ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຕໍ່າ ສຫລ ເລື່ອນເວລາ ລົງຄະແນນສຽງ ເພື່ອຂຶ້ນພາສີ


ທ່ານ John Boehner ປະທານສະພາຕໍ່າສະຫະລັດ ກ່າວຕໍ່ສື່ມວນຊົນ ກ່ຽວກັບວິກິດການງົບປະມານ ທີ່ຕຶກລັດຖະສະພາສະຫະລັດ (20 ທັນວາ 2012)
ທ່ານ John Boehner ປະທານສະພາຕໍ່າສະຫະລັດ ກ່າວຕໍ່ສື່ມວນຊົນ ກ່ຽວກັບວິກິດການງົບປະມານ ທີ່ຕຶກລັດຖະສະພາສະຫະລັດ (20 ທັນວາ 2012)
ຜູ້ນຳຂອງພັກຣີພັບບລີກັນຢູ່ໃນສະພາຕໍ່າສະຫະລັດກ່າວວ່າ ບັດ
ນີ້ສຸດແລ້ວແຕ່ປະທານາທິບໍດີບາຣັກ ໂອບາມາທີ່ຈະດຳເນີນງານ
ຮ່ວມກັບ ຜູ້ນຳຂອງສະພາສູງ ທ່ານ Harry Reid ກ່ຽວກັບແຜນ
ການປ້ອງກັນ ບໍ່ໃຫ້ເກີດວິກິດການ ໃນຕອນທ້າຍປີ ທີ່ພວກນັກວິ
ເຄາະບາງຄົນກ່າວວ່າ ອາດຈະເຮັດໃຫ້ ເສດຖະກິດຂອງສະຫະ
ລັດກ້າວເຂົ້າສູ່ພາວະຖົດຖອຍນັ້ນ.

ທ່ານ John Boehner ປະທານສະພາຕໍ່າສະຫະລັດ ໄດ້ອອກ
ຖະແຫຼງການສະບັບນຶ່ງ ໃນຕອນແລງຂອງວັນພະຫັດວານນີ້ ບໍ່
ດົນຫຼັງຈາກ ຜູ້ນຳຂອງພັກຣີພັບບລີກັນຢູ່ໃນສະພາຕໍ່າ ຕ້ອງໄດ້
ເລື່ອນເວລາຢ່າງກະທັນຫັນ ກ່ຽວກັບການລົງຄະແນນສຽງເພື່ອ ຮັບຮອງເອົາຂໍ້ສະເໜີຂອງທ່ານ ທີ່ຈະຂຶ້ນອັດຕາການເກັບພາສີ ສຳລັບພວກທີ່ມີລາຍໄດ້ກາຍ 1 ລ້ານໂດລາຂຶ້ນໄປ. ທ່ານ Boeh-
ner ກ່າວວ່າ ທ່ານບໍ່ມີຄະແນນສຽງສະໜັບສະໜຸນພຽງພໍ ເພື່ອຮັບຜ່ານມາດຕະການດັ່ງ ກ່າວ ເຖິງແມ່ນວ່າໃນຕອນເຊົ້າຂອງມື້ວານນີ້ ທ່ານໄດ້ທຳນາຍກ່ຽວກັບການໄດ້ຮັບໄຊຊະ ນະ.

ການລົງຄະແນນສຽງ ສ່ວນໃຫຍ່ແລ້ວຈະເປັນພຽງສັນຍາລັກທໍ່ນັ້ນ. ບັນດາຜູ້ນຳໃນສະພາ ສູງສະຫະລັດທີ່ຄວບຄຸມໂດຍພັກເດໂມແຄຣັທກ່າວວ່າ ແຜນການຂອງ ທ່ານ Boehner ບໍ່ມີໂອກາດທີ່ຈະຖືກຮັບຮອງເອົາໂດຍສະພາສູງເລີຍ.

ນອກນັ້ນ ປະທານາທິບໍດີບາຣັກ ໂອບາມາ ທີ່ຕ້ອງການຢາກໃຫ້ມີການຜ່ອນຜັນພາສີ ໃຫ້ ແກ່ພວກທີ່ມີລາຍໄດ້ຫຼາຍເຖິງ 400,000 ໂດລານັ້ນ ໄດ້ປະກາດວ່າ ຈະໃຊ້ສິດຢັບຢັ້ງ ຫຼື ວີໂຕ້ຕໍ່ມາດຕະການດັ່ງກ່າວເຖິງແມ່ນໄດ້ມີການຮັບຮອງເອົາໂດຍທັງສອງສະພາຂອງສະ ຫະລັດກໍຕາມ.

ສະມາຊິກສະພາສູງສັງກັດພັກເດໂມແຄຣັທ ໄດ້ຮັບຮອງເອົາຮ່າງກົດໝາຍສະບັບນຶ່ງໄປ ແລ້ວ ທີ່ຈະຂຶ້ນພາສີ ສຳຫຼັບພວກທີ່ມີລາຍໄດ້ກາຍ 250,000 ໂດລາຂຶ້ນໄປ. ພວກທ່ານ ກ່າວວ່າ ນີ້ແມ່ນແຜນການທີ່ພວກເຂົາເຈົ້າຕ້ອງການຈາກທ່ານ Boehner ໃນສະພາຕໍ່າ.

ມີທ່າທາງວ່າ ຈະບໍ່ມີການເຄື່ອນໄຫວຫຍັງຫຼາຍຢູ່ໃນສະພາຕໍ່າ ຈົນເທົ່າສະມາຊິກສະພາ ກັບຄືນມາຈາກການໄປພັກສະຫຼອງບຸນຄຣິສຕ໌ມາສໃນວັນທີ 25 ທັນວານີ້.
XS
SM
MD
LG