ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະຍຸທໍເນໂດ ແລະ ໄພນ້ຳຖ້ວມ ໃນເມັກຊິໂກ ແລະ ສະຫະລັດ ເຮັດໃຫ້ມີ ຄົນເສຍຊີວິດຫຼາຍສິບ


US Flooding Kills 3, Destroys 400 Homes
please wait

No media source currently available

0:00 0:00:34 0:00

ຊົມວິດີໂອກ່ຽວກັບຂ່າວນີ້

ພະຍຸ​ທໍ​ເນ​ໂດ​ຮຸນ​ແຮງ​ຫົວ​ໜຶ່ງ​ ໄດ້​ພັດ​ຖະຫຼົ່ມຜ່ານ​ເມື​ອງໜຶ່ງຂອງ
​ປະ​ເທ​ດ ​ເມັກ​ຊິ​ໂກ ​ທີ່ຢູ່​ຕາມ​ເຂດ​ຊາຍ​ແດນ​ຕິ​ດກັບ​ສະຫະລັດ
​ອາ​ເມ​ຣິກາ​ ໃນ​ວັນ​ຈັນວານ​ນີ້, ​ເຮັດ​ໃຫ້​ມີ​ຄົນ​ເສຍຊີວິດຢ່າງ​ໜ້ອຍ 13 ຄົນ ​ແລະ ​ໄດ້​ທຳ​ລາຍບ້ານ​ເຮືອ​ນຂອງ​ປະຊາຊົນ​ຫຼາຍ​ຮ້ອຍຫຼັງ.

ພະຍຸ​ໝຸນ​ຄວ​າມ​ໄວ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ໄດ້​ພັດ​ຜ່ານເມືອງ Ciudad Acuna ​ໃນ​ຕອນ​ເຊົ້າ​ມື​ດ, ດູດ​ດຶງ​ເອົາ​ລົດ​ເກັງ ​ແລະ ລົດ​ບັນທຸກ​ໃຫຍ່​ຫຼາຍ​ຄັນ​ຂຶ້ນ​ໄປ​ເທິງ​ຟ້າ ​ແລະ ພັດ​ມັນ​ໄປ​ຕຳ​ເອົາເຮືອນ ​ແລະ ຕຶກ​ອາ​ຄານ​ໃນ​ບໍ​ລິ​ເວນ 7 ຊ່ວງ​ຕຶກ​ຂອງເຂດ​ດັ່ງກ່າວ. ພະນັກງານ​ໜ່ວຍ​ກູ້​ໄພ​ ໄດ້​ພາກັນ​ອອກ​ຊອກ​ຫາ​ຜູ້​ລອດ​ຊີວິດ​ພາຍ​ໃນ​ເຮືອນ 750 ຫຼັງ​ທີ່​ຖືກເປ່​ເພ​ເສຍ​ຫາຍ.

ຢູ່​ທາງພາກ​ເໜືອໃນ​ລັດ Texas, ພວກກູ້ໄພຍັງ​ສື​ບຕໍ່​ຊອກ​ຫາ ປະຊາຊົນ​ 12 ຄົນທີ່​ເຊື່ອ​ວ່າ​ໄດ້​ຖືກ​ນຳ້​ຖ້ວມ​ກະທັນຫັນ​ພັດ​ໄປ​. ​ໄພ​ນ້ຳ​ຖ້ວມ​ດັ່ງກ່າວໄດ້​ເກີດ​ຂຶ້ນ​ ຍ້ອນ​ພະຍຸ​ຫຼາຍ​ຫົວ ​ທີ່​ພັດ​ໄປ​ທົ່ວ​ສະຫະລັດ ​ຈາກ​ອ່າວເມັກ​ຊິ​ໂກ ຂຶ້ນ​ໄປທາງ​ພາກ​ເໜືອຈົນ​ຮອດ Great Lakes ຫຼື ທະ​ເລ​ສາບ​ໃຫຍ່.

​ໄພ​ນ້ຳ​ຖ້ວມ​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍຊີ​ວິດ​ແລ້ວ 3 ຄົນ ​ແລະ ມີເຮືອນ​ຢ່າງ​ໜ້ອຍ 400 ຫຼັງ​ຖືກ​ທຳລາຍຢູ່​ໃນ​ລັດ Texas ​ແລະ ບັນດາ​ລັດ​ໃກ້ຄຽງ​ທາງ​ພາກ​ເໜືອ​ເຊັ່ນ​ລັດ Oklahoma.

ຜູ້​ວ່າການ​ລັດ Texas ທ່ານ Greg Abbott ​ໄດ້​ປະກາດພາວະ​ສຸກ​ເສີນ​ໃນ 24 ​ເທດສະບານ​ຂອງ​ລັດ ບວກໃສ່​ເຕີມ​ກັບ​ອີກ 13 ​ແຫ່ງ​ທີ່​ທ່ານ​ໄດ້​ປະກາດກ່ອນ​ໜ້າ​ນີ້.

ປະຊາຊົນ​ຫຼາຍ​ກວ່າ 2000 ຄົນໃນລັດ Texas ​ໄດ້​ຖືກ​ບັງຄັບ​ໃຫ້​ອົບ​ພະຍົບໜີ​ອອກ​ຈາກ​ບ້ານ​ເຮືອນຂອງ​ຕົນ​ໃນ​ວັນ​ອາທິດ ​ແລະ ວັນ​ຈັນ​ວານ​ນີ້.

US Mexico Storms
please wait
Embed

No media source currently available

0:00 0:00:18 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG