ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ແລະຝ່າຍຄ້ານ ໃກ້ຈະຕົກລົງກັນໄດ້ແລ້ວ ໃນບັນຫາງົບປະມານ​ (ວີດີໂອ)


ປະທານສະພາຕໍ່າທີ່ຄວບຄຸມໂດຍພັກ​ຣີພັບ​ບລິ​ກັນ ທ່ານ John Boehner ອະທິບາຍວ່າ ການໃຊ້ຈ່າຍຂອງລັດຖະບານ ແມ່ນເຮັດໃຫ້ ການເຈລະຈາດ້ານງົບປະມານສັບສົນ
ປະທານສະພາຕໍ່າທີ່ຄວບຄຸມໂດຍພັກ​ຣີພັບ​ບລິ​ກັນ ທ່ານ John Boehner ອະທິບາຍວ່າ ການໃຊ້ຈ່າຍຂອງລັດຖະບານ ແມ່ນເຮັດໃຫ້ ການເຈລະຈາດ້ານງົບປະມານສັບສົນ
ປະທານ​າທິບໍດີ Barack Obama ແລະພວກຝ່າຍຄ້ານຂອງ
ທ່ານຢູ່​ໃນລັດຖະສະພາສະຫະລັດ ​ໃກ້​ຈະ​ມີ​ການ​ປະນີປະນອມ​
ກັນ​ໄດ້​ແລ້ວ ກ່ຽວກັບບັນຫາງົບປະມານ ທີ່ເປັນຂໍ້ຖົກຖຽງກັນ ໃນທ້າຍປີນີ້.

ຍັງບໍ່ປະກົດວ່າ ຈະມີການຕົກລົງກັນໄດ້ໃນມໍ່ໆນີ້ ຫາກແຕ່ພວກ
ເຈົ້າໜ້າທີ່ເວົ້າວ່າ ຜູ້ນໍາຂອງສະພາຕໍ່າທີ່ຄວບຄຸມໂດຍພັກ​ຣີພັບ​
ບລິ​ກັນ ທ່ານ John Boehner ໄດ້​ພົບ​ປະກັບປະທານ​າທິບໍດີ
ອີກຄັ້ງນຶ່ງ ທີ່ທໍານຽບຂາວ. ນັບເປັນຄັ້ງທໍາອິດທີ່ທ່ານ​ເບນເນີ້
ຍອມໃຫ້ມີ ການຂຶ້ນພາສີແກ່ຄອບຄົວຄົນຮັ່ງ ທີ່ມີລາຍຮັບຫລາຍ
ກວ່າ 1 ລ້ານໂດລາຕໍ່ປີ ແລະ​ເພີ້ມຂີດຈໍາກັດໃນການກູ້ຢືມເງິນ
ຂອງຊາດ.

ທາງດ້ານທ່ານ Obama ປະທານາທິບໍດີສັງກັດພັກດີໂມແຄຣັດ ທີ່ໄດ້ຖືກເລືອກ​ໃຫ້​ເຂົ້າ ຮັບ​ຕຳ​ແໜ່​ງຕື່ມ​ອີກ 4 ປີໃນເດືອນແລ້ວນີ້ ໄດ້ປຸກລະດົມຊຸກຍູ້ໃຫ້ເກັບພາສີຕໍ່ຄູ່ສາມີພັນ ລະຍາ ທີ່ມີລາຍຮັບປະຈໍາປີຫລາຍກວ່າ 2 ແສນ 50 ພັນໂດລາ ແຕ່ວ່າຄໍາສະເໜີຂອງ ທ່ານເບນເນີ້ແມ່ນເປັນການແນະໃຫ້ເຫັນວ່າ ທັງສອງຝ່າຍຍັງບໍ່ສາມາດບັນລຸຂໍ້ຕົກລົງກັນ ໄດ້ເທື່ອ.

ອີກຢ່າງນຶ່ງ ເຖິງແມ່ນວ່າມີການເຄື່ອນໄຫວຄືບໜ້າທີ່ເປັນໄປໄດ້ໃນການເຈລະຈາກໍ​ຈິງຢູ່ ​ແຕ່ທັງສອງຝ່າຍຍັງສືບຕໍ່ມີຄວາມເຫັນແຕກຕ່າງກັນຢູ່ໃນເລື້ອງການຕັດຄ່າໃຊ້ຈ່າຍຫລາຍ ປານໃດທີ່ທໍານຽບຂາວອາດຈະເຫັນດີນຳ​ນັ້ນ.

ທ່ານ Obama ຮຽກຮ້ອງໃຫ້ມີການເກັບພາສີສູງຂຶ້ນ 1,400 ຕື້ໂດລາ ໃນໄລຍະທົດສະ ວັດໜ້າ ໂດຍທີ່ທ່ານເບນເນີ້ສະເໜີໃຫ້ເກັບສູງຂຶ້ນ 1 ພັນຕື້ໂດລາ. ພັກ​ຣີພັບ​ບລິ​ກັນ ທີ່ ເປັນຝ່າຍຄ້ານຂອງທ່ານໂອບາມາ ໄດ້ຮຽກຮ້ອງໃຫ້ມີການຕັດການໃຊ້ຈ່າຍໃນໂຄງການ ຮັກສາສຸຂະພາບທີ່​ໄດ້ຮັບ​ຄວາມ​ນິຍົມ​ສູງຂອງລັດຖະບານສໍາລັບພວກ​ຜູ້​ເຖົ້າ ແລະຄົນທຸກ ຈົນ ແລະເງິນບໍານານຂອງຊາວອາເມຣິກັນທີ່ແກ່ຊະລາ​ແລ້ວນັ້ນ.

XS
SM
MD
LG