ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຕີໝາຍເລກນຶ່ງຂອງ ສຫລ ຈັດການສົນທະນາ ເລື້ອງການສຶກສາ ຢູ່ປັກກິ່ງ (ສະໄລດ໌/ວີດີໂອ)


Obama23mar14
please wait
Embed

No media source currently available

0:00 0:00:39 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ທ່ານ​ນາງ Michelle Obama ສະຕີ​ໝາຍ​ເລກ​ນຶ່ງ​ຂອງ​ສະຫະ
ລັດ​ກ່າວ​ວ່າ ທ່ານ​ນາງ​ຈະ​ບໍ່​ໄດ້​ບັນລຸ​ຜົນສຳ​ເລັດ ຕາມທີ່ໄດ້​
ຮັບ​ມາ​ນັ້ນ​ ຖ້າ​ຫາກ​ບິດາ​ມານ​ດາຂອງ​ທ່ານ​ນາງ ​ບໍ່​ໄດ້​ລົງທຶນ​
ໃສ່​ການ​ສຶກສາ​ຂອງ​ທ່ານ​ນາງ.

ພັນ​ລະ​ຍາ​ຂອງ​ປະທານາທິບໍດີ Obama ຊຶ່ງ​ເປັນ​ທະນາຍ
ຄວາມ​ທີ່​ຮຽນສຳ​ເລັດ​ຈາກ​ມະຫາ​ວິທະຍາ​ໄລ Harvard ມີ
​ຄວາມ​ເ​ຫັນ​ດັ່ງກ່າວ​ທີ່​ກຸງ​ປັກ​ກິ່ງ ​ໃນ​ວັນ​ອາ ທິດມື້​ນີ້ ບ່ອນ​
ທ່ານ​ນາງ​ເປັນ​ເຈົ້າພາບ​ຈັດການ​ໂອ້​ລົມ​ສົນທະນາ​ກັນ​ເລື້​ອງ
ການ​ສຶກສາ​.

ທ່ານ​ນາງ Michelle ກ່າວ​ວ່າ “ຂ້າພະ​ເຈົ້າ​ຄົງຈະ​ບໍ່​ໄດ້ກ້າວ​ມາ​ຮອດ​ຈຸດ​ທີ່​ຂ້າພະ
ເຈົ້າ​ຢືນ​ຢູ່​ນີ້ ຖ້າ​ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ​ບໍ່​ໄດ້​ລົງທຶນ​ໃສ່​ການ​ສຶກສາ ​ແລະ​ຊຸກຍູ້
ໃຫ້ ຂ້າພະ​ເຈົ້າພະຍາຍາມ​ໃຫ້ໄດ້​ຮັບ​ການ​ສຶກສາ​ດີ​ນັ້ນ ​ແລະ​ພໍ່​ແມ່​ຂອງ​ຂ້າພະ
​ເຈົ້າ​ເອງ​ກໍ​ບໍ່​ໄດ້​ຮັບ​ການ​ສຶກສາສູງ​ ແຕ່​ສິ່ງ​ນຶ່ງໃນ​ຫຼາຍໆ​ສິ່ງທີ່​ພວກເພິ່ນເຂົ້າ​ໃຈ​
ດີນັ້ນ ກໍ​ຄື​ວ່າ ອ້າຍ​ຂອງ​ຂ້າພະ​ເຈົ້າແລະ​ຂ້າພະ​ເຈົ້າ​ເອງ​ຈຳ​ເປັນ​ຕ້ອງ​ມີພື້ນຖານ​
ດັ່ງກ່າວ. ດັ່ງ​ນັ້ນທ່ານປະທານາທິບໍດີແລະ​ຂ້າພະ​ເຈົ້າ ຈຶ່ງ​ໄດ້​ເອົາ​ເລື້ອງ​ການ​
ສຶກສາ​ນີ້ ​ເປັນ​ຈຸດ​ເພ່ງ​ເລັງ​ອັນສຳຄັນ ໃນ​ວຽກ​ງານ​ຂອງ​ພວກ​ເຮົາ​ໃນ​ຫຼາຍ​ປີ​ຕໍ່
ໜ້າ​ນີ້ ເພາະວ່າ​ພວກ​ເຮົາ​ຢາກ​ເຮັດ​ໃຫ້​ແນ່​ໃຈ​ວ່າ ພວກຊາວໜຸ່ມຫຼາຍໆຄົນໃນ
ສະຫະລັດ​ ແລະ​ໃນ​ທົ່ວ​ໂລກ ມີໂອກາດ​ໄດ້​ຮັບ​ການ​ສຶກສາ.”


ທ່ານ​ນາງ Michelle Obama ຈັດການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການ​ສຶກສາ​ນີ້ ທີ່​ສະຖານ
ທູດ​ສະຫະລັດ​ໃນ​ນະຄອນຫຼວງ​ຂອງ​ຈີນ ​ໃນ​ໝືທີ​ສາມ​ຂອງ​ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ນາງ.

ສະຕີ​ໝາຍ​ເລກ​ນຶ່ງ​ຍັງ​ມີ​ໝາຍ​ກຳນົດ​ ຈະ​ໄປ​ຢຽມຢາມ​ກຳ​ແພງ​ເມືອງ​ຈີນ ຫຼື Great Wall ​ແລະ​ຮັບ​ປະທານ​ອາຫານ​ທ່ຽງ​ກັບ​ລູກ​ສາວ​ແລະແມ່​ຂອງ​ທ່ານ​ນາງ ທີ່​ຮ້ານ​ອາຫານ ຢູ່​ໂຮງຮຽນ​ເກົ່າ​ແຫ່ງ​ນຶ່ງ ໃກ້ໆ​ກັບ​ກຳ​ແພງເມືອງ​ຈີນ​ນັ້ນ.

​ໃນ​ມື້ທີ​ສອງ​ຂອງ​ການ​ຢ້ຽມຢາມ ​ໃນ​ວັນ​ເສົາ​ວານ​ນີ້ ທ່ານ​ນາງ Michelle Obama ​ໄດ້ ກ່າວ​ຕໍ່​ ນັກ​ສຶກສາ​ອາ​ເມຣິກັນ​ແລະຊາດ​ອື່ນໆຈຳນວນ​ນຶ່ງ​ວ່າ ​ເສລີພາບ​ໃນ​ການສະແດງ
​ຄວາມ​ຄິດ​ຄວາມ​ເຫັນ ​ແລະ​ການ​ນັບ​ຖື​ສາສະໜາ ​ແລະ​ການມີ​ໂອກາດ​ເຂົ້າ​ຫາ​ຂ່າວ​ຂໍ້​ມູນ
​ຢ່າງ​ເປີດ​ກວ້າງ ​ແມ່ນ​ສິດທິ​ສາກົນຂອງ​ທຸກໆ​ຄົນ.

​ແຕ່ສະຕີ​ໝາຍ​ເລກ​ນຶ່ງຂອງ​ສະຫະລັດ​ ບໍ່​ໄດ້ເຖິງ​ຂັ້ນ​ຮຽກຮ້ອງ​ໃຫ້​ພັກ​ຄອມມິ​ວນິສ​ຈີນທີ່​
ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ ​ລຸດຜ່ອນການຈຳກັດ​ຮັດ​ແຄບ​ສິດທິ​ເຫຼົ່າ​ນັ້ນຂອງປະຊາຊົນ​ຈີນ.

XS
SM
MD
LG