ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປະຕິຮູບ ການເງິນ ຂອງສະຫະລັດ


ປະທານາທິບໍດີ ບາຣັກ ໂອບາມາ ຊົມເຊີຍ ລັດຖະສະພາ ສະຫະລັດ ທີ່ໄດ້ຮັບຜ່ານ ຮ່າງກົດໝາຍ ປະຕິຮູບການເງິນ
ປະທານາທິບໍດີ ບາຣັກ ໂອບາມາ ຊົມເຊີຍ ລັດຖະສະພາ ສະຫະລັດ ທີ່ໄດ້ຮັບຜ່ານ ຮ່າງກົດໝາຍ ປະຕິຮູບການເງິນ

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວຊົມເຊີຍ ການຮັບຜ່ານ ຂອງສະພາສູງ ສະຫະລັດ ເອົາການປັບປຸງແກ້ໄຂ ໃນຂອບເຂດ ທີ່ກວ້າງຂວາງ ກ່ຽວກັບ ລະບຽບການ ຂອງຕະຫຼາດຄ້າຮຸ້ນ ໂດຍເວົ້າວ່າ ມັນຈະອຳນວຍໃຫ້ ມີຄວາມປອດໄພ ທາງດ້ານການເງິນເພີ້ມຂຶ້ນ ສຳລັບຊາວອະເມຣິກັນ ແລະສະໜັບສະໜຸນ ໃນການຮັບເອົາ ຄວາມຮັບຜິດຊອບ.

ປະທານາທິບໍດີ ໂອບາມາ ໃຫ້ທັດສະນະ ດັ່ງກ່າວ ໃນວັນພະຫັດ ວານນີ້ ບໍ່ດົນຫຼັງຈາກ ສະມາຊິກ ສະພາສູງ ໄດ້ລົງຄະແນນສຽງ ຊຶ່ງສ່ວນໃຫຍ່ແລ້ວ ກໍມີຂຶ້ນຕາມສາຍພັກ 60 ຕໍ່ 39 ຮັບຮອງເອົາ ຮ່າງກົດໝາຍ ການປະຕິຮູບ ທີ່ໄດ້ມອບ ໄຊຊະນະ ທາງດ້ານນິຕິບັນຢັດ ໃຫ້ແກ່ທ່ານ. ຮ່າງກົດໝາຍ ທີ່ປະທານາທິບໍດີ ໂອບາມາຄາດວ່າ ຈະເຊັນເປັນກົດໝາຍໃຊ້ ໃນອາທິດຈະມານີ້ ແມ່ນແນໃສ່ ການຄວບຄຸມ ລະບຽບການຕ່າງໆ ໃຫ້ເຄັ່ງຄັດ ຂຶ້ນກວ່າເກົ່າ ໃນທົ່ວອຸສາຫະກຳ ການເງິນ ໃນຄວາມພະຍາຍາມ ເພື່ອບໍ່ຢາກໃຫ້ເກີດ ວິກິດການໆເງິນ ໃນປີ 2008 ຊໍ້າຄືນອີກ. ສະພາຕໍ່າ ສະຫະລັດ ໄດ້ຮັບຜ່ານ ຮ່າງກົດໝາຍ ດັ່ງກ່າວນີ້ ໃນເດືອນມິຖຸນາ ຜ່ານມາ.

ນອກນັ້ນ ທ່ານໂອບາມາ ຍັງເວົ້າເຖິງ ການປະຕິຮູບ ດັ່ງກ່າວນີ້ວ່າ ເປັນການປົກປ້ອງ ຄຸ້ມຄອງ ຜູ້ບໍລິໂພກ ທາງດ້ານການເງິນ ທີ່ເຂັ້ມແຂງທີ່ສຸດ ໃນປະວັດສາດ ຂອງສະຫະລັດ ໂດຍກ່າວວ່າ ຊາວອະເມຣິກັນ ຈະບໍ່ຕ້ອງ ເປັນຜູ້ຮັບຜິດຊອບ ໃນຄວາມພິດພາດ ຂອງຕະຫຼາດຄ້າຮຸ້ນ ອີກຕໍ່ໄປແລ້ວ.

ສ່ວນໃຫຍ່ ຂອງພັກເດໂມແຄຣັດ ໃຫ້ການສະໜັບສະໜຸນ ຕໍ່ຮ່າງກົດໝາຍ ທີ່ປ່ຽນແປງ ກ່ຽວກັບ ລະບຽບການ ທາງດ້ານການເງິນ ຄັ້ງໃຫຍ່ທີ່ສຸດ ນັບແຕ່ໄດ້ເກີດ ວິກິດການ ທາງດ້ານເສດຖະກິດ ຄັ້ງໃຫຍ່ ໃນຊຸມປີ 1930. ແຕ່ສ່ວນໃຫຍ່ ຂອງພັກຣີພັບບລີກັນ ໄດ້ຄັດຄ້ານ ຕໍ່ຮ່າງກົດໝາຍ ການປະຕິຮູບ ສະບັບນີ້. ທ່ານ CHRIS DODD ສະມາຊິກ ສະພາສູງ ສັງກັດພັກ ເດໂມແຄຣັດ ຊຶ່ງເປັນນຶ່ງ ໃນຫົວໜ້າ ໃຫ້ການສະໜັບສະໜຸນ ຕໍ່ຮ່າງກົດໝາຍນີ້ ກ່າວວ່າ ມັນໝາຍຄວາມວ່າ ສະຫະລັດ ຈະບໍ່ຕ້ອງຜ່ານຜ່າ ສະພາບຄວາມວຸ້ນວາຍ ທີ່ໄດ້ປະສົບພົບພໍ້ ໃນລະຫວ່າງ ວິກິດການໆເງິນ ເມື່ອໄວໆມານີ້ ຕື່ມອີກ.

ສ່ວນທ່ານ MITCH McCONNELL ຜູ້ນຳ ໃນສະພາສູງ ຂອງພັກຣີພັບບລີກັນ ກ່າວວ່າ ກົດໝາຍສະບັບນີ້ ຈະບໍ່ໄດ້ຜົນ ແລະຊາວອະເມຣິກັນ ສ່ວນໃຫຍ່ ກໍບໍ່ເຫັນພ້ອມນຳ. ຮ່າງກົດໝາຍ ສະບັບນີ້ ໄດ້ເພີ້ມຄວາມເຄັ່ງຄັດ ກ່ຽວກັບ ລະບຽບການ ຂອງທະນາຄານ ເພີ້ມການກວດກາຄວບຄຸມ ກ່ຽວກັບການໂອນ ທີ່ສະລັບຊັບຊ້ອນ ທີ່ເອີ້ນກັນວ່າ DERIVATIVES ນັ້ນ ແລະໃຫ້ການ ປົກປ້ອງໃໝ່ ຫຼາຍໆຢ່າງ ແກ່ຜູ້ບໍລິໂພກ.

XS
SM
MD
LG