ຕຳຫຼວດຮັກສາຊາຍແດນສະຫະລັດ ໄດ້ສີດສະເປໝາກເຜັດ ແລະແກັສນ້ຳຕາເຂົ້າໃສ່
ເມັກຊິໂກ ໃນຕອນເຊົ້າວັນອັງຄານວານນີ້ ເພື່ອຢັບຢັ້ງຄົນເຂົ້າເມືອງປະມານ 150 ຄົນ
ທີ່ພະຍາຍາມຂ້າມຮົ້ວຊາຍແດນ ໃກ້ກັບນະຄອນແຊນດີເອໂກ.
ເຈົ້າໜ້າທີ່ພາສີ ແລະປ້ອງກັນຊາຍແດນສະຫະລັດ ກ່າວວ່າ ພວກຄົນເຂົ້າເມືອງ ໄດ້
ພະຍາຍາມປີນຂ້າມຫຼືລອດຮົ້ວເຂົ້າມາ ແຕ່ອົງການດັ່ງກ່າວຂຽນຢູ່ໃນຖະແຫຼງການທີ່
ນຳອອກເຜີຍແຜ່ໃນວັນອັງຄານວານນີ້ວ່າ ມີການໃຊ້ແກັສນ້ຳຕາຕໍ່ພວກຄົນເຂົ້າເມືອງ
ທີ່ແກ່ວງກ້ອນຫີນ ຊຶ່ງແຕກຕ່າງໄປກັບພວກທີ່ພະຍາຍາມຂ້າມເຂົ້າມາໃນສະຫະລັດ.
ຖະແຫຼງການກ່າວວ່າ “ບໍ່ມີເຈົ້າໜ້າທີ່ຊາຍແດນ ໄດ້ເຫັນພວກຄົນເຂົ້າເມືອງ ຢູ່ທີ່ຮົ້ວ
ກັ້ນຊາຍແດນ ຮວມທັງພວກເດັກນ້ອຍ ໄດ້ຮັບຜົນກະທົບຈາກສານເຄມີທີ່ໄດ້ແນໃສ່
ພວກແກວ່ງກ້ອນຫີນ ຢູ່ຫ່າງອອກໄປ.”
ອົງການພາສີແລະປ້ອງກັນຊາຍແດນກ່າວວ່າ ພວກເຈົ້າໜ້າທີ່ໄດ້ໃຊ້ແກັສນ້ຳຕາເພື່ອ
ຢັບຢັ້ງພວກແກວ່ງກ້ອນຫີນ ຜູ້ທີ່ເຮັດໃຫ້ພວກເດັກນ້ອຍຢູ່ໃນເຫດການຕົກຢູ່ໃນອັນ
ຕະລາຍ.
ພວກເຈົ້າໜ້າທີ່ໄດ້ຈັບ 25 ຄົນ ໃນຂະນະທີ່ຄົນອື່ນໆພາກັນກັບຄືນເຂົ້າສູ່ເມັກຊິໂກ.
ພວກຄົນເຂົ້າເມືອງ ພາກັນພະຍາຍາມຂ້າມຮົ້ວ ອັນເປັນພາກສ່ວນນຶ່ງຂອງຂະບວນທີ່
ໄດ້ນຳເອົາຊາວອາເມຣິກາກາງຫຼາຍກວ່າ 7,000 ຄົນມາສູ່ເມືອງທີຮວານນາ ທີ່ຕັ້ງຢູ່
ໃນເຂດຊາຍແດນເມັກຊິໂກ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະບັນດາສະມາຊິກລັດຖະບານຂອງ
ທ່ານ ໄດ້ເອົາທ່າທີຢ່າງແຂງຂັນຕໍ່ພວກຄົນເຂົ້າເມືອງ ທີ່ມາຈາກອາເມຣິກາກາງ ທີ່ພາ
ກັນຫລົບໜີຈາກຄວາມທຸກຈົນ ແລະຄວາມຮຸນແຮງ ບອກໃຫ້ບັນດາຜູ້ສະໜັບສະໜູນ
ຂອງທ່ານ ຢູ່ບ່ອນເຕົ້າໂຮມວ່າ ພວກຄົນເຂົ້າເມືອງສົມຄວນພາກັນຫັນຫຼັງກັບຄືນ ແລະ
ກັບເມືອບ້ານ ເພາະວ່າເຂົາເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າມາໃນສະຫະລັດ. ທ່ານ
ຍັງໄດ້ສົ່ງທະຫານ ຫຼາຍພັນຄົນ ໄປເຂດຊາຍແດນສະຫະລັດ ຕິດກັບເມັກຊິໂກ ແລ
ຮຽກຮ້ອງໃຫ້ສະພາອະນຸມັດທຶນສ້າງກຳແພງຊາຍແດນທີ່ທ່ານປາດຖະໜາ.
ພວກຄົນເຂົ້າເມືອງພະຍາມຮ້ອງຂໍເພື່ອລີ້ໄພຢູ່ໃນສະຫະລັດ ທີ່ຈະຕ້ອງໄດ້ລໍຖ້າ ເປັນ
ເວລານານ ຢູ່ທີ່ດ່ານຊາຍແດນສະຫະລັດ ໃນເຂດທີ່ກ່າວວ່າ ຮັບເອົາຜູ້ຂໍລີ້ໄພ 100 ຄົນ
ຕໍ່ມື້ ແລະສ່ວນໃຫຍແລ້ວຈະໜ້ອຍກວ່ານັ້ນ.