ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນລົບ ແອັຟ 22 ຂອງ ສະຫະລັດ ບິນສະແດງກຳລັງ ຢູ່ເກົາຫລີໃຕ້


ເຮືອບິນລົບ F-22 ທີ່ກ້າວໜ້າທັນສະໄໝ ບິນສະແດງກຳລັງ ຢູ່ເໜືອຖານທັບອາກາດ Osan ຂອງເກົາຫລີໃຕ້. (17 ກຸມພາ 2016)
ເຮືອບິນລົບ F-22 ທີ່ກ້າວໜ້າທັນສະໄໝ ບິນສະແດງກຳລັງ ຢູ່ເໜືອຖານທັບອາກາດ Osan ຂອງເກົາຫລີໃຕ້. (17 ກຸມພາ 2016)

ເຮືອບິນ​ລົບ​ອາຍ​ພົ່ນ 4 ລຳ​ຂອງສະຫະລັດ ບິນ​ຜ່ານ​ເກົາຫລີ​ໃຕ້​
ໃນ​ວັນ​ພຸດ​ມື້ນີ້ ຊຶ່ງ​ເປັນ​ການສະ​ແດງ​ກຳລັງ​ເທື່ອ​ຫຼ້າສຸດ ​ຕໍ່ເກົາຫຼີ
​ເໜືອ ​ໃນ​ການ​ທົດ​ລອງ​ລະ​ເບີດນິວ​ເຄລຍ ​ແລະ​ຍິງ​ລູກ​ສອນ​ໄຟ
​ຂີ​ປະ​ນາ​ວຸດ​ຫວ່າງ​ບໍ່​ດົນ​ຜ່ານ​ມານີ້.

​ເຮືອບິນ​ລົບ ​ທີ່​ເຣດ້າຈັບ​ບໍ່​ໄດ້ F-22 ​ໄດ້​ລົງຈອດ​ທີ່​ຖານ​ທັບ​ອາ
ກາດ​ໂອຊາ​ນ ​ໃກ້ກັບ​ນະຄອນຫຼວງ​ໂຊ​ລ​ ບໍ່​ເທົ່າ​ໃດ​ຊົ່ວ​ໂມງລຸນ
​ຫລັງ​ທີ່​ໄດ້​ບິນ​ຂຶ້ນຈາກ​ຖານທັບ​ປະຈຳການ​ທີ່ເກາະ​ໂອ​ກີ​ນາວາ
ຂອງ​ຍີ່ປຸ່ນ.

ພົນ​ໂທ Terren O’Shaughnessy ຜູ້​ບັນຊາ​ການ​ກຳລັງ​ທາງ​ອາກາດ​ຮ່ວມ​ລະຫວ່າງ​ສະ
ຫະລັດ​ກັບ​ເກົາຫຼີ ກ່າວ​ວ່າ ການ​ປະຕິບັດ​ງານ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຂັ້ມ​ແຂງ
​ໃນ​ການ​ເປັນ​ພັນທະ​ມິດ​ລະຫວ່າງ​ສະຫະລັດ​ກັບ​ສາທາລະນະ​ລັດ​ເກົາຫຼີ ​ແລະ​ການ​ຕັດສິນ
​ໃຈ​ຂອງ​ປະ​ເທດ​ທັງ​ສອງເພື່ອ​ຮັກສາ​ສະຖຽນ​ລະພາບຢູ່​ໃນ​ແຫລມ​ເກົາຫລີ.

ການປະຕິບັດ​ງານ​ໃນ​ວັນ​ພຸດ​ມື້ນີ້ ມີ​ຂຶ້ນ 10 ມື້ຫລັງ​ຈາກ​ພຽງ​ຢາງ​ໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​
ໄກ ​ແລະ​ນຳ​ເອົາອັນ​ທີ່​ພຽງ​ຢາງ​ເວົ້າວ່າ ເປັນ​ດາວ​ທຽມ​ສັງ​ເກດ​ການ​ໂລກຂຶ້ນສູ່​ວົງ​ໂຄຈອນ.
ການ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ​ ແມ່ນ​ໄດ້​ຖືກ​ປະນາ​ມ​ໂດຍ​ປະຊາ​ຄົມນາໆ​ຊາດ​ວ່າ​ເປັນ​ການ
ລະ​ເມີດການ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ ຕໍ່ການ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ໄກ​ຂອງ​
ເກົາຫລີ​ເໜືອ​ ໃນ​ຄັ້ງກ່ອນ.

ກຳ​ປັ່ນ​ດຳ​ນ້ຳ USS North Corolina ​ກໍ​ໄດ້​ເດີນທາງ​ໄປ​ເຖິງ​ເກົາຫຼີ​ໃຕ້​ ໃນ​ວັນຈັນ​ທີ່​ຜ່ານ​
ມາ ​ເພື່ອ​ເຂົ້າຮ່ວມ​ການ​ຊ້ອມ​ລົບ ​ລະຫວ່າງ​ສະຫະລັດ​ກັບ​ເກົາຫລີ​ໃຕ້. ອົງການ​ຂ່າວ​ຢອນ​
ຮັບ​ລາຍ​ງານ​ວ່າ ກຳປັ່ນ​ບັນທຸກ​ເຮືອບິນ​ທີ່​ແລ່ນ​ດ້ວຍ​ພະ​ລັງນິວ​ເຄລຍ John C. Stennis
ກໍ​ຈະ​ເຂົ້າຮ່ວມ​ການ​ຊ້ອມ​ລົບ​ປະຈຳ​ປີ ລະຫວ່າງສະຫະລັດ ​ກັບ​ເກົາຫລີ​ໃຕ້​ຊຶ່ງ​ຈະ​ມີ​ຂຶ້ນ​ໃນ
​ເດືອນ​ໜ້າ​ນີ້.

Koreas Tensions
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG