ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ​ອຸທອນ​ ຮັບ​ຟັງ​ ການ​ຖົກ​ຖຽງ​ ​ທາງ​ດ້ານ​ກົດໝາຍ ຂອງການໂຈະ ​ການ​ເຂົ້າ​ປະ​ເທດ​ ຂອງທ່ານ ທຣຳ


Trump Travel Ban
please wait
Embed

No media source currently available

0:00 0:01:34 0:00

ສານ​ອຸທອນ​ສະຫະລັດແຫ່ງນຶ່ງ ມີ​ກຳນົດຈະ​ໄດ້​ຮັບ​ຟັງ​ການ​ຖົກ​ຖຽງ​ກັນ​ທາງ​ດ້ານ​ກົດໝາຍ ໃນ​ວັນ​ອັງຄານ​ມື້​ນີ້ ກ່ຽວ​ກັບດຳລັດ​ຝ່າຍ​ບໍລິຫານ​ຂອງ​ປະທານາທິບໍດີ Donald Trump
ທີ່ໂຈະໂຄງການ​ຮັບ​ເອົາ​ພວກ​ອົບ​ພະຍົບ​ຊົ່ວຄາວ ແລະ​ໂຈະ​ການ​ເຂົ້າ​ປະ​ເທດ​ ພວກ​ທີ່​ມາ​ຈາກ 7 ປະ​ເທດ ​ທີ່​ສ່ວນ​ໃຫຍ່ເປັນ​ຊາວ​ມຸສລິ​ມນັ້ນ.

ການໂຕ້​ແຍ້​ງທາງ​ກົດໝາຍ ໂດຍ​ກະຊວງ​ຍຸຕິ​ທຳ ທີ່ປົກ​ປ້ອງ​ການ​ໂຈະ​ດັ່ງກ່າວ​ນີ້ວ່າ ​ເປັນ “ການ​ໃຊ້​ສິດ​ອຳນາດ​ທາງ​ດ້ານກົດໝາຍຂອງປະທານາທິບໍດີ Trump ​ເພື່ອ​ໂຈະ​ການ​ເຂົ້າມາ​ໃນສະຫະລັດຂອງ​ຊາວ​ຕ່າງ​ດ້າວ ​ແລະ​ການ​ຮັບ​ເອົາ​ພວກ​ເອົາ​ພະຍົບ.” ​ເອກ​ກະສາ​ນຮ້ອງ​ ​ຄຳ​ສັ່ງ​ຜູ້​ພິພາກສາ​ສານ​ລັດຖະບານ​ກາງທີ່ໃຫ້ ​ໂຈະ​ດຳລັດ​ຂອງ​ທ່ານ Trump ​ເປັນການ​ຜິດພາດ ​ແລະ “ກ້າວກ່າຍ​ຢ່າງ​ໃຫຍ່​ຫຼວງ.”

ທ້າວ Isahaq Ahmed Rabi,ຊ້າຍ, ເຊັດນ້ຳຕາ ໃນຂະນະທີ່ຢືນຢູ່ຂ້າງພັນລະຍາຂອງລາວ ໃນກອງປະຊຸມຖະແຫຼງຂ່າວ ບໍ່ເທົ່າໃດ ທີ່ Rabi ມາຮອດມາເຖິງນະຄອນ Seattle ທີ່ສະໜາມບິນນາໆຊາດ Tacoma, SeaTac, Washington, 6 ກຸມພາ, 2017.
ທ້າວ Isahaq Ahmed Rabi,ຊ້າຍ, ເຊັດນ້ຳຕາ ໃນຂະນະທີ່ຢືນຢູ່ຂ້າງພັນລະຍາຂອງລາວ ໃນກອງປະຊຸມຖະແຫຼງຂ່າວ ບໍ່ເທົ່າໃດ ທີ່ Rabi ມາຮອດມາເຖິງນະຄອນ Seattle ທີ່ສະໜາມບິນນາໆຊາດ Tacoma, SeaTac, Washington, 6 ກຸມພາ, 2017.

ລັດວໍຊີງ​ຕັນ ​ແລະ​ Mimmesota ​ແມ່ນ​ເປັນໂຈ​ດ ​ໃນ​ຄະດີນີ້. ສານ​ຍື່ນການໃຫ້ ການ​ສະໜັບສະໜຸນເຂົາ​ເຈົ້າ ​ແມ່ນມາ​ຈາກ​ຫົວໜ້າ​ພະ​ແນ​ກຍຸຕິ​ທຳ​ຂອງ 15 ລັດ, ກຸ່ມ​ອົງການ
ສະຫະພັນສິດ​ເສ​ລິ​ພາບ​ຂອງ​ພົນ​ລະ​ເຮືອນ​ຊາວ​ອາ​ເມຣິກັນ ​ແລະ​ກຸ່ມ​ຂອງ​ບໍລິສັດ ​ເກືອບ​ຮ້ອຍ​ບໍລິສັດ ​ໃນ​ຂະນະ​ທີ່​ຈຳນວນ​ຂອງ​ບໍລິສັດ ​ແມ່ນ​ໄດ້​ສົ່ງ​ໃບ​ຄຳ​ຮ້ອງ​ເພື່ອ​ສະໜັບສະໜຸນ​ຕໍ່​ການ​ໂຈະ​ຄັ້ງ​ນີ້.

ສອງ​ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ John Kerry ​ແລະ​ທ່ານ​ນາງ Made-
leine Albright ກ່າວວ່າ ການນຳໃຊ້ດຳລັດ​ຝ່າຍ​ບໍລິຫານ​ຂອງ​ປະທານາທິບໍດີ ​“ແມ່ນ​ຮ່າງ​ຂຶ້ນບໍ່​ຄ່ອຍ​ຈະ​ແຈ້ງ ​ຈັດຕັ້ງປະຕິບັດ​ທີ່​ບໍ່​ຄ່ອຍ​ດີ ​ແລະໃຫ້ການອະທິບາຍ​ທີ່​ບໍ່​ຄ່ອຍ​ຈະ​ແຈ້ງ.”

ເຊີນຊົມວີດີໂອ ຈາກນັກຂ່າວ Masood Farivar ຂອງ VOA:

Explainer: Trump Travel Ban
please wait

No media source currently available

0:00 0:02:38 0:00


“ພວກ​ເຮົາ​ເບິ່ງ​ດຳລັດທີ່​ວ່າ​ນີ້ ​ເປັນ​ນຶ່ງຊຶ່ງ​ໃນ​ທີ່​ສຸດ​ແລ້ວ​ບ່ອນ​ທຳລາຍ​ຄວາມ​ປອດ​ໄພແຫ່ງ​ຊາດ​ຂອງ ​ສະຫະລັດ ​ແທນ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ປອດ​ໄພ,” ພວກ​ເຂົາ​ເຈົ້າ​ໄດ້​ຂຽນ ກົງກັນຂ້າມ​ກັບການ​ໂຕ້​ແຍ້​ງຂອງ​ທ່ານ Trump ທີ່​ວ່າ ການ​ໂຈະ​ດັ່ງກ່າວ​ນີ້ ຈະ​ຊ່ອຍ​ເພີ່ມ​ຄວາມ​ແຂງ​ແກ່ນ​ທາງ​ດ້ານ​ຄວາມ​ປອດ​ໄພແຫ່ງ​ຊາດ.

ຄະດີນີ້ ​ເບິ່ງ​ຄື​ວ່າ​ຈະໄປສິ້ນສຸດລົງ ຢູ່​ຕໍ່ໜ້າ​ສານ​ສູງ​ສຸດ​ຂອງ​ປະ​ເທດ.

ນັກວິ​ໄຈ​ທ່ານນຶ່ງ ຂອງ​ສຳນັກງານ​ທະນາຍຄວາມ Dan McLaughlin ທີ່​ມີ​ຫ້ອງການ​ໃນນະຄອນ New York ​ໄດ້​ບອກ​ກັບ ລາຍການ​ New Horizon ​ຂອງ​ພະ​ແນ​ກພາສາ
​ເປີ​ເຊຍ ວ່າ ສານ​ສູງ​ສຸດ​ຂອງ​ລັດຖະບານ​ກາງ ​ແມ່ນ​ມີ​ປະຫວັດ​ໃນ​ການ​ຕັດສິນ ທິ່ອາດ​ຈະ​ເຫັນ​ພ້ອມ​ກັບຄະດີ​ຂອງ​ທ່ານ Trump ຖ້າ​ຫາກ​ວ່າ ​ເລື່ອງ​ດັ່ງກ່າວ​ຈະ​ໄປ​ເຖິງ​ຂັ້ນ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG