ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານລັດຖະບານ ຫສລ ເລີ່ມໃສ່ໜ້າກາກ ປິດປາກຄືນອີກ ເວລາຢູ່ໃນບ່ອນເຮັດວຽກ


ຮ່ອງຮອຍຕ່າງໆ ໄດ້ເລີ້ມປາກົດອອກມາໃຫ້ເຫັນໃນອາທິດແລ້ວນີ້ ຢູ່ໃນອາຄານຢູ່ໃນອາຄານລັດຖະບານກາງ, ລວມທັງຢູ່ໃນຫ້ອງປະຊຸມຖະແຫລງຂ່າວຂອງທຳນຽບຂາວວ່າ ທຸກຄົນຕ້ອງໃສ່ໜ້າກາກປິດປາກແມ່ນແຕ່ຜູ້ສັກວັກຊີນແລ້ວກໍຕາມ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19
ຮ່ອງຮອຍຕ່າງໆ ໄດ້ເລີ້ມປາກົດອອກມາໃຫ້ເຫັນໃນອາທິດແລ້ວນີ້ ຢູ່ໃນອາຄານຢູ່ໃນອາຄານລັດຖະບານກາງ, ລວມທັງຢູ່ໃນຫ້ອງປະຊຸມຖະແຫລງຂ່າວຂອງທຳນຽບຂາວວ່າ ທຸກຄົນຕ້ອງໃສ່ໜ້າກາກປິດປາກແມ່ນແຕ່ຜູ້ສັກວັກຊີນແລ້ວກໍຕາມ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19

ພະນັກງານລັດຖະບານກາງໃນນະຄອນຫຼວງວໍຊິງຕັນແລະເມືອງອື່ນໆບາງແຫ່ງໃນວັນພຸດວານນີ້ ໄດ້ເລີ່ມໃສ່ໜ້າກາກປິດປາກອີກຄັ້ງນຶ່ງ ຢູ່ໃນບ່ອນເຮັດວຽກທ່າມກາງການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນແດລຕາ ທີ່ເຮັດໃຫ້ເກີດພະຍາດໂຄວິດ-19 ນັ້ນ. ໃນວັນພະຫັດມື້ນີ້ ພະນັກງານຂອງລັດຖະບານຄາດວ່າ ຈະໄດ້ຖືກບອກໃຫ້ໄປຮັບການສັກຢາປ້ອງກັນພະຍາດນີ້ ຫຼື ຖ້າບໍ່ດັ່ງນັ້ນກໍຕ້ອງໄດ້ສົ່ງໄປກວດຫາເຊື້ອໄວຣັສຢ່າງເປັນປະຈໍາ.

"ໃນຂະນະທີ່ຍັງບໍ່ມີການຕັດສິນໃຈໃດໆ ທີ່ສະຫລຸບໄດ້ເທື່ອ, ຂ້າພະເຈົ້າຈະເວົ້າວ່າການພິສູດໃຫ້ເຫັນວ່າມີສັກຢາປ້ອງກັນພະຍາດສໍາລັບພະນັກງານລັດຖະບານກາງ ແມ່ນອີກທາງເລືອກນຶ່ງທີ່ຍັງຢູ່ໃນການພິຈາລະນາຢ່າງຖີ່ຖ້ວນຢູ່", ນັ້ນຄືຄໍາເວົ້າຂອງທ່ານແຄຣີ ຈີນ-ປີແອ, ຮອງໂຄສົກປະຈໍາທໍານຽບຂາວທີ່ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ຂຶ້ນເຮືອບິນປະຈໍາຕໍາແໜ່ງປະທານາທິບໍດີ, Air Force One ເປັນໄລຍະສັ້ນໆ ໄປຍັງລັດເພັນຊີລເວເນຍ ຈາກຖານທັບຮ່ວມແອນດຣູສ໌ (Andrews) ໃນລັດແມຣີແລນ.

ເມື່ອຖືກຖາມກ່ຽວກັບການບັງຄັບໃຫ້ມີການສັກຢາວັກຊີນທີ່ຍັງຄ້າງຢູ່ໃນຂະນະທີ່ທ່ານອອກຈາກເຮືອບິນໄປນັ້ນ, ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ ທ່ານຈະເວົ້າກ່ຽວກັບບັນຫາທີ່ກ່ຽວຂ້ອງກັບໄວຣັສໂຄໂຣນາໃນວັນພະຫັດມື້ນີ້.

ຮ່ອງຮອຍຕ່າງໆ ໄດ້ເລີ້ມປາກົດອອກມາໃຫ້ເຫັນໃນວັນພະຫັດມື້ນີ້ ຢູ່ໃນອາຄານລັດຖະບານກາງ, ລວມທັງຢູ່ໃນຫ້ອງປະຊຸມຖະແຫລງຂ່າວຂອງທຳນຽບຂາວ, ທີ່ກໍານົດວ່າ ແມ່ນແຕ່ຜູ້ໄດ້ສັກວັກຊີນແລ້ວ ກໍ່ຍັງຕ້ອງໄດ້ໃສ່ໜ້າກາກປິດປາກ. https://twitter.com/W7VOA/status/1420424029777891337?s=20

ຫ້ອງການຄຸ້ມຄອງແລະງົບປະມານກ່າວໃນຕອນແລງວັນອັງຄານຜ່ານມາທາງອີເມລເຖິງອົງການຕ່າງໆວ່າ "ຢູ່ໃນຂົງເຂດທີ່ມີການແຜ່ເຊື້ອໃນຊຸມຊົນຢ່າງຫຼວງ ຫຼາຍ ຫຼືສູງນັ້ນ, ອົງການຕ່າງໆ ຕ້ອງໄດ້ຮຽກຮ້ອງ ໃຫ້ພະນັກງານລັດຖະບານກາງ, ຜູ້ຮັບເໝົາ ຫລື ສັນຍາຈ້າງທີ່ໄປເຮັດວຽກຢູ່ໃນສະຖານທີ່ ແລະຜູ້ມາຢ້ຽມ ຢາມທຸກຄົນ ໂດຍບໍ່ກ່ຽວຂ້ອງກັບສະຖານະການສັກຢາວັກຊີນ ຫລືບໍ່ຕ້ອງໄດ້ໃສ່ໜ້າກາກ ເວລາຢູ່ໃນອາຄານຂອງລັດຖະບານກາງ.” "ນັນແຕ່ມື້ນີ້ ເປັນຕົ້ນໄປ ໃນນັ້ນລວມທັງເຂດນະຄອນຫລວງວໍຊິງຕັນອີກດ້ວຍ."

ການໃສ່ໜ້າກາກຍັງກຳລັງຖືກກຳນົດໃຫ້ເຮັດຢູ່ໃນສະພາຕໍ່າຫລັງຈາກທ່ານໝໍທີ່ປະຈໍາຢູ່ຫໍລັດຖະສະພາ ໄດ້ປະຕິບັດຕາມຄຳແນະນຳທີ່ວາງອອກມາ ໃນວັນອັງ ຄານຜ່ານມາຈາກສູນຄວບຄຸມແລະປ້ອງກັນພະຍາດທີ່ເວົ້າວ່າແມ່ນແຕ່ຜູ້ທີ່ໄດ້ຮັບການສັກຢາປ້ອງກັນ ກໍ່ຍັງຕ້ອງໃສ່ໜ້າກາກຢູ່ໃນອາຄານທີ່ເປັນສະຖານທີ່ສາທາ ລະນະ ໃນເຂດທີ່ມີການແຜ່ເຊື້ອທີ່ຫລວງຫລາຍ ຫລືສູງຂອງໄວຣັສໂຄໂຣນາຢູ່ໃນປັດຈຸບັນນີ້.

ຜູ້ນຳພັກຣີພັບບລີກັນ, ທ່ານເຄວິນ ແມັກຄາທີ (Kevin McCarthy) ໄດ້ຄັດ ຄ້ານໂດຍກ່າວວ່າ ການກຳນົດໜ້າທີ່ຂອງແພດໃນການໃສ່ໜ້າກາກ "ບໍ່ແມ່ນການຕັດສິນໃຈ ທີ່ອີງໃສ່ວິທະຍາສາດ."

ປະທານສະພາຕໍ່າ, ທ່ານນາງແນນຊີ ເພໂລຊີ ເມື່ອຖືກນັກຂ່າວຖາມໃນວັນພຸດວານນີ້ກ່ຽວກັບປະຕິກິລິຍາຕອບໂຕ້ຂອງທ່ານແມັກຄາທີໄດ້ຕອບວ່າ "ລາວກໍຕັ້ງເປັນຄົນສະຕິຝັ່ນເຟືອນແບບນັ້ນຫລະ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG