ສະຕີໝາຍເລກນຶ່ງຂອງ ສະຫະລັດ ທ່ານນາງ ເມລາເນຍ ທຣຳ ໄດ້ເດີນທາງຮອດນະ
ຄອນຫຼວງ ໄຄໂຣ, ປະເທດ ອີຈິບ ໃນວັນເສົາວານນີ້, ເຊິ່ງທ່ານນາງໄດ້ຮັບການທັກ
ທາຍ ໃນພິທີຕ້ອນຮັບໂດຍປະທານາທິບໍດີ ອັບແດລ ຟັດທາ ອາລ-ຊີຊີ (Abdel
Fattah al-Sisi) ພ້ອມກັບພັນລະຍາທ່ານນາງ ເອັນທິສຊາ (Entissar).
ຫຼັງຈາກການຢ້ຽມຢາມທຳນຽບປະທານາທິບໍດີ ແລະ ຢຸດແວ່ທີ່ສະຖານທູດ ສະຫະລັດ
ໃນນະຄອນຫຼວງ ໄຄໂຣ ແລ້ວ, ທ່ານນາງສະຕີໝາຍເລກນຶ່ງກໍໄດ້ມີກຳນົດຢ້ຽມຢາມ
ທາດ ປີຣາມິດ ແລະ ຮູບປັ້ນແມວໃຫຍ່ ສຟິ້ງສ໌ (Sphynx).
ປະເທດ ອີຈິບ ແມ່ນບ່ອນຢຸດແວ່ແຫ່ງສຸດທ້າຍຂອງທ່ານນາງ ທຣຳ ສຳລັບການເດີນ
ທາງຢ້ຽມຢາມ 4 ປະເທດ ອາຟຣິກາ ທີ່ລວມມີການຢ້ຽມຢາມປະເທດ ເຄັນຢາ, ບ່ອນ
ທີ່ທ່ານນາງໄດ້ໄປຢາມສູນເດັກກຳພ້າສອງແຫ່ງ, ເຊິ່ງແຫ່ງນຶ່ງແມ່ນສຳລັບເດັກນ້ອຍ
ແລະ ອີກບ່ອນນຶ່ງແມ່ນສຳລັບຈຳພວກຊ້າງ.
ທ່ານນາງ ທຣຳ ໄດ້ຢຸດແວ່ສູນຊ້າງກຳພ້າ ໃນການຢ້ຽມຢາມສວນອຸດທະຍານແຫ່ງຊາດ
ໄນໂຣບີ, ເປັນບ່ອນອະນຸລັກທຳມະຊາດ ຕັ້ງຢູ່ພຽງບໍ່ເທົ່າກິໂລແມັດທາງພາກໃຕ້ຂອງ
ນະຄອນຫຼວງປະເທດ ເຄັນຢາ.
ເຈົ້າໜ້າທີ່ສວນອຸດທະຍານໄດ້ກ່າວຕໍ່ສະຕີໝາຍເລກນຶ່ງ ກ່ຽວກັບ ການເອົາບາດກ້າວ
ຕ່າງໆຂອງ ເຄັນຢາ ເພື່ອອະນຸລັກປະຊາກອນຊ້າງ ແລະ ແຮດໄວ້, ເຊິ່ງໄດ້ຖືກຂ້າຕາຍ
ໂດຍພວກນັກລ່າສັດ. ແຮດ ອີກ 11 ໂຕໄດ້ຕາຍໄປໃນເດືອນກໍລະກົດທີ່ຜ່ານມາ ຈາກ
ການກິນນ້ຳເຄັມ ຫຼັງຈາກຖືກສົ່ງໄປເຂດອະນຸລັກສັດປ່າແຫ່ງໃໝ່ຂອງ ເຄັນຢາ.
ເສັ້ນທາງລົດໄຟໃໝ່ທີ່ຖືກສ້າງໂດຍ ຈີນ ຜ່ານສວນອຸດທະຍານດັ່ງກ່າວ ຍັງເປັນແຫຼ່ງ
ຂອງບັນຫາ. ໂຄງການດັ່ງກ່າວ, ເຊິ່ງໄດ້ແຍກສວນອຸດທະຍານອອກເປັນສອງສ່ວນນັ້ນ,
ແມ່ນໄດ້ຮັບການໜູນຫຼັງໂດຍລັດຖະບານ ກ່ຽວກັບ ການຄັດຄ້ານຂອງບັນດານັກອານຸ
ລັກທຳມະຊາດ ຜູ້ທີ່ໄດ້ຕຳນິ ກ່ຽວກັບ ການສຶກສາຜົນກະທົບສິ່ງແວດລ້ອມທີ່ບໍ່ພຽງພໍ.
ໃນວັນສຸກທີ່ຜ່ານມາ, ທ່ານນາງ ທຣຳ ໄດ້ປ້ອນລູກຊ້າງດ້ວຍການໃຊ້ຕຸກນົມຂະໜາດ
ໃຫຍ່, ແລ້ວຖືກລູກຊ້າງຊູນເອົາໜ້ອຍນຶ່ງ ໃນຂະນະທີ່ທ່ານນາງພະຍາຍາມທີ່ຈະປ້ອນ
ອີກເທື່ອນຶ່ງ. ທັງສະຕີໝາຍເລກນຶ່ງ ແລະ ຊ້າງນ້ອຍ ແມ່ນບໍ່ໄດ້ຮັບບາດເຈັບຈາກເຫດ
ການດັ່ງກ່າວ.
ອ່ານຂ່າວນີ້ຕື່ມເປັນພາສາອັງກິດ