ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຕີ ໝາຍ​ເລກ​ນຶ່ງ ສຫລ ​ສົ່ງເສີມ ເສລີພາບ ການປາກເວົ້າ ຢູ່ຈີນ (ສະໄລດ໌/ວີດີໂອ)


ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama
ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama
ສະຕີໝາຍ​ເລກ​ນຶ່ງ ສະຫະລັດ ທ່ານ​ນາງ Michelle Obama
​ໄດ້​ກ່າວ​ຕໍ່ ບັນດາ​ນັກ​ສຶກສາ ທີ່ສູນ​ກາງ Stanford ຊຶ່ງ​ເປັນ​
ສະ​ຖາ​ບັນ​ອັນ​ມີ​ກຽດ​ຂອງ ມະຫາວິທະຍາ​ໄລ​ກຸງ​ປັກ​ກິ່ງ​ວ່າ
ການ​ເຂົ້າ​ຫາ​ຂໍ້ມູນຂ່າວສານ ​ໂດຍ​ສະ​ເພາະຢ່າງ​ຍິ່ງທາງອິນ
ເຕີແນັດ ​ແລະ​ສິດເສຣີພາບ​ໃນ​ການ​ປາກ​ເວົ້ານັ້ນ ​ແມ່ນເປັນ​
ສິດທິສາກົນ.

​ໃນ​ມື້​ທີ​ສອງ ຂອງ​ການ​ຢ້ຽ​ມຢາມ​ຈີນ ເປັນ​ເວລາ​ຫ້າ​ມື້ ທ່ານ​
ນາງ Obama ​ໄດ້​ກ່າວ​ຕໍ່ ພວກນັກສຶກສາ​ອາ​ເມຣິກັນ ​ແລະ​
ບັນດາ​ນັກສຶກສາ​ອື່ນໆ​ ​ໃນ​ວັນ​ເສົາ​ມື້​ນີ້​ວ່າ ​ສິດເສຣີພາບ​ໃນ​
ການ​ປາ​ກ​ເວົ້າ ​ແລະການ​ປະຕິບັດສາສະໜາກິດ ​ແລະ​ການ ເປີດກວ້າງໃນການເຂົ້າຫາຂ່າວສານຕ່າງໆນັ້ນ ແມ່ນເປັນສິດທິສາກົນທີ່ “​ມີມາແຕ່ກຳ
ເນີດ ຂອງ​ທຸກໆ​ຄົນ ​ຢູ່​ໃນ​ໂລກແຫ່ງ​ນີ້."



ສະຕີ​ໝາຍເລກ​ນຶ່ງຂອງສະຫະລັດ ​ບໍ່​ໄດ້ຮຽກຮ້ອງໃຫ້ ພັກ​ຄອມ​ມິ​ວນິສຈີນທີ່ປົກ ຄອງ
ປະເທດຢູ່ໃນເວລານີ້ ​ໂຍະຍານຜ່ອນຜັນຕໍ່ການຈຳກັດຮັດແຄບຕໍ່ສິດທິເຫຼົ່າ ນີ້. ຈີນ
ແມ່ນຮວມຢູ່​ໃນບັນດາ​ປະ​ເທດທີ່​ມີ​ການ​ກົດ​ຂີ່​ທີ່​ສຸດ​ໃນ​ໂລກ ກ່ຽວ​ກັບສິດ​ເສຣີການ ໃນ
ການ​ປາ​ກ​ເວົ້າ ການປາບປາມທັບ​ມ້າງ​ຕໍ່ພວກຄັດຄ້ານ ກີດ​ກັ້ນຫລືຂັດ ຂວາງ ບໍ່ໃຫ້ຜູ້
ຄົນ ເຂົ້າໄປອ່ານຂ່າວຄາວ ຕາມເວັບໄຊຕ່າງໆ ​ແລະກວດກາຂ່າວ ທາງອິນ​ເຕີ​ແນັດ ທີ່ປັກ​ກິ່ງ​ເຫັນ​ວ່າ ບໍ່​ສົມ​ຄວນນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ​ກ່າວ​ວ່າ ການ​ເດີນທາງ​ຂອງທ່ານ​ນາງ Obama ຈະ​
ເນັ້ນ​ໜັກ​ໃສ່ເລື່ອງການ​ສຶກສາແລະ​ຈະພະຍາຍາມຫລີກລ່ຽງຈາກບັນຫາ​ໂຕ້​ແຍ້​ງ
ຕ່າງໆ​ ລະຫວ່າງ ສະຫະລັດ ​ແລະ​ຈີນ ​ເຊັ່ນ​ວ່າບັນຫາດ້ານ​ສິດທິ​ມະນຸດ ​ແລະດ້ານ
ການ​ຄ້າເປັນຕົ້ນ.


First Lady's Education Trip to China Employs Soft Diplomacy
please wait

No media source currently available

0:00 0:01:55 0:00
XS
SM
MD
LG