ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ເຮືອບິນລົບສະຫະລັດ ເກິດອຸປະຕິເຫດ ຕົກລົງໃສ່ ຕຶກອາຄານພັກຂອງປະຊາຊົນ


ເຮືອບິນລົບ ສະຫະລັດ ອາເມລິກາ ເກີດຕິດຂັດຕົກລົງໃສ່ອາຄານຂອງ ປະຊາຊົນທີ່ ເມຶອງ Virginia Beach ລັດ Virginia ວັນສຸກ ທີ່ 6, 2012.

ພວກ​ໜ່ວຍ​ກູ້​ໄພ​ຂອງສະຫະ​ລັດ ກໍາລັງ​ຊອກ​ຫາ​ ​3 ຄົນ ຫລັງ​ຈາກ​ເຮືອ​ບິນລົບຂອງ​
ກອງທັບ​ເຮືອສະຫະລັດລໍາ​ນຶ່ງ ໄດ້ເກີດ​ເຄື່ອງ​ຈັກ​ຕິດ​ຂັດ ​ແລະ​ຕົກລົງ​ໃສ່​ຕຶກອາ​ຄານ​ທີ່​
ພັກ​ຂອງ​ປະຊາຊົນ ຢູ່ໃນລັດ​ເວີ​ຈີ​ເນຍ ​ທາງພາກ​ຕາ​ເວັນ​ອອກ​ຂອງສະຫະລັດ​ ​ໃນ​ວັນ​
ສຸກ​ວານ​ນີ້ ​ເຮັດ​ໃຫ້​ມີ​ຜູ້ໄດ້​ຮັບ​ບາດ​ເຈັບ 7 ຄົນ ຮວມ​ທັງ​ນັກ​ບິນທັງ 2 ຄົນ.

ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ນັກ​ບິນໄດ້ບີ​ບຕັ່ງ​ນັ່ງ ກະ​ໂດດ​ອອກ​ຈາກເຮືອ​ບິນ ກ່ອນ​ທີ່​ມັນ​
ຈະ​ຕົກລົງ. ພວກໄດ້​ຮັບ​ບາດ​ເຈັບ​ທັງ​ໝົດ ຍົກ​ເວັ້ນ​ແຕ່​ນັກ​ບິນ​ຜູ້​ນຶ່ງ ​ໄດ້ໄປ​ຮັບ​ການ​ປີ່​ນ
ປົວບາດ​ແຜ ແລະ​ປ່ອຍ​ອອກ​ຈາກ​ໂຮງໝໍ.

ຜູ້​ບັນຊາ​ການ​ກອງພັນ ທີ່ຖານ​ທັບ​ກອງທັຍ​ເຮືອ​ຢູ່​ເມືອງ Virginia Beach ​ທ່າ​ນ
Tim Riley ​ກ່າວໃນ​ຕອນ​ແລງ​ວັນ​ສຸກວ່າ ການ​ຄົ້ນ​ຫາ​ ​ຢູ່​ຕຶກ​ອາຄານທີ່​ຖືກເສຍ​ຫາຍ
ທີ່​ຢູ່​ໃກ້​ກັບຝັ່ງ​ມະຫາ​ສະມຸດອັດແລນ​ຕິກ ນັ້ ​ເກືອບຈະ​ເສັດ​ສີ້​ນ​ແລ້ວ ​ແລະ​ໂອກາດ​ທີ່​ວ່າ
ຈະ​ມີຜູ້ໃດຍັງ​ມີ​ຊີວິດ​ຢູ່​ໃນ​ອາຄານ​ນັ້ນ​ມີ​ນ້ອຍ​ຫລາຍ ແຕ່​ວ່າ​ມາ​ຮອດ​ປັດຈຸບັນ​ນີ້​ກໍຍັງບໍ່​
ມີ​ລາຍ​ງານ​ວ່າ​ ມີ​ຜູ້​ໃດ​ເສຍ​ຊີວິດ.

ເຮືອບິນ​ຕົກ​ຄັ້ງ​ນີ້​ໄດ້​ສ້າງ​ຄວາມເສຍ​ຫາຍໜັກ​ໃຫ້ແກ່ຕຶກອາພາດ​ທະ​ມັ້ນ​ນ້ອຍໆຫລາຍ​
ຫລັງ ​ທີ່ເຊື່ອ​ວ່າ​ເປັນ​ທີ່​ພັກ​ເຊົາ​ຂອງ​ພວກ​ຜູ້​ເຖົ້າ. ​ເຮືອ​ບິນ​ຕົກ ທີ່​ໄດ້​ເກີດ​ຂື້ນ​ໃນເວລາບໍ່​ດົນ
​ຫລັງ​ຈາກເຮືອບິນຂື້ນຈາກເດິ່ນ ​ໄດ້​ສົ່ງ​ແປວໄຟສູງ​ ກຸ້​ມຂື້ນ​ສູ່​ທ້ອງ​ຟ້າ.

ໂຄສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດສະຫະລັດຄົນ​ນຶ່ງກ່າວອອກທາງຕາໜ່າງສັງຄົມ Twitter
ກ່າວ​ວ່າ ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ Leon Panetta ກໍາລັງ “ຕິດຕາມ​ເບິ່ງ​ເຫດ
ການ​ນີ້​ຢູ່ຢ່າງ​ໃກ້​ຊິດ” ​ແລະ “ມີຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ທີ່​ອາດ​ໄດ້​ມີຄົນ​ເສຍ​ຊີວິດ.”

ຜູ້​ວ່າການລັດ​ເວີ​ຈີ​ເນຍ ທ່ານ Bob McDonnell ກ່າວ​ວ່າ “ພວກ​ເຮົາ​ຂໍ​ພາວະນາ​ໄຫ້​ວວອນ​
ຢ່າງ​ແຮງ​ກ້າ ຂໍບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈ​ບ ​ຫລື​ຕາຍ​ຈາກ​ອຸປະຕິ​ເຫດ​ຄັ້ງນີ້.”

ເຮືອບິນ​ລົບ ລຸ່ນ F/A-18 Hornet ​ລໍາ​ທີ່​ຕົກ ​ແມ່ນປະ​ຈໍາ​ການ​ຢູ່​ຖານ​ທັບ​ອາກາດ​ຂອງ​
ກ​ອງທັບເຮືອສະຫະລັດ ທີ່ Virginia Beach ​ໃກ້​ບ່ອນ​ເກີດ​ເຫດ​ນັ້ນ ຊຶ່ງ​ເປັນ​ເຂດ​ທີ່​ຕັ້ງ​
ຂອງ​ຖາ​ນທັບ​ຫລາຍ​ແຫ່ງ.

XS
SM
MD
LG