ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ເຈລະຈາ ເລື່ອງງົບປະມານ ກັບຜູ້ນຳ ລັດຖະສະພາ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ຈະເປີດການເຈ
ລະຈາຫາລືທີ່ທຳນຽບຂາວ ກັບຜູ້ນຳສູງສຸດສີ່ທ່ານຂອງລັດຖະສະ ພາຂະນະທີ່ເສັ້ນຕາຍເພື່ອຫຼີກລ່ຽງບໍ່ໃຫ້ຕົກເຫວງົບປະມານພວມ ຫຍັບໃກ້ເຂົ້າມາຢ່າງວ່ອງໄວ.

ທ່ານໂອບາມາ ຈະພົບກັບຜູ້ນຳຂອງພັກເດໂມແຄຣັທແລະຣີພັບ
ບລີກັນ ຢູ່ໃນສະພາສູງ ຄືທ່ານ Harry Reid ແລະທ່ານ Mitch
McConnell ຕະຫຼອດທັງປະທານສະພາຕໍ່າທີ່ສັງກັດພັກຣີພັບ
ບລີກັນທ່ານ John Boehner ແລະຜູ້ນຳສຽງສ່ວນນ້ອຍໃນສະ
ພາຕໍ່າ ທ່ານນາງ Nancy Pelosi.

ຖ້າຫາກບໍ່ສາມາດບັນລຸການຕົກລົງກັນໄດ້ພາຍໃນວັນທີ 1 ມັງ
ກອນນີ້ແລ້ວ ຊາວອາເມຣິກັນເກືອບທຸກໆຄົນຈະພົບເຫັນພາສີ
ຂອງຕົນສູງຂຶ້ນພ້ອມກັບການຕັດການໃຊ້ຈ່າຍຂອງລັດຖະບານລົງຢ່າງອັດຕະໂນມັດ. ພວກ
ນັກເສດຖະສາດມີ ຄວາມຢ້ານກົວວ່າ ເຫດການດັ່ງກ່າວ ອາດຈະເຮັດໃຫ້ເສດຖະກິດທີ່ມີ ຄວາມບອບບາງຢູ່ແລ້ວນັ້ນ ກັບຄືນເຂົ້າໄປສູ່ສະພາບຖົດຖອຍອີກ.

ພວກຜູ້ນຳລັດຖະສະພາຂອງພັກຣີພັບບລີກັນຍັງຮຽກໃຫ້ສະພາຕໍ່າກັບຄືນໄປຮ່ວມສະໄໝ
ປະຊຸມໃນຕອນແລງຂອງວັນອາທິດນີ້. ສະພາຕໍ່າໄດ້ຢຸດພັກໃນສັບປະດາແລ້ວ ຫຼັງຈາກບໍ່ ສາມາດຕົກລົງກັນໄດ້ກ່ຽວກັບເລື່ອງເຫວງົບປະມານກັບທຳນຽບຂາວ.

ແຕ່ແນວໃດກໍຕາມ ສະພາສູງແມ່ນຍັງສືບຕໍ່ພາກັນເຮັດວຽກເຮັດການ. ທ່ານ Reid ກ່າວ ໃນວັນພະຫັດວານນີ້ວ່າ ສໍາລັບທ່ານແລ້ວແມ່ນເບິ່ງຄືວ່າເສດຖະກິດຈະຕົກລົງໄປໃນເຫວ. ທ່ານໄດ້ໂຈມຕີທ່ານ Boehner ໂດຍກ່າວຫາຜູ້ກ່ຽວວ່າ ບໍລິຫານງານແບບຜະເດັດການຢູ່ ໃນສະພາຕໍ່າແລະມີຄວາມວິຕົກກັງວົນໃນການຮັກສາຕຳແໜ່ງຂອງທ່ານໄວ້ຫຼາຍກວ່າ.

ທ່ານ Boehner ໄດ້ກ່າວຕອບໂຕ້ ໂດຍເວົ້າວ່າ ທ່ານ Reid ຄວນຈະເວົ້າໃຫ້ໜ້ອຍລົງ ແລະເຮັດວຽກຮ່າງກົດໝາຍໃຫ້ຫຼາຍຂຶ້ນ. ທ່ານເວົ້າວ່າ ສະມາຊິກພັກເດໂມແຄຣັທໃນສະ ພາສູງໄດ້ປະຕິເສດ ບໍ່ຍອມຮັບຜ່ານແຜນຕັດການຂາດດຸນງົບປະມານໄລຍະຍາວ ທີ່ອາດ ສະກັດກັ້ນບໍ່ໃຫ້ເສດຖະກິດຕົກລົງໄປໃນເຫວ.

ນອກນັ້ນທ່ານ Boehner ຍັງໄດ້ຖິ້ມໂທດໃສ່ປະທານາທິບໍດີໂອບາມາ ໃນອັນທີ່ທ່ານເອີ້ນ ວ່າ ຄວາມບໍ່ເຕັມໃຈຂອງປະທານາທິບໍດີທີ່ຈະຕັດການໃຊ້ຈ່າຍລົງ.
XS
SM
MD
LG