ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ສັ່ງໂຈະ ການທົດລອງບິນ ຂອງເຮືອບິນລົບ F-35


 ເຮືອບິນ​ລົບ​ອາຍ​ພົ່ນຊະ​ນິດ​ໃໝ່ F-35 ລໍານຶ່ງ​ໄດ້​ພົບ​ເຫັນມີ​ຮອຍ
ແຕກ​​ແຫງ​ຢູ່ທີ່​ໃບພັດ
ເຮືອບິນ​ລົບ​ອາຍ​ພົ່ນຊະ​ນິດ​ໃໝ່ F-35 ລໍານຶ່ງ​ໄດ້​ພົບ​ເຫັນມີ​ຮອຍ ແຕກ​​ແຫງ​ຢູ່ທີ່​ໃບພັດ
ທໍານຽບຫ້າ​ແຈ ​ໄດ້ໂຈະ​ການທົດ​ລອງ​ການບິນທັງ​ໝົດ ​ຂອງ​
ເຮືອບິນ​ລົບ​ອາຍ​ພົ່ນຊະ​ນິດ​ໃໝ່ F-35 ຫລັງ​ຈາກ​ໄດ້​ພົບ​ເຫັນ
ມີ​ຮອຍແຕກແຫງ​ຢູ່ທີ່​ໃບພັດ ​ໃນ​ເຄື່ອງຈັກ​ຂອງ​ເຮືອບິນ​ລໍາ​ນຶ່ງ.

ບັນຫາ​ດັ່ງກ່າວໄດ້ພົບ​ເຫັນ ​ໃນ​ລະຫວ່າງມີ​ການ​ກວດກາ ຢູ່​ທີ່ຖານ​ທັບ​ອາ​ກາດ Edwards ທີ່​ລັດ California.

​ເຄື່ອງ​ຈັກ​ຂອງ​ເຮືອບິນ​ດັ່ງ​ກ່າວ​ ກໍາລັງຖືກສົ່ງໄປ​ຍັງ​ໂຮງງານຜູ້​ຜະລິດ Pratt Whitney ​ໃນ​ລັດ Connecticut ​ເພື່ອ​ທໍາ​ການຊັ່ງຊາ​ຕີ​ລາຄາ.

ທໍານຽບຫ້າ​ແຈ ​ໄດ້​ສັ່ງໃຫ້ເຮືອບິນ​ລົບທີ່ເຣດ້າບໍ່​ສາມາດ​ຈັບ​ໄດ້ຊະນິດ​ນີ້ ​ທຸກໆ​ຮຸ້ນ ບໍ່​ໃຫ້​ບິນ​ທົດ​ລອງ​ຕື່ມ​ອີກ​. ທະຫານ​ມາຣິນ​ແລະ​ທະຫານ​ເຮືອ ​ຂອງ​ສະຫະລັດ​ກໍ​ພວມ​ທໍາ​ການ​ທົດ​ລອງ​ເຮືອບິນ​ດັ່ງກ່າວ ຊຶ່ງ​ຢູ່​ໃນໂຄງ ສ້າງ​ເຮືອບິນລົບອາຍ​ພົ່ນຂອງທໍານຽບຫ້າ​ແຈ ທີ່ໃຊ້​ງົບປະມານ​ 396 ພັນ​ລ້ານ​ໂດ​ລານັ້ນ.

ທໍານຽບຫ້າ​ແຈ​ ກ່າວ​ຢູ່ໃນ​ຖ​ະ​ແຫລ​ງສະບັບ​ນຶ່ງວ່າ ການສັ່ງ​ໃຫ້​ໂຈະ​ທົດ ລອງ​ເຮືອ​ບິນ 51 ລໍາ​ ​ກໍ​ເພື່ອ​ເປັນ​ການ​ລະມັດລະວັງປ້ອງກັນໄວ້​ລ່ວງ​ໜ້າ ​ແລະຍັງເປັນ​ການໄວ​ເກີນໄປ​ທີ່​ຈະ​ຊາບໄດ້ເຖິງຜົນ​ສະທ້ອນ​ທັງ​ໝົດ ຂອງ​ການ​ພົບ​ເຫັນ​ບັນຫາ​ໃໝ່ນີ້.

​ໃນວັນ​ສຸກ​ວານ​ນີ້ ແມ່ນ​ເປັນ​ຂີດ​ໝາຍຄັ້ງ​ທີ່​ສອງ​ໃນ​ການ​ສັ່ງ​ໃຫ້​ໂຈະ​ການ ບິນ​ທົດ​ລອງ​ຂອງເຮືອບິນ​ລົບດັ່ງກ່າວ​ໃນ​ລະຍະ​ສອງ​ເດືອນ. ​ໂຄງການເຮືອບິນ​ລົບ F-35 ​ໄດ້​ປະ​ເຊີນ​ກັບ​ເລື່ອງ​ລາຄາ ​ທີ່ແພງ​ກວ່າໄດ້​ກໍາໜົດ​ໄວ້ ​ແລ​ະມີ​ບັນຫາ​ດ້ານ​ເທັກ​ນິກຕ່າງໆ.

ກ່ຽວຂ້ອງກັນ

XS
SM
MD
LG