ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍ George Zimmerman ​ໄດ້ປະກັນ​ໂຕ ອອກ​ຈາກ​ຄຸກ (ເບິ່ງວີດີໂອ)


George Zimmerman (ຂວາ) ຜູ້​ຕ້ອງ​ສົງ​​ໄສ ຂ້າທ້າວ Trayvon Martin ເດັກ​​ໄວ​ລຸ້ນອາຍຸ 17 ປີ​
George Zimmerman (ຂວາ) ຜູ້​ຕ້ອງ​ສົງ​​ໄສ ຂ້າທ້າວ Trayvon Martin ເດັກ​​ໄວ​ລຸ້ນອາຍຸ 17 ປີ​

ເບິ່ງວີດີໂອລາຍງານການໄປຂຶ້ນສານຂອງນາຍ George Zimmerman:

ນັກ​ອາສາ​ສະມັກຍາມ​ຕາມ​ຄຸ້ມ ທີ່ໄດ້​ຖືກຟ້ອງ​ຮ້ອງໃນ​ຂໍ້​ຫາຍິງທ້າວ Trayvon Martin
ເດັກໄວ​ລຸ້ນອາຍຸ 17 ປີ​ ​ເຖິງ​ຕາຍນັ້ນ ໄດ້ຖືກປ່ອຍ​ອອກຈາກຄຸກ ໃນລັດ Florida ແລ້ວ
ຫລັງ​ຈາກ​ໄດ້​ຮັບ​ອະນຸຍາດ​ໃຫ້ປະກັນຕົວ.

ນາຍ George Zimmerman ໄດ້ກ້າວອອກມາຈາກຄຸກ​ ປະມານທ່ຽງຄືນຂອງ ວັນອາທິດ
ວານນີ້ ​ໂດຍຍ່າງ​ຊື່ໆ ບໍ່​ມອງ​ໜ້າ​ໃຜ ຜ່ານບັນດາພວກຕາກ້ອງ ​ໄປ​ຍັງລົດທີ່​ຈອດ​ລໍຖ້າ​ຢູ່.

ສະຖານທີ່ເກັບຕົວຂອງຜູ້ກ່ຽວນັ້ນແມ່ນໄດ້ເກັບໄວ້ເປັນຄວາມລັບ ​ໃນຄະນະທີ່ຜູ້ກ່ຽວລໍຖ້າ
ເວລາ​ໄປ​ຂຶ້ນ​ສານນັ້ນ, ແຕ່ລາວຈະ​ຕ້ອງໄດ້ໃສ່ເຄື່ອງ electronic ທີ່ຈະໄດ້ຕິດຕາມລາວໄປ
ທຸກຫົນທຸກແຫ່ງ ເພື່ອເບິ່ງການ​ເຄື່ອນ​ໄຫວຂອງລາວນັ້ນ.

ຜູ້ພິພາກສາສານໄດ້​ໃຫ້ປະກັນ​ໂຕ ນາຍ Zimmerman ເປັນຈໍານວນເງິນ 150,000
ໂດລາ ​ໃນວັນສຸກຜ່ານມານັ້ນ ແລະກ່າວວ່າ ລາວຕ້ອງຢູ່​ໃນ​ເຮືອນບໍ່​ໃຫ້​ອອກ​ໄປ​ໃສ​
ໃນ​ຍາມ​ຄໍ່າ​ຄືນ ແລະບໍ່ສາມາດຖືອາວຸດໄດ້.

ນາຍ Zimmerman ອາຍຸ 28 ໄດ້ຖືກກ່າວ​ຫາໃນຖານຄາດຕະກໍາຍິງຄົນຕາຍ ໂດຍບໍ່
ເຈດຕະນາ ໃນການ​ຄາດ​ຕະກໍາ​ນາຍ Trayvon Martin ​ເມື່ອວັນທີ 26 ກຸມພາຜ່ານມາ.
ລາວໄດ້ກ່າວຍອມຮັບວ່າ ໄດ້ຍິງເດັກໜຸ່ມຄົນນັ້ນຕາຍແທ້, ແຕ່ ກ່າວວ່າເດັກໜຸ່ມຄົນນັ້ນ
ໄດ້ໂຈມຕີລາວ ແລະວ່າການຍິງດັ່ງກ່າວນັ້ນເປັນການປ້ອງກັນຕົວ.

ເບິ່ງວີດີໂອລາຍງານກ່ຽວກັນໜ່ວຍອາສາສະມັກຍາມຄຸ້ມຄອງຄຸ້ມໃນສະຫະລັດ:

ໝາຍເຫດ: ຂ່າວນີ້ ບໍ່ໄດ້ອ່ານອອກວິທະຍຸ ຈຶ່ງບໍ່ມີສຽງ

XS
SM
MD
LG