ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຕີໝາຍເລກນຶ່ງ ທ່ານນາງ ຈິລ ໄບເດັນ ເດີນທາງເຖິງຍີປຸ່ນ ເພື່ອເຂົ້າຮ່ວມພິທີເປີດການແຂ່ງຂັນ ກິລາໂອລິມປິກ


ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ ຈິລ ໄບເດັນ ພົບກັບນາຍົກລັດຖະມົນຕີຂອງຍີປຸ່ນທ່ານໂຢຊິຮິເດະ ຊູກະ ແລະພັນລະຍາທ່ານນາງ ມາຣິໂກະ ຊູກະ ທີ່ເຮືອນຮັບຮອງແຂກພະລາດຊະວັງ ອາກະຊາກະ ກ່ອນພິທິເປີດການແຂ່ງຂັນກິລາໂອລິມປິກໂຕກຽວປີ 2020, ໃນນະຄອນຫລວງໂຕກຽວ, ປະເທດຍີປຸ່ນ. ວັນທີ 22 ກໍລະກົດ, ປີ 2021. ໂດຍກຽວໂດ
ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ ຈິລ ໄບເດັນ ພົບກັບນາຍົກລັດຖະມົນຕີຂອງຍີປຸ່ນທ່ານໂຢຊິຮິເດະ ຊູກະ ແລະພັນລະຍາທ່ານນາງ ມາຣິໂກະ ຊູກະ ທີ່ເຮືອນຮັບຮອງແຂກພະລາດຊະວັງ ອາກະຊາກະ ກ່ອນພິທິເປີດການແຂ່ງຂັນກິລາໂອລິມປິກໂຕກຽວປີ 2020, ໃນນະຄອນຫລວງໂຕກຽວ, ປະເທດຍີປຸ່ນ. ວັນທີ 22 ກໍລະກົດ, ປີ 2021. ໂດຍກຽວໂດ

ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງຈິລ ໄບເດັນ ໄດ້ເດີນທາງໄປຮອດ ຍີ່ປຸ່ນໃນວັນພະຫັດວານນີ້, ເຊິ່ງທ່ານນາງ ເປັນຫົວໜ້າຄະນະຜູ້ແທນທາງການທູດຂອງອາເມຣິກາ ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກໂຕກຽວ.

ການແຂ່ງຂັນໄດ້ຖືກເລື່ອນເວລາອອກໄປນຶ່ງປີ ເນື່ອງຈາກການລະບາດໃຫຍ່ຂອງໄວ ຣັສໂຄໂຣນາແລະຍັງສືບຕໍ່ເປັນເງົາບົດບັງ. ໄວຣັສດັ່ງກ່າວເຮັດໃຫ້ເກີດພະຍາດໂຄວິດ-19.

ທ່ານນາງໄບເດັນ ໄດ້ໄປເຖິງຖານທັບອາກາດ ໂຢໂກຕະ, ເຊິ່ງທ່ານນາງ ໄດ້ພົບກັບລັດຖະມົນຕີກະຊວງການຕ່າງປະເທດຍີປຸ່ນ, ກ່ອນກໍາໜົດເວລາຮັບປະ ທານອາຫານຄໍ່າ ທ່ານນາງໄດ້ພົບກັບນາຍົກລັດຖະມົນຕີ ໂຢຊິຮິເດະ ຊູກະ ແລະພັນລະຍາ ທ່ານນາງ ມາຣິໂກະ ຊູກະ ທີ່ພະຣາດຊະວັງ ອະກາຊາກະ.

ໃນວັນສຸກມື້ນີ້, ທ່ານນາງມີກໍາໜົດການທີ່ຈະໄດ້ເຂົ້າພົບ ພະຈັກກະພັດ ນາຣຸຮິໂຕະ ທີ່ພະຣາດຊະວັງອິມພີຣຽວ, ແຕ່ກ່ອນໜ້ານັ້ນ ທ່ານນາງຈະພົບປະກັບທີມນັກກິລາສະຫະລັດ ໂດຍຜ່ານທາງອອນລາຍນ໌.

ທ່ານນາງໄບເດັນ ມີແຜນທີ່ຈະເຂົ້າຮ່ວມພິທິເປີດການແຂ່ງຂັນກິລາໂອລິມປິກໃນວັນສຸກມື້ນີ້ ເຊິ່ງເປັນສ່ວນນຶ່ງ ຂອງຄະນະຜູ້ແທນທີ່ປະກອບດ້ວຍສອງຄົນ. ເຈົ້າໜ້າທີ່ກ່າວວ່າ ທ່ານນາງຈະເຂົ້າຮ່ວມ ທ່ານເຣມອນ ກຣີນ, ຜູ້ທີ່ປະຕິບັດໜ້າທີ່ເປັນອຸປະທູດ ໃນຂະນະທີ່ຍັງບໍ່ມີເອກອັກຄະລັດຖະທູດປະຈຳການ.

ການຕິດເຊື້ອໄວຣັສໂຄໂຣນາຢູ່ໂຕກຽວແມ່ນຖີບຂຶ້ນສູ່ລະດັບສູງສຸດໃນຮອບ 6 ເດືອນ ໃນວັນພຸດແລ້ວນີ້, ຕາມການລາຍງານຂອງອົງການຂ່າວເອພີ. ນະຄອນຫຼວງແຫ່ງນີ້ໄດ້ຢູ່ພາຍໃຕ້ພາວະສຸກເສີນຄັ້ງທີ 4 ທ່າມກາງທີ່ມີການລະບາດຄັ້ງໃຫຍ່ ເຊິ່ງໃນຮອບປັດຈຸບັນນີ້ ແມ່ນຈະສິ້ນສຸດລົງໃນວັນທີ 22 ເດືອນສິງຫາ. ສ່ວນການແຂ່ງຂັນກິລາໂອລິມປິກ ແມ່ນຈະໄດ້ສິ້ນສຸດລົງໃນວັນທີ 8 ສິງຫາທີ່ຈະມາເຖິງນີ້.

ບັນດາຜູ້ຊົມຖືກຫ້າມ ຈາກທຸກສະຖານທີ່ພົບປະ ໃນເຂດນະຄອນຫຼວງໂຕກຽວ, ແລະມີພຽງບໍ່ເທົ່າໃດແຫ່ງ ໃນຂົງເຂດພາຍນອກເທົ່ານັ້ນ ທີ່ໄດ້ຮັບອະນຸຍາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG