ທ່ານນາງເມລາເນຍ ທຣຳ ສືບຕໍ່ ທໍາການໄປຢ້ຽມຢາມທະວີບອາຟຣິກາ ໂດຍໄດ້ໄປ
ຍັງປະເທດເຄນຢາ ໃນວັນສຸກມື້ນີ້ ເພື່ອເນັ້ນໃຫ້ເຫັນຄວາມສຳຄັນໃນການອະນຸລັກ
ສັດໄວ້.
ສະຕີໝາຍເລກນຶ່ງຂອງສະຫະລັດ ໄດ້ໄປຢ້ຽມຢາມສວນສາທາລະນະ ໄນໂຣບີ ເພື່ອ
ຮຽນຮູ້ເຖິງຂັ້ນຕອນຕ່າງໆ ທີ່ປະເທດໃນເຂດຕາເວັນອອກ ຂອງທະວີບອາ ຟຣິກາແຫ່ງ
ນັ້ນດຳເນີນໄປ ເພື່ອອະນຸລັກຊ້າງ ແລະແຮດໄວ້ ແລະໄດ້ເຂົ້າຮ່ວມ ການເກືອອາຫານ
ຊ້າງນ້ອຍກິນ, ແລະທ່ານນາງ ຍັງໄດ້ສືບຕໍ່ຢ້ຽມຢາມປ່າທີ່ເຕັມ ໄປດ້ວຍສັດສາວາສິ່ງ
ແຫ່ງນັ້ນຢູ່.
ທ່ານນາງ ທຣຳ ມີແຜນທີ່ຈະໄປຢ້ຽມຢາມເດັກນ້ອຍ ຢູ່ໂຮງລ້ຽງເດັກກຳພ້າແຫ່ງນຶ່ງ ແລະ
ກໍຈະໄປຊົມການສະແດງຂອງເດັກນ້ອຍຢູ່ໂຮງມະຫໍລະສົບແຫ່ງຊາດໃນນະຄອນໄນໂຣບີ
ໃນເວລາຕໍ່ມາ ໃນວັນສຸກມື້ນີ້.
ການໄປຢ້ຽມຢາມທະວີບອາຟຣິກາຄັ້ງທຳອິດຂອງທ່ານນາງ ທຣຳ ແລະການເດີນທາງໄປ
ຕ່າງປະເທດຜູ້ດຽວ ເປັນເວລາຍາວນານຄັ້ງທຳອິດ ຂອງທ່ານນາງ ໃນນາມສະຕີໝາຍ
ເລກນຶ່ງຂອງສະຫະລັດ ຍັງລວມມີການໄປຢ້ຽມຢາມປະເທດ ການາ ແລະ ມາລາວີ ອີກ
ດ້ວຍ.
ເບິ່ງວີດິໂອ ຫົວຂໍ້ "Be Best" ໃນນະຄອນລີລອງເວ ຂອງມາລາວີ ທີ່ທ່ານນາງ ທຣຳໄປຢ້ຽມຢາມ
ອີຈິບຈະເປັນປະເທດສຸດທ້າຍທີ່ທ່ານນາງຈະໄປຢ້ຽມຢາມ ໃນໄລຍະທີ່ທຳການໄປຢ້ຽມ
ຢາມສີ່ປະເທດໃນທະວີບອາຟຣິການັ້ນ ເພື່ອເນັ້ນໃຫ້ເຫັນຄວາມສຳຄັນຂອງສະຫວັດ
ດີພາບຂອງເດັກນ້ອຍ, ການສຶກສາ, ແລະການທ່ອງທ່ຽວ ແລະການອະນຸລັກທຳມະຊາດ.
ການຢ້ຽມຢາມດັ່ງກ່າວຂອງທ່ານນາງ ທຣຳ ລວມທັງການສົ່ງເສີມວຽກງານຂອງອົງການ
ພັດທະນາສາກົນ ຂອງສະຫະລັດ ຫລື USAID ຊຶ່ງເປັນການໃຫ້ທຶນທີ່ ທ່ານປະທານາ
ທິບໍດີ ດໍໂນລ ທຣຳ ສະເໜີໃຫ້ຕັດລົງ ເກືອບຮອດ 1 ສ່ວນ 3. ແຕ່ວ່າ ບັນດາສະມາຊິກ
ລັດຖສະພາ ບໍ່ເຫັນດີໃຫ້ເຮັດຕາມ ຄຳສະເໜີນັ້ນ.