ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ​​ຈະ​ສືບ​ຕໍ່​ການ​ລົງ​ໂທດ ​ກຸ່ມ​ຕາ​ລີ​ບານ ຂະ​ນະ​ທີ່ພວກ​​ນັກ​ຊ່ຽວ​ຊານ ຮຽກ​ຮ້ອງ​ໃຫ້​ມີ​ການ​ຜ່ອນ​ຜັນ


​ແຟ້ມ - ບັນ​ດາ​ຜູ້​ອະ​ວຸ​ໂສ​ນັ່ງ​ຢູ່​ພາຍ​ໃຕ້​ຮົ່ມ​ທຸງ​ຕາ​ລີ​ບານ ຂະ​ນະ​ທີ່​ພວກ​ຜູ້​ນຳ​ແທ້​ຈິງ​ຂອງ​ປະ​ເທດ ສະ​ຫຼອງວັນ​ຄົບ​ຮອບ​ປີ​ທີ​ສອງ ໃນ​ການ​ຖອນ​ກຳ​ລັງ​ສະ​ຫະ​ລັດ​ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ ທີ່​ເມືອງ​ການ​ດາ​ຮາ ທາງ​ໃຕ້​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 15 ສິງ​ຫາ 2023.
​ແຟ້ມ - ບັນ​ດາ​ຜູ້​ອະ​ວຸ​ໂສ​ນັ່ງ​ຢູ່​ພາຍ​ໃຕ້​ຮົ່ມ​ທຸງ​ຕາ​ລີ​ບານ ຂະ​ນະ​ທີ່​ພວກ​ຜູ້​ນຳ​ແທ້​ຈິງ​ຂອງ​ປະ​ເທດ ສະ​ຫຼອງວັນ​ຄົບ​ຮອບ​ປີ​ທີ​ສອງ ໃນ​ການ​ຖອນ​ກຳ​ລັງ​ສະ​ຫະ​ລັດ​ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ ທີ່​ເມືອງ​ການ​ດາ​ຮາ ທາງ​ໃຕ້​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 15 ສິງ​ຫາ 2023.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ກ່າວ​ວ່າ ຕົນ​ບໍ່​ໄດ້​ມີ​ຄວາມ​ຕັ້ງ​ໃຈ​ທີ່ຈະ​ຜ່ອນ​ຜັນ​ການ​ລົງ​ໂທດ​ຫຼື​ເຮັດ​ໃຫ້​ຄວາມ​ສຳ​ພັນ​ໃຫ້​ເປັນ​ປົກ​ກະ​ຕິ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ ​ໃນ​ອັ​ຟ​ກາ​ນິ​ສ​ຖານ ຈົນ​ກວ່າ​ອຳ​ນາດ​ກາ​ນ​ປົກ​ຄອງ​ອິ​ສ​ລາມ​ຫົວ​ຮຸນ​ແຮງປັບ​ປຸງສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດ​ທີ່​ເຂັ້ມ​ງວດ​ຢູ່​ໃນ​ປະເທດ​ດັ່ງ​ກ່າວ.

“ການ​ເອົາ​ທ່າ​ທີ​ຢ່າງ​ໜັກ​ແໜ້ນ​ຂອງ​ສະ​ຫະ​ລັດ​ກໍ​ຄື ​ຈະ​ບໍ່​ມີການ​ເອົາ​ບາດ​ກ້າວ​ທີ່​ສຳ​ຄັນ​ໃດໆ​ໄປ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ ນອກ​ຈາກແລະ​ຈົນ​ກວ່າ​ວ່າສິດ​ທິ​ພື້ນ​ຖານ​ຂອງ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ທຸກໆ​ຄົນ ໄດ້​ຮັບ​ການ​ເຄົາ​ລົບ​ນັບ​ຖື” ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດກ່າວ​ຕໍ່​ວີ​ໂອ​ເອ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ມີ​ຂຶ້ນ​ຫຼັງ​ຈາກ​ການ​ຊັ່ງ​ຊາ​ຄັ້ງ​ໃໝ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຕືອນ​ໃຫ້​ລະ​ມັດ​ລະ​ວັງ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄວາມ​ສຳ​ພັນ​ແບບ​ປົກ​ກະ​ຕິ​ແລະ​ເພີ້ມ​ທະ​ວີ​ການ​ພົວ​ພັນ​ຂອງ​ສາ​ກົນ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ອັ​ຟ​ກາ​ນິ​ສ​ຖານ.

ການ​ຊັ່ງ​ຊາ ຊຶ່ງ​ໄດ້​ມີ​ການ​ນຳ​ສະ​ເໜີ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ອາ​ທິດ​ແລ້ວ ໄດ້​ສະ​ເໜີ​ແນະ​ໃຫ້​ມີ​ການ​ຂະ​ຫຍາຍ​ການ​ຊ່ວຍ​ເຫຼືອ​ຂອງ​ສາ​ກົນ ໂດຍ​ອະ​ນຸ​ຍາດ​ໃຫ້ ​ມີ​ກາ​ນ​ຊ່ວຍ​ເຫຼືອເພີ້ມ​ຂຶ້ນ ​ໃນ​ດ້ານ​ການ​ພັດ​ທະ​ນາ​ ພື້ນ​ຖານ​ໂຄງ​ລ່າງ ຕະ​ຫຼອດ​ທັງການ​ສົນ​ທະ​ນາ​ຫາ​ລື​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ເທັກ​ນິກ. ນອກນັ້ນການ​ຊັ່ງ​ຊາ​ນີ້ ​ຍັງ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການເພີ້ມ​ການ ພົວ​ພັນ​ເພື່ອ​ໃຫ້​ມີ “ຄວາມ​ສອດ​ຄ່ອງ ປະ​ສານ​ງານ​ກັນຫຼາຍ​ຂຶ້ນ ແລະ​ໃນ​ລັກ​ສະ​ນະ​ທີ່​ເປັນ​ໂຄງ​ລ່າງ.”

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG