ທ່ານນາງ Michelle Obama ສະຕີໝາຍເລກນຶ່ງຂອງສະ
ຫະລັດ ເດີນທາງໄປຮອດປະເທດຈີນໃນວັນພະຫັດມື້ນີ້
ເພື່ອທຳການຢ້ຽມຢາມເປັນເວລາ 6 ມື້ ພ້ອມກັບພວກລູກ
ສາວແລະຍາແມ່ຂອງທ່ານນາງນຳ. ບັນດາເຈົ້າໜ້າທີ່ທຳ
ນຽບຂາວ ກ່າວວ່າ ການຢ້ຽມຢາມດັ່ງກ່າວ ສ່ວນໃຫຍ່ແມ່ນ
ແນໃສ່ການສຶກສາ ສາຍພົວພັນທາງດ້ານວັດທະນະທຳ
ລະຫວ່າງສອງປະເທດ ແລະການສົ່ງເສີມພວກຍຸວະຊົນໃຫ້ມີອຳນາດຫຼາຍຂຶ້ນ.
ແມ່ນແຕ່ ກ່ອນທ່ານນາງ Michelle Obama ເດີນທາງໄປ
ຮອດກຸງປັກກິ່ງ ພວກລາຍງານຂ່າວຂອງສື່ມວນຊົນແຫ່ງລັດ
ຂອງຈີນ ໄດ້ເນັ້ນເຖິງການຢ້ຽມຢາມນີ້ ໂດຍເອີ້ນວ່າເປັນຜົນ
ທີ່ຕິດຕາມມາຂອງການພົບປະກັນຢ່າງບໍ່ເປັນທາງການໃນປີ
ແລ້ວນີ້ທີ່ເມືອງSunnylands ລັດ California ລະຫວ່າງ
ປະທານາທິບໍດີ ບາຣັກ ໂອບາມາແລະທ່ານ Xi Jinpeng
ະທານປະເທດຈີນ.
ມື້ທຳອິດຂອງການຢ້ຽມຢາມຂອງທ່ານນາງ Michelle Obama
ຈະໃຊ້ເວລາຮ່ວມກັບສະຕີໝາຍເລກນຶ່ງຂອງຈີນ ຄື ທ່ານນາງ
Peng Liyuanພັນລະຍາຂອງປະທານປະເທດຈີນທີ່ກຸງປັກກິ່ງ.
ພວກສະຕີໝາຍເລກນຶ່ງທັງສອງຈະທຳການຢ້ຽມຢາມໂຮງຮຽນແຫ່ງນຶ່ງ ແລະເມືອງ
ຕ້ອງຫ້າມຫຼື Forbidden City. ນອກນັ້ນ ພວກທ່ານນາງຈະຊົມ ການສະແດງ ຫຼັງ
ຈາກຮັບປະທານອາຫານຄ່ຳຮ່ວມກັນແລ້ວ.
ລາຍງານຂ່າວທີ່ຄົນນິຍົມຟັງກັນໃນນະຄອນຫຼວງກຸງປັກກິ່ງ ໄດ້ໂອ້ລົມກັນເລື້ອງທີ່
ວ່າ“ການດຳເນີນການທູດຂອງສະຕີໝາຍເລກນຶ່ງ” ສາມາດເປັນບົດບາດພິເສດໃນ
ສາຍພົວພັນລະຫວ່າງສະຫະລັດກັບຈີນ. ນອກນັ້ນ ຈະເປັນທີ່ສັງເກດໃຫ້ເຫັນວ່າ
ການຢ້ຽມຢາມນີ້ ເປັນການສະແດງໃຫ້ເຫັນຄວາມກົງກັນຂ້າມຢ່າງຫຼວງຫຼາຍຕໍ່ອັນ
ທີ່ເອີ້ນວ່າ “ມາດຕະຖານສອງໜ້າ” ຂອງການຮ່ວມມືຂອງສະຫະລັດໃນການຕໍ່
ຕ້ານການກໍ່ການຮ້າຍແລະການຂາດຄວາມໄວ້ເນື້ອເຊື່ອໃຈກັນກ່ຽວກັບບັນຫາຂັດ
ແຍ້ງກັນໃນດ້ານເຂດນ້ຳແດນດິນໃນເຂດທະເລຈີນຕາເວັນອອກແລະທະເລຈີນໃຕ້
ນັ້ນ.
ໜັງສືພິມຊາວໜຸ່ມລາຍວັນຫຼື Youth Daily ທີ່ກຸງປັກກິ່ງ ໄດ້ເນັ້ນເຖິງວ່າການສຶກສາ
ທີ່ຄາດວ່າຈະເປັນຈຸດເພ່ງເລັງທີ່ສຳຄັນຂອງການຢ້ຽມຢາມຄັ້ງນີ້ແນວໃດນັ້ນ ຊຶ່ງຈະມີ
ການຢ້ຽມໂຮງຮຽນ 3 ແຫ່ງ ທີ່ຮວມທັງມະຫາວິທະຍາໄລກຸງປັກກິ່ງນຳດ້ວຍ.
ທ່ານນາງ Michelle Obama ຈະພັກຢູ່ໃນກຸງປັກກິ່ງໄປຮອດວັນອາທິດ ໂດຍຈະທຳ
ການຢ້ຽມຢາມກຳແພງຍັກຫຼື Great Wall ແລະສະຖານທີສຳຄັນແຫ່ງຕ່າງໆ ແລະ
ກ່າວຄຳປາໄສທີ່ສູນກາງ Stanford ຂອງມະຫາວິທະຍາໄລກຸງປັກກິ່ງ ແລະກິດຈະກຳ
ອື່ນໆ.
ໃນວັນຈັນສັບປະດາໜ້າ ພວກລູກສາວແລະຍາແມ່ຂອງທ່ານນາງ ຈະເດີນທາງໄປຍັງ
ເມືອງ Xian ເພື່ອຢ້ຽມຢາມກຳແພງເມືອງຊີອານຂອງຈີນ ແລະເມືອງ Chengdu.