ສະຕີໝາຍເລກນຶ່ງສະຫະລັດ ທ່ານນາງ Melania Trump ໄດ້ໃຫ້ກຽດມອບລາງວັນ
ແມ່ຍິງກ້າຫານສາກົນ ແກ່ພວກແມ່ຍິງ 13 ຄົນ ຈາກທົ່ວໂລກ ໃນວັນພຸດອາທິດທີ່
ແລ້ວ ໃນການເປັນຜູ້ນຳພາ ເປັນປາກເປັນສຽງໃຫ້ແກ່ການຕໍ່ສູ້ເພື່ອສິດທິມະນຸດ
ປະຊາທິປະໄຕ ຄວາມສະເໝີພາບທາງເພດ ແລະເຮັດໃຫ້ແມ່ຍິງ ມີສິດອຳນາດ ໃນ
ການເປັນເຈົ້າຕົນເອງເພີ້ມຂຶ້ນ. ນັກຂ່າວວີໂອເອ Nike Ching ມີລາຍງານ ຈາກ
ກະຊວງການຕ່າງປະເທດສະຫະລັດ ຊຶ່ງກິ່ງສະຫວັນ ຈະນຳເອົາລາຍລະອຽດ ມາ
ສະເໜີທ່ານ.
ບັນດາແມ່ຍິງທີ່ຊະນະລາງວັນ ແມ່ຍິງກ້າຫານສາກົນ ໃນປີນີ້ ແມ່ນຮວມທັງແມ່ຍິງ
ຄຣິສຕຽນຊີເຣຍຄົນນຶ່ງ ທີ່ໄດ້ອຸທິດຕົນ ໃຫ້ການຊ່ວຍເຫລືອແກ່ພວກແມ່ຍິງຊາວຄຣິສ
ແລະຊາວມຸສລິມ ທີ່ອົບພະຍົບຫຼົບໄພພາຍໃນປະເທດ ບັນດານັກເຄື່ອນໄຫວທີ່ຊ່ວຍ
ພວກແມ່ຍິງ ແລະເດັກນ້ອຍຫລົບໜີຈາກຄວາມຮຸນແຮງໃນສົງຄາມຢູ່ໃນອີຣັກ ແລະ
ເຢເມນ ບັນດາສະມາຊິກຂອງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ທີ່ກຳລັງຕໍ່ສູ້ກັບ
ຄວາມຮຸນແຮງທາງເພດ ແລະສົ່ງເສີມປະຊາທິປະໄຕແລະນາຍທະຫານແມ່ຍິງຄົນ
ນຶ່ງທີ່ອະນຸຍາດໃຫ້ມີການປະຕິບັດງານຮ່ວມ ກັນລະຫວ່າງເພດຍິງແລະເພດຊາຍ
ໃນຄວາມພະຍາ ຍາມຮັກສາສັນຕິພາບຢູ່ໃນອາຟຣິກາ.
ໃນການປາກົດໂຕຕໍ່ທີ່ສາທາລະນະແບບບໍ່ຄ່ອຍໄດ້ເຫັນ ສະຕີໝາຍເລກນຶ່ງທ່່ານ
ນາງ Melania Trump ໄດ້ມອບລາງວັນໃຫ້ແກ່ບັນດາແມ່ຍິງທີ່ໜ້າສັນລະເສີນ
13 ຄົນ.
ທ່ານນາງ Melania Trump ກ່າວວ່າ “ຮ່ວມກັນກັບປະຊາຄົມສາກົນ ສະຫະ ລັດຕ້ອງສົ່ງສານຢ່າງແຈ່ມແຈ້ງວ່າ ພວກເຮົາກຳລັງຈັບຕາເບິ່ງ. ເພາະສະນັ້ນ
ມັນແມ່ນໜ້າທີ່ຂອງພວກເຮົາ ທີ່ຈະສືບຕໍ່ສ່ອງແສງໃຫ້ແກ່ໄຊຊະນະທີ່ມະຫັດ
ສະຈັນໃນແຕ່ລະເທື່ອທີ່ໄດ້ບັນລຸໂດຍບັນດາແມ່ຍິງຊຶ່ງທັງໝົດຕ່າງກໍມີຄວາມ
ສາມາດ ພະຍາຍາມ ນຳພາໃນການປ່ຽນແປງຢ່າງແທ້ຈິງ ເພື່ອຕໍ່ສູ້ໃຫ່້ແກ່ພວກ
ທີ່ບໍ່ສາ ມາດຕໍ່ສູ້ແກ່ໂຕເຂົາເຈົ້າເອງນັ້ນ.”
ຜູ້ທີ່ບໍ່ໄດ້ເຂົ້າຮ່ວມໃນພິທີຄັ້ງນີ້ ກໍມີນັກຂຽນຂ່າວລົງອິນເຕີແນັດຊາວຫວຽດນາມ
ພ້ອມທັງເປັນນັກເຄື່ອນໄຫວສິດທິມະນຸດ ທີ່ຮູ້ກັນໃນຊື່ Mother Mushroom. ນາງໄດ້ຕິດຄຸກນັບແຕ່ເດືອນຕຸລາປີແລ້ວນີ້ມາ. ຄວາມພະຍາຍາມຂອງນາງ ໃນ
ການຊຸກຍູ້ສິດເສລີພາບໃນການສະແດງຄວາມຄິດຄວາມເຫັນນັ້ນ ແມ່ນໄດ້ເຮັດ
ໃຫ້ທຸກຄົນຢືນຂຶ້ນຕົບມືຢ່່າງສະໜັ່ນຫວັ່ນໄຫວ.
ນາງ Natalia Ponce de Leon ລອດຊີວິດມາໄດ້ຈາກການເອົານໍ້າກົດສາດໃສ່ເມື່ອສາມປີກ່ອນ. ການຊຸກຍູ້ຂອງນາງ ໄດ້ເປັນຜົນໃຫ້ມີການອອກກົດໝາຍ
ໃໝ່ຢູ່ໃນປະເທດ Columbia ທີ່ໃສ່ຊື່ຂອງນາງ ເຮັດໃຫ້ການເອົານໍ້າກົດໂຈມຕີ
ເປັນຄວາມຜິດໂດຍສະເພາະ ທີ່ຈະເຮັດໃຫ້ຕິດຄຸກເຖິງ 50 ປີ.
ນາງ Natalia ponce de Leon ກ່າວວ່າ “ລະຫວ່າງການປິ່ນປົວຢູ່ນັ້ນ ຂ້າພະ
ເຈົ້າເຂົ້າໃຈວ່າ ຂ້າພະເຈົ້າມີທາງເລືອກຢູ່ສອງຢ່າງ ວິທີງ່າຍໆກໍຄືຂ້າພະເຈົ້າ
ອາດນອນຢູ່ໃນຕຽງ ເຮັດໃຫ້ຂ້າພະເຈົ້າເຕັມໄປດ້ວຍຄວາມກຽດຊັງ ແລະໂກດ
ແຄ້ນ ຫລືວິທີທີ່ຫຍຸ້ງຍາກກໍຄືຢືນຢູ່ຢ່າງເຂັ້ມແຂງ ແລະເຮັດໃຫ້ໂສກນາດຕະກຳ
ເຫລົ່ານີ້ເປັນສິ່ງທີ່ຍິ່ງໃຫຍ່ກວ່າ ແລະຂ້າພະເຈົ້າກໍໄດ້ເຮັດ.”
ໃນການເດີນທາງມາສະຫະລັດເປັນເທື່ອທຳອິດ ນາງ Veronica Simogun ໄດ້
ຮັບກຽດໃນການປຸກລະດົມເພື່ອປົກປ້ອງພວກແມ່ຍິງຈາກຄວາມຮຸນແຮງທາງເພດ
ຢູ່ໃນ Papua New Guinea.
ນາງ Veronica Simogun ກ່າວວ່າ “ຂ້າພະເຈົ້າຕໍ່ສູ້ ເພື່ອຄວາມສະເມີພາບ ຄວາມຍຸຕິທຳທາງເພດ ຢູ່ໃນປະເທດຂ້າພະເຈົ້າ. ຂ້າພະເຈົ້າພົວພັນກັບເລື່ອງ
ເຫລົ່ານີ້ຢູ່ຕະຫລອດເວລາ. ມີການລ່ວງລະເມີດ ແລະການຈຳແນກກີດກັນຢ່າງ
ຫລວງຫລາຍ.”
ສະຫະລັດໄດ້ໃຫ້ກຽດແມ່ຍິງຫລາຍກວ່າ 100 ຄົນຈາກ 60 ກວ່າປະເທດ ນັບແຕ່
ໄດ້ມີການສ້າງຕັ້ງ ລາງວັນແມ່ຍິງກ້າຫານສາກົນ ໃນປີ 2007.