ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ບໍ່ພົບຫຼັກຖານ ທີ່ເຊື່ອມໂຍງສັດຕູຂອງສະຫະລັດ ກັບ ‘Havana Syndrome’


ພາບຈາກແຟ້ມ - ນັກ​ທ່ອງ​ທ່ຽວ​ໃນ​ລົດ​ຄລາ​ສ​ສິກ ແລ່ນຜ່ານ​ສະຖານ​ທູດ​ສະ​ຫະ​ລັດ ໃນ​ນະ​ຄອນ​ຮາ​ວາ​ນາ, ປະ​ເທດ​ຄິວ​ບາ, ວັນ​ທີ 3 ຕຸ​ລາ, 2017. ອົງ​ການ​ສືບ​ລັບ​ຂອງ​ສະ​ຫະ​ລັດບໍ່​ສາ​ມາດເຊື່ອມ​ໂຍງ​ສັດຕູຕ່າງຊາດກັບ​ເຫດ​ການ​ທີ່​ກ່ຽວ​ຂ້ອງ​ກັບ “Havana Syndrome.”
ພາບຈາກແຟ້ມ - ນັກ​ທ່ອງ​ທ່ຽວ​ໃນ​ລົດ​ຄລາ​ສ​ສິກ ແລ່ນຜ່ານ​ສະຖານ​ທູດ​ສະ​ຫະ​ລັດ ໃນ​ນະ​ຄອນ​ຮາ​ວາ​ນາ, ປະ​ເທດ​ຄິວ​ບາ, ວັນ​ທີ 3 ຕຸ​ລາ, 2017. ອົງ​ການ​ສືບ​ລັບ​ຂອງ​ສະ​ຫະ​ລັດບໍ່​ສາ​ມາດເຊື່ອມ​ໂຍງ​ສັດຕູຕ່າງຊາດກັບ​ເຫດ​ການ​ທີ່​ກ່ຽວ​ຂ້ອງ​ກັບ “Havana Syndrome.”

ໃນການ​ຕ່າວ​ປີ້ນ​ຢ່າງ​ແຮງ, ປັດຈຸບັນນີ້ ອົງການສືບລັບຂອງສະຫະລັດກ່າວວ່າ ໃນບັນດາພະຍາດທີ່ລຶກລັບຫຼາຍຮ້ອຍຊະນິດທີ່ເປັນໄພຂົ່ມຂູ່ ແລະໃນບາງກໍລະນີ, ເຮັດໃຫ້ບຸກຄະລາກອນຂອງສະຫະລັດໃນທົ່ວໂລກໄຮ້ຄວາມສາມາດ ແມ່ນ ບໍ່ພົວພັນກັບການໃຊ້ອາວຸດໂດຍສັດຕູຂອງສະຫະລັດ.

ການປະເມີນຂ່າວກອງ ທີ່ຖືກເປີດເຜີຍໃນວັນພຸດ, ອີງຕາມສິ່ງທີ່ເຈົ້າຫນ້າທີ່ສືບລັບເວົ້າວ່າ ເປັນການສືບ ສວນທີ່ກວ້າງ​ຂວາງ​ແລະລະອຽດຖີ່ຖ້ວນໄດ້ສະຫຼຸບວ່າ "ບໍ່ຫນ້າຈະເປັນໄປໄດ້ຢ່າງຍິ່ງ" ທີ່ສັດຕູຕ່າງປະເທດ ຢູ່ເບື້ອງຫຼັງສິ່ງທີ່ເອີ້ນວ່າ ເຫດການສຸຂະພາບຜິດປົກກະຕິ (AHIs) ທີ່ເຮັດໃຫ້ຄົນງານສະຫະລັດ ໄດ້ຮັບຄວາມເດືອດຮ້ອນ ທັງຢູ່ຕ່າງປະເທດ ແລະຢູ່ໃນປະເທດ.

"ອາການທີ່ໄດ້ຖືກລາຍງານໂດຍບຸກຄະລາກອນສະຫະລັດ ອາດຈະເປັນຜົນມາຈາກປັດ​ໄຈຕ່າງໆ ທີ່ບໍ່ກ່ຽວຂ້ອງກັບສັດຕູຕ່າງປະເທດ ເຊັ່ນ: ສະພາວະທີ່ເຄີຍ​ເປັນ​ມາ​ກ່ອນແລ້ວ, ຄວາມເຈັບປ່ວຍທົ່ວໄປ ແລະປັດ​ໄຈດ້ານສິ່ງແວດລ້ອມ," ການປະເມີນຂອງສະພາສືບລັບແຫ່ງຊາດກ່າວວ່າ.

"ຄວາມຫມັ້ນໃຈໃນຄໍາອະທິບາຍນີ້ແມ່ນໄດ້ຮັບການສະຫນັບສະຫນູນໂດຍຄວາມຈິງທີ່ວ່າພວກເຮົາໄດ້ກໍານົດປັດໄຈທາງການແພດ, ສິ່ງແວດລ້ອມ ແລະສັງຄົມ ທີ່ອະທິບາຍ AHIs ຈຳນວນຫຼາຍ ທີ່ລາຍງານໂດຍເຈົ້າຫນ້າທີ່ສະຫະລັດ," ບົດລາຍງານລະບຸຕື່ມ.

AHIs, ຊຶ່ງເອີ້ນກັນວ່າ ໂຣກ Havana Syndrome, ໄດ້ຖືກລາຍງານເປັນຄັ້ງທຳອິດ ໃນປີ 2016 ໃນບັນດານັກການທູດ ແລະພະນັກງານຄົນອື່ນໆ ທີ່ສະຖານ ທູດສະຫະລັດ ໃນນະຄອນຮາວານາ ປະເທດຄິວບາ.

ອ່ານຂ່າວເປັນພາສາອັງກິດຕື່ມ

XS
SM
MD
LG