ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານໂອບາມາ ຮຽກຮ້ອງ ຕໍ່ສະພາສູງ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ ສະພາສູງ ຂອງສະຫະລັດ ຮັບຜ່ານ ຮ່າງກົດໝາຍ ປະຕິຮູບການເງິນ ໂດຍໄວ ເທົ່າທີ່ຈະໄວໄດ້.

ໃນຄຳປາໄສ ປະຈຳສັບປະດາ ໃນວັນເສົາມື້ນີ້ ທ່ານໂອບາມາ ໄດ້ກ່າວເຖິງ ຮ່າງກົດໝາຍ ສະບັບນີ້ວ່າ ເປັນຮ່າງກົດໝາຍ ປົກປ້ອງຄຸ້ມຄອງ ຜູ້ບໍລິໂພກ ທາງດ້ານການເງິນ ທີ່ເຂັ້ມແຂງທີ່ສຸດ ໃນປະວັດສາດ ຂອງສະຫະລັດ.

ທ່ານໂອບາມາ ເວົ້າວ່າ ຮ່າງກົດໝາຍ ສະບັບນີ້ ຈະຢຸດເຊົາ ການເຮັດທຸລະກິດ ທີ່ເປັນໄພ ອັນຕະລາຍ ແລະໃຫ້ ເປັນທີ່ແນ່ໃຈວ່າ ທັງທະນາຄານໃຫຍ່ ແລະທະນາຄານນ້ອຍ ຕ່າງກໍຈະໄດ້ຮັບ ການຄວບຄຸມ ຢ່າງເຄັ່ງຄັດ.

ນອກນັ້ນ ປະທານາທິບໍດີ ສະຫະລັດ ຍັງເວົ້າວ່າ ຮ່າງກົດໝາຍ ປະຕິຮູບການເງິນນີ້ ຈະປ້ອງກັນ ບໍ່ໃຫ້ ທະນາຄານຕ່າງໆ ເຮັດທຸລະກິດ ທີ່ມີຄວາມສ່ຽງ ເກີນໄປ ທີ່ອາດສາມາດ ພາໃຫ້ ທະນາຄານເຫລົ່ານີ້ ລົ້ມລະລາຍໄດ້ ແລະເປັນໄພຂົ່ມຂູ່ ຕໍ່ເສດຖະກິດ ທັງໝົດ.

ໃນຄຳປາໄສຕອບ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ ຄຣິສ ລີ ຮ້ອງຂໍໃຫ້ ທ່ານໂອບາມາ ຟັງຫາງສຽງ ຂອງຊາວອະເມຣິກັນ ທີ່ກຳລັງຮຽກຮ້ອງ ກ່ຽວກັບເລື່ອງ ເສດຖະກິດ.

ທ່ານລີ ເປັນຜູ້ແທນ ມາຈາກເຂດເມືອງ ບັບຟາໂລ ບ່ອນທີ່ທ່ານ ໂອບາມາ ໄດ້ໄປຢ້ຽມ ໃນມື້ວັນພະຫັດ ຜ່ານມານີ້. ທ່ານລີ ໄດ້ຕຳໜິຕິຕຽນ ການດຳເນີນ ຄວາມພະຍາຍາມ ຂອງພັກເດໂມແຄຣັທ ທີ່ຈະຫລຸດຜ່ອນ ຈຳນວນ ຄົນຫວ່າງງານລົງ ແລະໄດ້ກ່າວເຖິງ ຂໍ້ສະເໜີ ຫລາຍໆຂໍ້ ຂອງພັກຣີພັບບລິກັນ ເພື່ອຕັດການໃຊ້ຈ່າຍ ຂອງລັດຖະບານລົງ.

XS
SM
MD
LG