜົນຜະລິດຂອງຊາດຫລຸດຕໍ່າລົງໄປ.

ລາຍງານໄດ້ແນະນໍາໃຫ້ຈັດຫາອາຫານທີ່ມີຄຸນຄ່າທາງໂພຊະນາການຫລາຍ ເພີ່ມຂຶ້ນແກ່ ເດັກນ້ອຍອາຍຸຕໍ່າກວ່າສອງປີ ແລະພວກແມ່ຍິງຖືພາ ຊຶ່ງທ່ານ Rajiv Shah ຜູ້ອໍານວຍ ການອົງການຢູເສດກ່າວວ່າ ລາຍງານດັ່ງກ່າວອາດຈະເປັນຕົວຊຸກຍູ້ໃຫ້ມີການປ່ຽນແປງຄັ້ງ ສໍາຄັນໃນພວກອາຫານທີ່ຈະນໍາໄປຊ່ວຍເຫລືອນັ້ນ.

ທ່ານ Rajiv Shah ກ່າວວ່າ “ພວກເຮົາຈະສຶກສາເບິ່ງຄໍາຊີ້ແນະ​ເຫລົ່າ​ນັ້ນ ​ໂດຍ
ສະ​ເພາະ​ຄໍາ​ແນະ​ນໍາກ່ຽວ​ກັບ ວິທີນໍາເອົາທາດໂປຣທີນຈາກເນື້ອສັດເຂົ້າປະສົມ
ໃສ່ໃນ ອາຫານ ເພື່ອວ່າພວກເດັກນ້ອຍຈະບໍ່​ໄດ້​ຮັບ​ແຕ່ທາດແຄໂລຣີ່ເທົ່ານັ້ນ
ແຕ່ໄດ້ຮັບທາດໂປຣທີນທີ່ຕ້ອງການໄປບໍາລຸງສະໝອງ ແລະການເຕີບໂຕຂອງ ຮ່າງກາຍນັ້ນ​ນໍາ.”

ນອກນີ້ແລ້ວ ລາຍງານຍັງໄດ້ແນະນໍາອີກໃຫ້ປັບປຸງທາດວິຕາມິນ ແລະແຮ່ທາດຢູ່ໃນອາ ຫານປະເພດເມັດແລະນໍ້າມັນພືດຊະນິດຕ່າງໆ ຊຶ່ງ​ເປັນ ເລຶ່ອງທີ່​ເຮັດ​ໄດ້​ງ່າຍ ​ແລະອາດ ໄປຮອດໄປເຖິງຜູ້ທີ່ຈະໄດ້ຮັບການ​ຊ່ວຍ​ເຫລືອ ໃນປີນີ້. ທ່ານ Stephen Moody ຜູ້
ຊ່ຽວຊານວິຊາການອາຫານ ປະຈໍາອົງການຢູເສດກ່າວວ່າ ແຕ່ການທີ່ຈະປະສົມທາດໂປຣ
ທີນຈາກເນື້ອສັດ ໃສ່ພວກອາຫານທີ່ຈະເອົາໄປແຈກຢາຍໃຫ້ພວກເດັກນ້ອຍໂດຍສະເພາະ ນັ້ນແມ່ນຈະຍາກແດ່. ທ່ານ ມູດດີ ກ່າວວ່າ:

“ບໍ່​ເປັນ​ຈັ່ງ​ບຸນ ທີ່ມັນມີສິ່ງທ້າທາຍທາງ​ດ້ານການຜະລິດພົວພັນ​ນໍາ ​ເປັນ​ຕົ້ນວ່າ ພວກເຮົາຈະຕ້ອງ​ໄດ້ສຶກສາເບິ່ງຫລາຍໆຢ່າງ​ ​ເຊ່ນ​ ອາຍຸຂອງອາຫານ ພ້ອມທັງ ຄ່າໃຊ້ຈ່າຍນໍາ. ”

ພວກນັກວິເຄາະ​ເວົ້າວ່າ ລາຍງານສະບັບດັ່ງກ່າວແມ່ນເພັ່ງເລັງໃສ່ຄ່າໃຊ້ຈ່າຍຫລາຍເກີນໄປ
ຄືພວກເຂົາເຈົ້າກ່າວວ່າ ອົງການຢູເສດຄວນຈະໃຫ້ການສະໜັບສະໜຸນຫລາຍ​ຂຶ້ນ​ແກ່​ພວກ
ອາຫານສໍາເລັດຮູ​ບທີ່ມີທາດໂພຊະນາການຫລາຍຂຶ້ນ ແລະແພງກວ່າເກົ່າ.

ພວກເຈົ້າໜ້າທີ່ອົງການຢູເສດກ່າວວ່າ ພວກເຂົາເຈົ້າໄດ້ເຫັນຜົນປະໂຫຍດຢູ່ໃນໂຄງການ ຕ່າງໆທີ່​ໄດ້​ປະຕິບັດໄປຕາມຄໍາຊີ້ແນະຕ່າງໆນັ້ນແລ້ວ ຊຶ່ງພວກເຂົາເຈົ້າເວົ້າຕື່ມວ່າ ພາຍ ໃນນຶ່ງປີ ພວກໂຄງການອື່ນໆກໍຈະເລິ່ມເຫັນມີການປ່ຽນແປງ ທີ່ຈະປາບປາມການຂາດທາດ ໂພຊະນາການຢ່າງມີປະສິດທິຜົນຫລາຍຂຶ້ນໃນພວກຄົນທີ່ອ່ອນແອທີ່ສຸດຂອງໂລກນັ້ນ.

XS
SM
MD
LG