ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອມາບາ ກັບຄືນວໍຊິງຕັນ ເພື່ອຫາທາງຫລີກລ່ຽງ “ເຫວງົບປະມານ” (ວີດິໂອ)


ທ່ານ Barack Obama ຂຶ້ນເຮືອບິນປະຈໍາຕໍາແໜ່ງ Air Force One ທີ່ຖານທັບຮ່ວມ Pearl Harbor- Hickam ໃນເກາະໂຮໂນລູລູ ເພື່ອກັບຄືນມາຍັງວໍຊິງຕັນ ໃນວັນພຸດວານນີ້ ເພື່ອດໍາເນີນຄວາມພະຍາຍາມຄັ້ງສຸດທ້າຍ ຫາທາງຫລີກລ່ຽງ ເຫວງົບປະມານ
ທ່ານ Barack Obama ຂຶ້ນເຮືອບິນປະຈໍາຕໍາແໜ່ງ Air Force One ທີ່ຖານທັບຮ່ວມ Pearl Harbor- Hickam ໃນເກາະໂຮໂນລູລູ ເພື່ອກັບຄືນມາຍັງວໍຊິງຕັນ ໃນວັນພຸດວານນີ້ ເພື່ອດໍາເນີນຄວາມພະຍາຍາມຄັ້ງສຸດທ້າຍ ຫາທາງຫລີກລ່ຽງ ເຫວງົບປະມານ
ປະທານາທິບໍດີສະຫະລັດ ທ່ານ Barack Obama ກັບຄືນ
ມາຍັງນະຄອນຫຼວງວໍຊິງຕັນໃນວັນພະຫັດມື້ນີ້ ເພື່ອດໍາເນີນ
ຄວາມພະຍາຍາມຄັ້ງສຸດທ້າຍ ເພື່ອໃຫ້ບັນລຸຂໍ້ຕົກລົງກັບລັດ
ຖະສະພາ ເພື່ອປ້ອງກັນບໍ່ໃຫ້ການຂຶ້ນພາສີໂດຍອັດຕະໂນມັດ ແລະການຕັດຄ່າໃຊ້ຈ່າຍຂອງລັດຖະບານລົງ ມີຜົນບັງຄັບໃຊ້
ໃນອາທິດໜ້າ.

ທ່ານໂອບາມາໂດ້ເດີນທາງອອກຈາກລັດຮາວາຍໃນຂ້ອນຄືນ
ວັນພຸດວານນີ້ ໂດຍໄດ້ຕັດເວລາພັກຜ່ອນ ໃນໂອກາດສະ
ຫລອງວັນຄຣິສມາສ ຂອງທ່ານໃຫ້ສັ້ນລົງ ໃນຂະນະທີ່ປະເທດ
ຊາດກໍາລັງກ້າວເຂົ້າໄປໃກ້ອັນທີ່ຮ້ອງກັນວ່າ “ເຫວງົບປະມານ”
ໃນມື້ປີໃໝ່ນີ້. ພວກນັກເສດຖະ ສາດຫຼາຍຄົນຢ້ານວ່າ ການ
ຂຶ້ນພາສີ ບວກກັບການຕັດການໃຊ້ຈ່າຍລົງ ໃນມູນຄ່າລວມ
ກັນ 500 ພັນລ້ານໂດລານັ້ນ ອາດສາມາດຜັກດັນເສດຖະກິດທີ່ອ່ອນແອຂອງສະຫະລັດ ໃຫ້ຖອຍຫຼັງຄືນອີກໄດ້.

ປະທານສະພາຕໍ່າສະຫະລັດ ທີ່ສັງກັດພັກຣີພັບບລິກັນ ທ່ານ John Boehner ໄດ້ອອກ ຄໍາຖະແຫລງສະບັບນຶ່ງໃນວັນພຸດວານນີ້ ຮຽກຮ້ອງໃຫ້ສະພາສູງທີ່ຄວບຄຸມ ໂດຍພັກເດ ໂມແກຣດນັ້ນ ຮັບຜ່ານແຜນການ ຫຼດຜ່ອນການຂາດດຸນງົບປະມານໄລຍະຍາວ ທີ່ຈະ ຊ່ວຍປ້ອງກັນບໍ່ໃຫ້ ມີ “ເຫວງົບປະມານ” ເກີດຂຶ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບ "ເຫວງົບປະມານ":
XS
SM
MD
LG