ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ຕໍ່​ສູ້ ຂອງ ສະ​ຫະ​ລັດ ກັບ ກຸ່ມ IS ຖືກ​ຢຸດ​ໄວ້ ທ່າມ​ກາງ​ການ​ໂຈມ​ຕີ ດ້ວ​ຍ​ຈະຫຼວດ


​ທະ​ຫານ​ບົກ ສະ​ຫະ​ລັດ ສັງ​ເກດ​ຕິດ​ຕາມ​ພື້ນ​ທີ່ ໃນ​ລະ​ຫວ່າງ​ການ​ລາດ​ຕະ​ເວນ​ຮ່ວມ​ໃນ​ແມນ​ບິດ, ປະ​ເທດ ຊີ​ເຣຍ. 20 ທັນ​ວາ, 2018.
​ທະ​ຫານ​ບົກ ສະ​ຫະ​ລັດ ສັງ​ເກດ​ຕິດ​ຕາມ​ພື້ນ​ທີ່ ໃນ​ລະ​ຫວ່າງ​ການ​ລາດ​ຕະ​ເວນ​ຮ່ວມ​ໃນ​ແມນ​ບິດ, ປະ​ເທດ ຊີ​ເຣຍ. 20 ທັນ​ວາ, 2018.

ພັນ​ທະ​ມິດ​ນຳ​ໜ້າ​ໂດຍ ສະ​ຫະ​ລັດ ໃນ​ການ​ຕໍ່​ສູ້​ກັບ​ກຸ່ມ​ລັດ​ອິ​ສ​ລາມ ໄດ້​ປະ​ກາດ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້ “ຢຸດ” ກິດ​ຈະ​ກຳ​ການ​ຝຶກ​ຊ້ອມ​ໃຫ້​ກອງ​ກຳ​ລັງ​ໃນ​ທ້ອງ​ຖິ່ນຊົ່ວ​ຄາວ ຍ້ອນ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ໃນ​ປະ​ເທດ ອີ​ຣັກ.

ເຈົ້າ​ໜ້າ​ທີ່​ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ອີ​ຣັກ ແລະ ພົນ​ລະ​ເຮືອນ ສະ​ຫະ​ລັດ ຄົນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ນະ​ຄອນຫຼວງ ແບັກ​ແດດ ໃນ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ 13 ຄັ້ງ​ໃນ​ສອງ​ເດືອນ​ທີ່​ຜ່ານ​ມາ, ອີງ​ຕາມກອງ​ກຳ​ລັງ​ປະ​ຕິ​ບັດ​ການ​ຮ່ວມ ແລະ ການ​ປະ​ຕິ​ບັດ​ການ​ແກ້​ໄຂ​ບັນ​ຫາ ຫຼື CJTF - OIR ເຊິ່ງ​ສຳ​ນັກ​ງານ​ໃຫຍ່​ຂອງ​ເຂົາ​ເຈົ້າ​ຮັບ​ຜິດ​ຊອບ​ໃນ​ການ​ຄວບ​ຄຸມ​ການ​ປະ​ຕິ​ບັດ​ການ​ຕ່າງໆ​ຂອງ ສະ​ຫະ​ລັດ ກັບ ພັນ​ທະ​ມິດ ຕໍ່​ກຸ່ມ​ລັດ​ອິ​ສ​ລາມ.

ກອງ​ກຳ​ລັງ​ດັ່ງ​ກ່າວ ໄດ້​ຂຽນ​ໃນ​ຖະ​ແຫຼງ​ຂ່າວ​ສະ​ບັບ​ນຶ່ງ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ດັ່ງ​ຜົນ​ທີ່​ອອກ​ມາ ຕອນນີ້​ພວກ​ເຮົາ​ແມ່ນ​ໄດ້​ຜູກ​ມັດ​ຢ່າງ​ເຕັມ​ທີ່ ເພື່ອ​ປົກ​ປ້ອງ​ຖານ​ທັບ​ຕ່າງ​ໆໃນ ອີ​ຣັກ ທີ່​ຮັບ​ຮອງກອງ​ທະ​ຫານ​ພັນ​ທະ​ມິດ. ມັນ​ໄດ້​ຈຳ​ກັດ​ຄວາມ​ສາ​ມາດ​ຂອງ​ພວກ​ເຮົາ​ທີ່​ຈະ​ດຳ​ເນີນ​ການ​ຝຶກ​ຊ້ອມ​ກັບ​ຄູ່​ຮ່ວມ ແລະ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ການ​ຂອງ​ເຂົາ​ເຈົ້າ​ຕໍ່​ສູ້​ກັບ​ພວກ ແດັ​ສ ຫຼື IS ນັ້ນ ແລະ ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ໂຈະ​ກິດ​ຈະ​ກຳ​ພວກ​ນີ້​ຊົ່ວ​ຄາວ, ​ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ຖືກ​ທົບ​ທວນ​ຕໍ່.”

ສະ​ຫະ​ລັດ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດຫຼາຍ​ຄັ້ງ​ໃສ່​ເປົ້າ​ໝາຍ​ຄັງ​ເກັບ​ອາ​ວຸດ​ຂອງ​ກຸ່ມ ເຮັ​ສບອ​ລ​ລາ ຄ​າ​ເທັບ ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ອີ​ຣ່ານ ໃນ​ປະ​ເທດ ອີ​ຣັກ ແລະ ຊີ​ເຣຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ຕ່າງໆ​ເຊິ່ງ​ໄດ້​ສັງ​ຫານ​ຊາວ ອີ​ຣັກ 25 ຄົນ​ໃນ​ທ້າຍ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ ແມ່ນ​ການ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​ດ້ວຍ​ຈຸຫຼວດ​ໃສ່​ຖານ​ທັບ​ ອີ​ຣັກ ຫຼາຍ​ວັນ​ກ່ອນ​ໜ້າ​ນັ້ນ ເຊິ່ງ​ໄດ້​ສັງ​ຫານ​ສັນ​ຍາ​ຈ້າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ. ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າ​ວ​ວ່າ ຫຼັກ​ຖານ​ໄດ້​ເຮັດ​ໃຫ້​ແນ່​ໃຈ​ວ່າ ພວກ ເຮັ​ສບອ​ລ​ລາ ຄາ​ເທັບ ແມ່ນ​ຜູ້​ຮັບ​ຜິດ​ຊອບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG