ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດ ສຫລ ເລີ້ມຊອກຄົ້ນຫາ ຖ້ຽວບິນ ມາເລເຊຍ ທີ່ຫາຍສາບສູນ


ຍາດພີ່ນ້ອງ ຜູ້ໂດຍສານ ຂອງຖ້ຽວບິນ 370 ຂອງມາເລເຊຍ ທີ່ຫາຍສາບສູນໄປ ເມື່ອວັນທີ​​ 8 ມີນາ ປີ 2014 ຢືນຢູ່ໃກ້ໆ ໂທລະພາບ ເບິ່ງລາຍງານຂ່າວສົດ ກ່ຽວກັບ ການຫາຍສາບສູນ ຂອງຖ້ຽວບິນ 8501 ຂອງແອເອເຊຍ.
ຍາດພີ່ນ້ອງ ຜູ້ໂດຍສານ ຂອງຖ້ຽວບິນ 370 ຂອງມາເລເຊຍ ທີ່ຫາຍສາບສູນໄປ ເມື່ອວັນທີ​​ 8 ມີນາ ປີ 2014 ຢືນຢູ່ໃກ້ໆ ໂທລະພາບ ເບິ່ງລາຍງານຂ່າວສົດ ກ່ຽວກັບ ການຫາຍສາບສູນ ຂອງຖ້ຽວບິນ 8501 ຂອງແອເອເຊຍ.

ມາ​ເລ​ເຊຍ​ໄດ້​ຕົກລົງ ອະນຸຍາດ​ໃຫ້ ບໍລິສັດ​ຂອງສະຫະລັດ ​ເລີ້ິມຊອກ​ຫາຖ້ຽວບິນ 370
ຂອງສາຍການບິນມາ​ເລ​ເຊຍ ທີ່​ໄດ້​ຫາຍ​ສາຍ​ສູນ​ໄປ​ ໃນ​ເດືອນ​ມີນາ ​ປີ 2014.

ລັດຖະມົນຕີ​ຂົນສົ່ງ ຂອງມ​າ​ເລ​ເຊຍ ທ່ານ ​ຫລິວ ຕີ​ອົງ ລາຍ ກ່າວໃນ​ວັນ​ເສົາ​ມື້​ນີ້​ວ່າ ​ໂອ​-
ເຊິນ ອິນ​ຟິນີຕີ ຊຶ່ງເປັນບໍລິສັດສຳຫຼວດ​ພື້ນ​ທະ​ເລກຳລັງ​ທຳ​ການ​ຊອກ​ຄົ້ນຫາແບບ​ທີ່​ວ່າ
“ຊອກ​ບໍ່​ເຫັນບໍ່​ໄດ້​ຮັບເງິນ” ຊຶ່ງ​ໝາຍ​ຄວາມ​ວ່າ ບໍລິສັດ​ຈະ​ບໍ່​ໄດ້ຮັບຄ່າຈ້າງໃດໆຖ້າ​ຫາກ
​ຊອກ​ຫາ​ເຮືອບິນ​ບໍ່​ພົບ.

ທ່ານ​ລັດຖະມົນຕີ​ກ່າວ​ວ່າ “ມັນ​ແມ່ນ​ໜ້າ​ທີ່ ​ຂອງ​ພວກ​ເຮົາ ​ທີ່​ຈະ​ຊອກ​ຫາ​ຄຳ​ຕອບແລະ
ຫາເຮືອບິ​ນ​.”

​ເຮືອບິນ​ໂບ​ອິງ 777 ​ໄດ້​ຫາ​ຍສາບ​ສູນ​ໄປ​ ໃນລະຫວ່າງ​ການບິນ​ຈາກນະຄອນ​ກົວ​ລາ
​ລຳເປີ ​ໄປຫານະຄອນ​ຫຼວງປັກ​ກິ່ງ ພ້ອມ​ດ້ວຍ​ຜູ້​ໂດຍສານແລະຈຸບິນ 239 ຄົນ​ຢູ່​ເທິງ
ເຮືອບິນ ຊຶ່ງເປັນຄວາມ​ລຶກລັບ​ທີ່ໃຫຍ່ທີ່ສຸດ ສຳລັບການ​ເດີນທາງໆ​ອາກາດຍຸກໃໝ່.

ລັດຖະບານ​ມາ​ເລ​ເຊຍ ຈີນແລະ​ອອສ​ເຕຣ​ເລຍ ​ໄດ້​ຢຸດ​ເຊົາການ​ຊອກ​ຄົ້ນ​ຫາ​ເຮືອບິນ​
ດັ່ງກ່າວ ໃນ​ເ​ດືອນມັງກອນ ປີ 2017.

​ບໍລິສັດໂອ​ເຊິນ ອິນ​ຟິນີຕີ ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ ຕົນ​ໄດ້​ສົ່ງ​ກຳ​ປັ່ນ​ຄົ້ນ​ຫາ​ລຳນຶ່ງ
ໃນ​ຕົ້ນ​ອາທິດ​ນີ້​ຈາກ​ທ່າ​ເຮືອເດິີບານໃນອາ​ຟຣິກາ​ໃຕ້ເພື່ອ​ສວຍໂອກາດໃນລະຫວ່າງ
ທີ່ອາກາດເອື້ື້ອ​ອຳນວຍໃຫ້​ຢູ່ອ້ອມ​ແອ້ມບໍລິ​ເວນ “​ເຂດ​ທີ່​ອາດ​ມີການຊອກ​ຄົ້ນ​ຫານັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG