ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ສະຕີ​ ໝາຍ​ເລກ​ນຶ່ງ ຂອງ ສະຫະລັດ ຈະໄປຢ້ຽມຢາມ ຈີນ ນຶ່ງອາທິດ (ວີ​ດີ​ໂອ)


ທ່ານ​ນາງ Michelle ພັນລະຍາ ທ່ານ ໂອບາມາ
ທ່ານ​ນາງ Michelle ພັນລະຍາ ທ່ານ ໂອບາມາ
ສະຕີ​ໝາຍ​ເລກ​ນຶ່ງຂອງ​ສະຫະລັດ ທ່ານ​ນາງ Michelle
Obama ​ຈະ​ເດີນທາງ​ໄປ​ຈີນ ​ໃນ​ວັນ​ພຸດມື້​ອື່ນ​ນີ້​ ໃນ​ການ
​ຢ້ຽມຢາມ​ເປັນ​ເວລາ​ນຶ່ງ​ອາທິດ​ ພ້ອມກັບ​ແມ່​ແລະ​ລູກ​ສາວ
​ທັງ​ສອງຂອງ​ທ່ານ​ນາງ​.

​ບັນດາເຈົ້າ​ໜ້າ​ທີ່​ຂອງ​ທຳນຽບຂາວກ່າວ​ວ່າ ການ​ຢ້ຽມຢາມ
​ຂອງ​ທ່ານ​ນາງ ​ໂອ​ບາ​ມາ​ນີ້ ຈະ​ເນັ້ນ​ໜັກໃນດ້ານ​ການ​ສຶກສາ
​ແລະຈະ​ພະຍາຍາມຫລີກລ່ຽງ ບັນຫາ​ຖົກຖຽງໂຕ້ແຍ້ງຕ່າງ​ໆ
ລະຫວ່າງ​ສະຫະລັດ​ກັບ​ຈີນ ຕົວຢ່າງ​ເຊັ່ນ ​ເລື່ອງ​ສິດທິ​ມະນຸດ
​ ແລະ​ການ​ຄ້າ.

ຮອງທີ່ປຶກສາດ້ານ​ຄວາ​ມປອດ​ໄພ​ແຫ່ງຊາດ ປະ​ຈຳທຳນຽບຂາວ ທ່ານ Ben Rhodes
​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການຕົກລົງ​ກັນ​ບໍ່ໄດ້ຂອງ​ທັງ​ສອງ​ປະ​ເທດນັ້ນ ແມ່ນໄດ້ຮັບ
ການແກ້ ໄຂດ້ວຍການຕິດຕໍ່ພົວພັນ​ໂດຍ​ກົງ​ ລະຫວ່າງລັດຖະບານ​ກັບລັດຖະບານ.

ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ “ພວກ​ເຮົາ​ບໍ່​ຄິດ​ວ່າ ສະຕີ​ໝາຍ​ເລກ​ນຶ່ງຄວນ​ຈະ​ເພັ່ງ​ເລັງ​
ໃສ່​ຈຸດ​ນີ້ ​ແຕ່​ຢ່າງ​ໃດ​ ໃນ​ການໄປ​ຢ້ຽມຢາມ​ຂອງ​ທ່ານ​ນາງ.”


ທ່ານ​ນາງ​ໂອ​ບາ​ມາ ​ມີ​ໝາຍ​ກຳນົດ​ທີ່​ຈະ​ໄປ​ຢ້ຽມຢາມ​ມະຫາວິທະຍາ​ໄລປັກ​ກິ່ງ ພ້ອມ​ທັງ​
ໂຮງຮຽນ​ມັດທະຍົມ​ປາຍ ໃນ​ເມືອງ Chengdu ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ນັ້ນ​ນຳ.
​ນອກນັ້ນແລ້ວ ນຶ່ງ​ມື້ໃນ​ໝາຍກຳນົດການຂອງ​ທ່ານ​ນາງ​ ກໍຈະ​ເປັນ​ການ​ພົບປະ​ກັບ​ຄູ່ຕຳ
ແໜ່ງ ກໍ​ຄືທ່ານ​ນາງ Peng Liyuan ພັນ​ລະ​ຍາ​ຂອງທ່ານ​ Xi Jinping ປະທານ​ປະ​ເທດ​ຈີນ ນັ້ນນຳ.

Michelle Obama China
please wait
Embed

No media source currently available

0:00 0:02:26 0:00
XS
SM
MD
LG