ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ປັບໃໝ ສາຍການບິນ Asiana ຂອງ ເກົາຫຼີໃຕ້ 5 ແສນໂດລາ (ວີດີໂອ)


ພວກເຈົ້າໜ້າທີ່ກູ້ໄພ ຢືນຢູ່ໃກ້ໆ ເຮືອບິນໂດຍສານ ໂບອິ້ງ 777 ຂອງສາຍການບິນ Asiana ຫຼັງຈາກໄດ້ປະສົບ ອຸບັດຕິເຫດ ຂະນະລົງຈອດ ທີ່ສະໜາມບິນນາໆຊາດ San Francisco (6 ກໍລະກົດ 2013)
ພວກເຈົ້າໜ້າທີ່ກູ້ໄພ ຢືນຢູ່ໃກ້ໆ ເຮືອບິນໂດຍສານ ໂບອິ້ງ 777 ຂອງສາຍການບິນ Asiana ຫຼັງຈາກໄດ້ປະສົບ ອຸບັດຕິເຫດ ຂະນະລົງຈອດ ທີ່ສະໜາມບິນນາໆຊາດ San Francisco (6 ກໍລະກົດ 2013)
ເຈົ້າໜ້າທີ່ຄວບຄຸມກົດລະບຽບ ຂອງສະຫະລັດ ໄດ້ປັບໃໝສາຍ
ການບິນ Asiana ຂອງເກົາຫຼີໃຕ້ 5 ແສນໂດລາທີ່ບໍ່ໄດ້ໃຫ້ການ
ຊ່ອຍເຫຼືອຢ່າງພຽງພໍ ແກ່ບັນດາຄອບຄົວຜູ້ໂດຍສານ ທີ່ພົວພັນ
ກັບອຸບັດຕິເຫດ ເຮືອບິນຕົກ ເວລາລົງຈອດ ຢູ່ທີ່ນະຄອນ San
Francisco ປີກາຍນີ້.

ມີຜູ້ໂດຍສານ 3 ຄົນ ເສຍຊີວິດແລະ 180 ກວ່າຄົນໄດ້ຮັບບາດ
ເຈັບ ເວລາເຮືອບິນອາຍພົ່ນໂດຍສານ ບິນຕຳຝາກັ້ນທະເລ ເວ
ລາລົງຈອດທີ່ສະໜາມບິນດັ່ງກ່າວ ໃນວັນທີ 6 ກໍລະກົດປີກາຍ
ນີ້.

ກະຊວງຂົນສົ່ງຂອງສະຫະລັດ ກ່າວວ່າ ສາຍການບິນ Asiana ໃຊ້ເວລາ 2 ມື້ ຈຶ່ງສາມາດ ຕິດຕໍ່ກັບສ່ວນໃຫຍ່ ຂອງບັນດາຄອບຄົວ ຜູ້ໂດຍສານ 291 ຄົນ ໄດ້ຢ່າງສຳເລັດ ແລະວ່າ ບາງຄອບຄົວນັ້ນ ບໍ່ໄດ້ຮັບການຕິດຕໍ່ຈົນເທົ່າ 5 ມື້ຫລັງ ຈາກເກີດເຫດແລ້ວ.

ຜູ້ໂດຍສານສ່ວນໃຫຍ່ແມ່ນເປັນຊາວເກົາຫຼີ ຫຼືຊາວຈີນ. ເຈົ້າໜ້າທີ່ສະຫະລັດກ່າວວ່າ ສາຍ ການບິນ Asiana ບໍ່ມີນາຍພາສາແລະບໍ່ສາມາດທີ່ຈະນຳເຜີຍແຜ່ນໍ້າໍ້າ ເບີໂທລະສັບທີ່ບໍ່ເສຍ ເງິນເພື່ອໃຫ້ຄອບຄົວພວກເຄາະຮ້າຍ ຕິດຕໍ່ເອົາຂໍ້ມູນຕ່າງໆ ຈົນເທົ່ານຶ່ງມື້ຫຼຼັງຈາກເກີດເຫດ ແລ້ວ.

ສາຍການບິນ Asiana ໄດ້ກ່າວຕອບ ຕໍ່ການປັບໃໝໃນວັນອັງຄານຜ່ານມາ ຢູ່ໃນຖະແຫຼງ ການສະບັບນຶ່ງ ທີ່ເວົ້າວ່າ ຕົນໄດ້ໃຫ້ການສະໜັບສະໜຸນຢ່າງເຕັມທີ່ ແກ່ຜູ້ໂດຍສານ ແລະ ຄອບຄົວເຂົາເຈົ້າ ຫລັງຈາກໄດ້ເກີດເຫດຮ້າຍ ແລະຈະໃຫ້ການສະໜັບສະໜຸນຕໍ່ໄປ.

ກົດໝາຍສະຫະລັດ ບັງຄັບໃຫ້ສາຍການບິນຕ່າງໆ ຊ່ອຍພວກຜູ້ໂດຍສານ ແລະຄອບຄົວ ເຂົາເຈົ້າຫຼັງຈາກທີ່ໄດ້ເກີດອຸບັດຕິເຫດ. ສາຍການບິນ Asiana ແມ່ນສາຍການບິນທຳອິດ ທີ່ໄດ້ຖືກປັບໃໝ ພາຍໃຕ້ກົດໝາຍດັ່ງກ່າວ.

US Asiana Plane Crash
please wait
Embed

No media source currently available

0:00 0:01:10 0:00
XS
SM
MD
LG