ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ສຫລ ວ່າ ກອງທັບຈີນ ພົວພັນ ການໂຈມຕີ ທາງ ອິນເຕີແນັດ (ວີດີໂອ)


ຕຶກອາຄານ ຊຶ່ງເປັນທີ່ຕັ້ງຂອງໜ່ວຍສືບລັບ 61398 ຂອງກອງທັບ ປົດປ່ອຍປະຊາຊົນຈີນ ທີ່ຕັ້ງຢູ່ໃນເຂດຊານເມືອງ ຂອງນະຄອນຊຽງໄຮ້ (19 ກຸມພາ 2013)
ຕຶກອາຄານ ຊຶ່ງເປັນທີ່ຕັ້ງຂອງໜ່ວຍສືບລັບ 61398 ຂອງກອງທັບ ປົດປ່ອຍປະຊາຊົນຈີນ ທີ່ຕັ້ງຢູ່ໃນເຂດຊານເມືອງ ຂອງນະຄອນຊຽງໄຮ້ (19 ກຸມພາ 2013)
ກຸ່ມ​ຮັກສາ​ຄວາມ​ປອດ​ໄພອິນ​ເຕີ​ແນັດ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ
ສະຫະລັດ ກ່າວ​ຫາລັດຖະບານ​ຈີນວ່າ​ ມີ​ການພົວພັນກັບ​ການ
​ໂຈມ​ຕີ ​ທີ່ສະ​ລັບ​ຊັບ​ຊ້ອນ​ທາງອິນ​ເຕີ​ແນັ​ດ ຕໍ່​ບັນດາ​ທຸລະ​ກິດ
ຂອງສະຫະລັດ ລັດຖະບານ ​ແລະໂຄງ​ລ່າງ​ພື້ນຖານ​ທີ່​ມີ​ຄວາມ
​ຫຼໍ່​ແຫຼມສຳຄັ​ນ.

ລາຍ​ງານ 60 ໜ້າ​ທີ່​ນຳ​ອອກເຜີຍ​ແຜ່​ ໃນ​ວັນ​ອັງຄານມື້​ນີ້ ​ໂດຍ
ບໍລິສັດ Mandiant ​ໄດ້ບອກ​ເຖິງ​ລາຍລະອຽດໃນການ​ໂຈມ​ຕີ
ຫລາຍ​ໆສິບກໍລະ ນີ ​ໂດຍ​ກຸ່ມ​ໂຈມ​ຕີ​ອິນ​ເຕີແນັດຈີນທີ່​ບໍລິສັດ​
ດັ່ງກ່າວ​ເວົ້າວ່າ ​ໄດ້​ຮັບ​ການ “ສະໜັບສະໜຸນ​ໂດຍ​ກົງ​ຈາກລັດ
ຖະບານ” ​ເພື່ອ​ທຳ​ການ “ຈາລະ​ກຳ​ທາງ​ອິນ​ເຕີ​ແນັດແບບ​ຍາວ​
ນານ​ແລະ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ”.

ບໍລິສັດ Madiant ​ເວົ້າ​ວ່າ ກຸ່ມ​ດັ່ງກ່າວຊຶ່ງ​ມີ​ການ​ອ້າງ​ອີງ​ເຖິງ​ໃນ​ນາມ APT1 ນັ້ນ ໄດ້​ລັກຂະ​ໂມ​ຍ​ເອົາຂໍ້​ມູນ ​ເປັນ​ຈຳນວນ​ມະຫາສານຈາກ​ ເກືອບ 150 ອົງການຈັດ​ຕັ້ງ​ ຊຶ່ງ
ສ່ວນ​ໃຫຍ່​ຕັ້ງ​ຢູ່​ໃນສະຫະລັດ ນັບ​ຕັ້ງ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ. ລາຍ​ງານ​ບໍ່​ໄດ້​ກ່າວ​ເຖິງຊື່​ຂອງ​ອົງການ​ທີ່​ຕົກ ​ເປັນ​ເປົ້າ​ໃນ​ການ​ໂຈມ​ຕີ ​ແຕ່​ກໍ​ເວົ້າວ່າ ມັນ​ກວມ​ເຖິງ 20 ອຸດສາຫະກໍາ​ທີ່​ສໍາຄັນຕ່າງໆ ​ນັບ​ແຕ່ບໍລິສັດ IT ຫລື​ເທັກ​ໂນ​ໂລ​ຈີ ຕະຫຼອດທັງ​ບໍລິ ສັດ​ໃຫ້ການ​ບໍລິການ​ດ້ານ​ການ​ເງິນທັງຫລາຍ.

ລາຍງານ​ກ່າວ​ອີກ​ວ່າ ຕົນ​ໄດ້​ຕິດຕາມເບິ່ງ​ກິດຈະກຳຂອງ​ກຸ່ມ​ດັ່ງກ່າວຊຶ່ງ ມີ​ຕົ້ນຕໍມາຈາກ​ຄຸ້ມນຶ່ງ​ໃນ​ນະຄອນ Shianghai ​ທີ່​ຕັ້ງຢູ່ຫ້ອມ​ລ້ອມ​ກອງ​ບັນຊາ​ການ​ໜ່ວຍ​ສືບ​ລັບ 61398 ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ຊຶ່ງກ່ອນ​ໜ້ານີ້​ພວກ​ນັກວິ​ເຄາະ​ດ້ານ​ການ
ຮັກສາ​ຄວາມ​ປອດ​ໄພທາງ​ອິນ​ ​ເວົ້າວ່າ ມີ​ສ່ວນ​ພົວພັນ​ກັບ​ການ​ໂຈມຕີທາງ​ອິນ​ເຕີ​ແນັດ​ນັ້ນ.

​ໂຄສົກກະຊວງ​ການ​ຕ່າງປະ​ເທດຈີນ ທ່ານ Hong Lei ​ໄດ້​ປະຕິ​ເສດ​ຢ່າງ​ແຂງ​ຂັນ ຕໍ່​ການ​ກ່າວ​ຫາດັ່ງກ່າວ ​ຢູ່ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ປະຈຳ​ວັນ​ໃນ​ວັນ​ອັງຄານ​ມື້​ນີ້. ​

​ເວລາ​ມີ​ການຖາມກ່ຽວ​ກັບຕຶກ​ອາຄານ​ນັ້ນ ບໍລິສັດ Madiant ກ່າວ​ວ່າ ມີ​ທ່າ​ທາງ​ວ່າ ​ມີ
ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ພະຍາຍາມໂຈມ​ຕີ​ທາງ​ອິນເຕີ ​ແນັດນັ້ນ ​ທ່ານ Hong Lei ກ່າວ​ວ່າ ທ່ານ​ບໍ່​ເຫັນ​ວ່າຫລັກ​ຖານ​ເປັນ​ທີ່ເຊື່ອຖື​ໄດ້ ໂດຍ​ເວົ້າວ່າມັນ​ບໍ່​ແມ່ນ​ຂອງ​ງ່າຍ​ໃນ​ການທີ່​ຕິດ​ຕາມ​ຫາທີ່​ມາ​ຂອງ​ການ​ໂຈມຕີ​ທາງອິນ​ເຕີ​ແນັ​ດ. ນອກ​ນັ້ນ ທ່ານຍັງ​ໄດ້​ກ່າວ​ຫາ​ຄືນ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າການ​ຄົ້ນ​ຄວ້າຂອງ​ຈີນ ທີ່​ອ້າງ​ວ່າ ສະຫະລັດ ​ເປັນແຫ​ລ່ງທີ່​ມາ​ຂອງ​ການ​ໂຈມຕີ ທາງ​ອິນ​ເຕີ​ແນັ​ດ ຢູ່​ໃນ​ຈີນ.

XS
SM
MD
LG