ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ​ນາງຈີ​ລ ໄບ​ເດັນ ສະ​ຕີ​ໝາຍ​ເລກ​ນຶ່ງ ຂອງ ສ​ຫລ ໄດ້​ໄປ​ແວ່​ຢ້ຽມ​ຢາມ​ຢູ​ເຄ​ຣນ ແບບບໍ່​ຄາດ​ຝັນ ໃນ​ມື້ວານນີ້

ທ.ນ. ຈີ​ລ ໄບ​ເດັນ ສະ​ຕີ​ໝາຍ​ເລກ​ນຶ່ງຂອງ ສ​ຫລ (ຊ້າຍ) ແລະ ທ.ນ.​ ​ໂອ​ເລ​ນາ ເຊ​ເລັນ​ສ໌​ກີ ສະ​ຕີ​ໝາຍ​ເລກ​ນຶ່ງຂອງ​ຢູ​ເຄ​ຣນ ຮ່ວມກັນ​ເຮັດ​ໂຕ​ໝີ​ດ້ວຍ​ເຈ້ຍ ເພື່ອ​ເປັນ​ຂອງ​ຂວັນ​ໃນ​ວັນ​ແມ່ຢູ່​ໂຮງ​ຮຽນ​ແຫ່ງ​ນຶ່ງ ​ທີ່​ເອົາ​ນັກ​ຮຽນ​ອົບ​ພະ​ຍົບ​ມາ​​ຢູ່ໃນ​ເມືອງ Uzhhorod, ວັນ​ທີ 8 ພຶດ​ສະ​ພາ, 2022

ສະ​ຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະ​ຫະ​ລັດ, ທ່ານ​ນາງຈີ​ລ ໄບ​ເດັນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຢູ​ເຄ​ຣນ ໃນ​ວັນ​ອາ​ທິດ​ວານນີ້ ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ​ກັບສະ​ຕີ​ໝາຍ​ເລກ​ນຶ່ງ​ຂອງ​ຢູ​ເຄ​ຣນ, ທ່ານນາງໂອ​ລີ​ນາ ເຊ​ເລັນ​ສ໌​ກີ ຢູ່ໃນ​ໂຮງ​ຮຽນທີ່​ໄດ້​ຖືກ​ຫັນໄປໃຊ້​ເປັນ​ບ່ອນ​ພັກ​ອາ​ໄສ​ຂອງ​ຜູ້​ຄົນ​ທີ່​ຫລົບ​ໜີ​ຈາກ​ຄວາມ​ຮຸນ​ແຮງ ແລະ​ການ​ຖິ້ມລະ​ເບີດ​ຂອງຣັດ​ເຊຍຢູ່​ບ່ອນ​ອື່ນ​ໃນ​ປະ​ເທດນັ້ນ.

ທ່ານນາງໄບ​ເດັນໄດ້ຂ້າມຊາຍແດນສະໂລວາເກຍກັບຢູເຄຣນ ເຂົ້າໄປໃນເມືອງ ​ອູ​ໂຮ​ຣອດ (Uzhhorod) ໃນພາກ ຕາເວັນຕົກສຽງໃຕ້ຂອງປະເທດ ຫຼັງຈາກໄດ້ ໄປຢ້ຽມຢາມຊາວອົບພະຍົບຢູເຄຣນທີ່ຫຼົບໜີຈາກບ້ານເກີດເມືອງ ນອນ ໄປຢູ່ສະໂລວາເກຍແລ້ວ.

ທ່ານ​ນາງເຊ​ເລັນ​ສ໌​ກີ ເປັນພັນ​ລະ​ຍາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ, ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລັ​ນ​ສ໌​ກີ (Volodymyr Zelenskyy) ອາ​ຍຸ 44 ປີ ນັ້ນ ໄດ້ໄປ​ລີ້​ຊ່ອນ​ຕົວຢູ່​ພ້ອມ​ກັບ​ລູກ​ສອງ​ຄົນ ນັບ​ຕັ້ງ​ແຕ່ເລີ້ມ​ມີ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍເຂົ້າໄປໃນ ​ຢູ​ເຄ​ຣນເມື່ອ 10 ອາ​ທິດ​ຜ່ານ​ມາ.

ທ່ານ​ນາງເຊ​ເລັນ​ສ໌​ກີ ຍ່າງອອກຈາກລົດ SUV ສີດໍາ ທີ່ມີທະຫານ​ປ້ອງ​ກັນ​ຊາວ ຢູເຄ​ຣນຄົນ​ນຶ່ງ​ມານຳ. ທ່ານ​ນາງໄບ​ເດັນ ໄດ້ມອບຊໍ່ດອກໄມ້ອວຍ​ພອນວັນແມ່ ໃຫ້ທ່ານ​ນາງເຊ​ເລັນ​ສ໌​ກີ ແລະທັງສອງກໍໄດ້ໂອບກອດກັນ ກ່ອນທີ່ຈະພົບກັນຢູ່ ໃນຫ້ອງນ້ອຍໆ ຢູ່ຂ້າງບ່ອນພັກຂອງ​ອົບ​ພະ​ຍົບ​ນັ້ນ.

​ທ່ານ​ນາງໄບ​ເດັນເວົ້າ​ວ່າ "ຂ້າ​ພະ​ເຈົ້າຢາກມາທີ່​ນີ້ໃນວັນແມ່." “ພວກ​ເຮົາ​ຄິດ​ວ່າ ມັນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ຈະ​ສະ​ແດງ​ໃຫ້​ປະ​ຊາ​ຊົນ​ຢູ​ເຄ​ຣນ​ເຫັນ​ວ່າ ສົງ​ຄາມ​ນີ້​ຕ້ອງ​ຢຸດ​ລົງ ແລະ​ສົງ​ຄາມ​ນີ້​ໄດ້​ດຳ​ເນີນ​ໄປ​ຢ່າງ​ໂຫດຫ້ຽມ. ແລະປະຊາຊົນ ຂອງສະຫະລັດຢືນຢູ່ຄຽງ​ຂ້າງກັບປະຊາຊົນຂອງຢູເຄຣນ."

ສະ​ຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະ​ຫະ​ລັດ, ທ.ນ. ຈີ​ລ ໄບ​ເດັນ (ຊ້າຍ) ແລະ ທ.ນ. Olena Zelenska (ທີ​ສອງ​ຂວາ) ໄປ​ຢ້ຽມ​ຢາມ​ໂຮງ​ຮຽນ​ເລກ 6 ທີ່​ຮັບ​ເອົາ​ນັກ​ຮຽນ​ອົບ​ພະ​ຍົບ​ມາ​ຮຽນ​ຢູ່​ໃນ​ເມືອງ Uzhhorod, ວັນ​ທີ 8 ພຶດ​ສະ​ພາ, 2022.

ທ່ານ​ນາງເຊ​ເລັນ​ສ໌​ກີກ່າວ​ຕອບວ່າ "ພວກເຮົາຮູ້ສຶກເຖິງຄວາມ​ຫວັງ​ດີນັ້ນ​ໄດ້."

ທ່ານ​ນາງເຊ​ເລັນ​ສ໌​ກີ ກ່າວ​ຕໍ່​ໄປ “ກ່ອນອື່ນໝົດ, ຂ້າພະເຈົ້າຂໍຂອບໃຈທ່ານນາງ ທີ່ໄດ້ກະທຳຢ່າງກ້າຫານແບບນີ້.” "ເພາະວ່າພວກເຮົາເຂົ້າໃຈດີ​ວ່າ ມັນເປັນ​ເລື້ອງ​ໃຫຍ່​ຫລວງ​ປານ​ໃດ ສໍາລັບສະຕີໝາຍ​ເລກ​ນຶ່ງຂອງສະຫະລັດ ທີ່ ຈະມາທີ່ນີ້ໃນ​ໄລ​ຍະສົງ​ຄາມຂະ​ນະທີ່ການປະ​ຕິ​ບັດການທາງທະຫານໄດ້ເກີດຂຶ້ນທຸກໆມື້, ບ່ອນທີ່ສຽງ​ຫວໍ​ເຕືອນ​ໄພທາງອາກາດ ເກີດຂຶ້ນທຸກໆມື້ ແມ່ນແຕ່ໃນມື້ນີ້ເອງ."

"ພວກເຮົາທຸກຄົນ ຮູ້ສຶກໄດ້ ເຖິງການສະໜັບສະໜຸນຂອງທ່ານ​ນາງ ແລະພວກເຮົາທຸກຄົນຮູ້ສຶກເຖິງການນຳພາ ຂອງປະທານາທິບໍດີສະຫະລັດ, ແຕ່ພວກເຮົາ ກໍເວົ້າໄດ້ວ່າ ວັນແມ່ເປັນວັນທີ່​ມີສັນຍາລັກສຳລັບພວກເຮົາ ເພາະວ່າ ພວກເຮົາຮູ້ສຶກເຖິງຄວາມຮັກ ແລະການສະໜັບສະໜູນຂອງທ່ານນາງ ໃນວັນອັນສຳຄັນເຊັ່ນ​ນີ້."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG