ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ປ. ໂອບາມາ ເຜີຍແຜ່ ແຜນການ ຫຼີກລ່ຽງ ວິກິດການ ງົບປະມານ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ
ປະທານາທິບໍດີບາຣັກ ໂອບາມາ
ປະທານາທິບໍດີບາຣັກ ໂອບາມາອອກເດີນທາງແບບໂຄສະນາ
ຫາສຽງ ໃນວັນສຸກມື້ນີ້ ທີ່ແນໃສ່ເພື່ອຮ້ອງຂໍຫາງສຽງສະໜັບສະ
ໜຸນຈາກປະຊາຊົນ ຕໍ່ແຜນການຂອງທ່ານ ທີ່ຈະຫຼີກລ່ຽງບໍ່ໃຫ້
ເກີດວິກິດການດ້ານງົບປະມານນັ້ນ.

ການເດີນທາງໄປຢ້ຽມໂຮງງານຜະລິດເຄື່ອງຫຼິ້ນບ່ອນນຶ່ງທີ່ລັດ
ເພັນຊິລເວເນຍ ຂອງທ່ານໂອບາມາ ແມ່ນເປັນພາກສ່ວນນຶ່ງ ໃນການໄປປະກົດໂຕຫຼາຍຄັ້ງເພື່ອໂຄສະນາໃຫ້ປະເທດຊາດ ຮູ້ກ່ຽວກັບຍຸດທະສາດຂອງທ່ານທີ່ຈະຫຼີກລ່ຽງບໍ່ໃຫ້ມີການຕັດ
ງົບປະມານ ໃນມູນຄ່າ 600 ພັນລ້ານ ແລະການຂຶ້ນພາສີ ຊຶ່ງ
ຈະເລີ້ມມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນຈະມານີ້.

ສະມາຊິກສະພາສັງກັດພັກຣີພັບບລີກັນກ່າວວ່າ ບໍ່ມີຄວາມ ກ້າວໜ້າຫຍັງຫຼາຍໃນການແກ້ໄຂສະພາບການບໍ່ໄປບໍ່ມາລະຫວ່າງພັກການເມືອງທັງສອງ
ກ່ຽວກັບວ່າຈະຫຼີກລ່ຽງໃນອັນທີ່ເອີ້ນວ່າ “ເຫວງົບປະມານຫຼື fiscal cliff” ແບບໃດ.

ປະທານສະພາຕໍ່າສະຫະລັດ ທ່ານ John Boehner ກ່າວວ່າ ທ່ານຮູ້ສຶກເສຍໃຈຫຼັງຈາກ ໄດ້ໂອ້ລົມກັບປະທານາທິບໍດີ ໃນຕອນແລງຂອງມື້ວັນພຸດ ແລະການພົບປະກັບລັດຖະມົນ ຕີການເງິນ ທ່ານ Timothy Geithner ໃນມື້ວັນພະຫັດວານນີ້.

ທ່ານ Boehner ເວົ້າວ່າ “ບໍ່ມີຄວາມກ້າວໜ້າຫຍັງຫຼາຍ ໃນການເຈລະຈາ ລະຫວ່າງທຳ ນຽບຂາວແລະສະພາຕໍ່າສະຫະລັດໃນຮອບສອງອາທິດທີ່ຜ່ານມານີ້.” ທ່ານ Boehner ຜູ້ ນຳຂອງພັກຣີພັບບລີກັນທີ່ຄວບຄຸມສະພາຕໍ່າສະຫະລັດ ໄດ້ຕຳໜິຕິຕຽນປະທານາທິບໍດີທີ່ ໄດ້ຈັດໃຫ້ພວກຈ່າຍພາສີໄປໂຮມຊຸມນຸມກັນໃນອາທິດນີ້ທີ່ໃຫ້ການສະໜັບສະໜຸນຕໍ່ການ ຮຽກຮ້ອງຂອງປະທານາທິບໍດີ ຕໍ່ການຍົກເລີກການຫຼຸດພາສີໃຫ້ແກ່ຊາວອາເມຣິກັນທີ່ຮັ່ງມີ ທີ່ສຸດນັ້ນ.

ການບັງຄັບໃຫ້ຕັດງົບປະມານອາດມີຜົນກະທົບຢ່າງຫຼວງຫຼາຍຕໍ່ການປ້ອງກັນປະເທດແລະ
ໂຄງການຕ່າງໆພາຍໃນປະເທດ ຂະນະທີ່ມີຄຳຖາມຢູ່ວ່າ ການຕັດພາສີເຫຼົ່ານີ້ ຄວນຈະມີ ການຕໍ່ອາຍຸຫຼືບໍ່? ໃຫ້ກາຍໝາຍກຳນົດການໝົດອາຍຸ ໃນວັນທີ 31 ທັນວາ.

ຜູ້ນຳຂອງພັກເດໂມແຄຣັທໃນສະພາສູງສະຫະລັດທ່ານ Harry Reid ກ່າວວ່າ ພວກເຮົາ ກຳລັງລໍຖ້າ ຂໍ້ສະເໜີແບບຈິງໃຈຈາກພັກຣີພັບບລີກັນຢູ່.

ກ່ຽວຂ້ອງກັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບ ຂອງວີໂອເອລາວ ວັນທີ 10 ພຶດສະພາ 2024

XS
SM
MD
LG