ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານກາງສະຫະລັດ ຈະເລີ້ມຫຼຸດຜ່ອນ ໂຄງການ ຊື້ພັນທະບັດປະຈຳເດືອນ (ວີດີໂອ)


ປະທານທະນາຄານກາງຂອງ ສຫລ ທ່ານ Ben Bernanke
ປະທານທະນາຄານກາງຂອງ ສຫລ ທ່ານ Ben Bernanke
ທະນາຄານ​ກາງ​ສະຫະລັດ​ຈະ​ເລີ້ມ​ຕົ້ນ​ລົດ​ໂຄງການ​ຊື້​ພັນທະ
ບັດ​ປະຈຳ​ເດືອນຂອງ​ຕົນ​ລົງ​ ໃນເດືອນ​ນີ້​ກໍ​ເປັນ​ໄດ້. ​ແຕ່​ການ
​ລົດ​ຜ່ອນ​ນີ້​ ຈະ​ດຳ​ເນີນ​ການເປັນ​ຂັ້ນໆ​ໄປ. ທະນາຄານ​ກາງ​
ໄດ້​ຮັບ​ຊື້​ພັນທະບັດ​ຂອງ​ລັດຖະບານ​ເປັນ​ມູນ​ຄ່າ 85 ພັນ​ລ້ານ
ດອນ​ລາ​ໃນ​ແຕ່​ລະເດືອນ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຮັກສາ​
ອັດຕາ​ດອກ​ເບ້ຍ​ຕໍ່າ ​ແລະ​ຊຸກຍູ້​ການ​ເຕີບໂຕ​ຂອງ​ເສດຖະກິດ.
Mil Arcega ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ວ່າ ທ່ານ Ben
Bernanke ປະທານ​ທະນາຄານ​ກາງ ຊຶ່ງ​ຈະ​ພົ້ນ​ຈາກ​ຕຳ​ແໜ່​ງ​ໄປ​ນັ້ນ ​ເວົ້າ​ວ່າ ການ​ຊຸກຍູ້​ເສດຖະກິດດັ່ງກ່າວ​ກຳລັງ​ດຳ​ເນີນ​ໄປ​ດ້ວຍດີ ດັ່ງ​ສິງ​ຈະ​ນຳ​ເອົາ​ລາຍລະອຽດ ມາສະ​ເໜີ
​ທ່ານໃນ​ອັນ​ດັບ​ຕໍ່​ໄປ…

ນັບ​ແຕ່​ທະນາຄານ​ກາງ​ສະຫະລັດ ​ໄດ້​ເລີ້ມ​ໃຊ້​ເງິນ​ກະຕຸກຊຸກຍູ້​ເສດຖະກິດ​ຮອບ​ຫຼ້າ​ສຸດ
ເມື່ອ 12 ​ເດືອນ​ຜ່ານ​ມາ ອັດຕາດອກ​ເບ້ຍ​ເງິນ​ກູ້​ໃນ​ໄລຍະ​ຍາວແມ່ນ​ຍັງ​ສືບ​ຕໍ່​ຢູ່ໃນ​ລະດັບ
​ທີ່ຕໍ່າ​ເກືອບສູນ​ເປີ​ເຊັນ ​ແລະ​ອັດຕາ​ການ​ຫວ່າງ​ງານ​ໄດ້​ຫລຸດ​ລົງ​ມາ 1 ​ເປີ​ເຊັນ​ເຕັມ. ຍ້ອນ
​ເຫດ​ນີ້ທະນາຄານ​ກາງ​ຈຶ່ງ​ເວົ້າ​ວ່າ ມັນ​ສົມຄວນ​ແກ່​ເວລາ​ແລ້ວ​ທີ່​ຈະ​ເລີ້ມ​ລົດ​ໂຄງການ​ຊື້​ພັນທະ
ບັດ​ປະຈຳ​ເດືອນ​ຂອງ​ຕົນ​ລົງໃນ​ມູນ​ຄ່າ 10 ພັນ​ລ້ານ​ດອນ​ລາ ​ເລີ້ມ​ຕັ້ງ​ແຕ່​ເດືອນມັງກອນ
ນີ້ ເປັນ​ຕົ້ນ​ໄປ.

ທ່ານ Ben Bernanke ປະທານ​ທະນາຄານ​ກາງ​ກ່າວ​ວ່າການ​ຕັດສິນ​ໃຈ​ນີ້​ສະທ້ອນເຖິງ
​ຄວາມ​ໝັ້ນ​ໃຈ​ຂອງ​ຄະນະກຳມະການ​ ໃນ​ການ​ຟື້ນ​ໂຕ​ຄືນ​ຂອງ​ສະຫະລັດ ຊຶ່ງ​ທ່ານ
Bernanke ກ່າວ​ວ່າ:

"​ເປັນ​ທີ່​ຈະ​ແຈ້ງ ​ເຖິງ​ແມ່ນ​ປະສົບ​ກັບ​ບັນຫາ​ດ້ານ​ງົບປະມານ​ທີ່​ສຳຄັນ​ກໍ​ຕາມ
​ແຕ່​ເສດຖະກິດ​ໄດ້​ຂະຫຍາຍ​ໂຕ​ອອກ​ໃນ​ອັດຕາ​ພໍ​ສົມຄວນ ແລະ​ພວກ​ເຮົາ​
ຄາດ​ວ່າ ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈະ​ເພີ່ມ​ຂຶ້ນ​ອີກໃນ​ໄຕ​ມາດ​ທີ່​ຈະ​ມາ​
ເຖິງ​.


​ເຖິງ​ຢ່າງ​ໃດ​ກໍ​ດີ ​ເງິນ​ເຟີ້​ຍັງ​ຄົງ​ຈະ​ຢູ່​ໃນ​ອັດຕາ​ຕໍ່າກວ່າ​ລະດັບ​ທີ່​ຈະ​ສົ່ງ​ເສີມ​ການ​ເຕີບ
ໂຕ​ນັ້ນ​ຢູ່ ຊຶ່ງ​ທະນາຄານ​ກາງ​ກ່າວ​ວ່າ ​ເບິ່ງ​ຄື​ວ່າ ​ເສດຖະກິດ​ຈະ​ຂະຫຍາຍ​ໂຕ​ອອກ​ໃນ​
ອັ​ດຕາສະ​ເລ່ຍປະມານ 3 ​ເປີ​ເຊັນ​ຕໍ່​ປີ ​ໂດຍ​ທີ່​ອັດຕາ​ຄົນ​ຫວ່າງ​ງານ​ຈະ​ຫລຸດຕໍ່າ​ລົງ​ມາ​
ເປັນ 6 ​ເປີ​ເຊັນ​ເຄິ່ງ ພາຍ​ໃນ​ທ້າຍ​ປີ 2014.

ທ່ານ Bernanke ກ່າວ​ວ່າ ການ​ລົດ​ການ​ຮັບ​ຊື້​ພັນທະບັດລົງ​ໃນ​ຂັ້ນ​ຕໍ່​ໄປ ຈະ​ດຳ​ເນີນ
​ໄປ​ເປັນ​ກ້າວໆ​ ​ແລ້ວ​ແຕ່​ສະພາບ​ເສດຖະກິດ ຊຶ່ງ​ທ່ານ Bernanke ກ່າວ​ຕໍ່​ໄປ​ວ່າ:

“ຖ້າ​ຫາກ​ເສດຖະກິດ​ເຕີບ​ໂຕ​ຊ້າ​ລົງ​ແດ່ ຫຼື​ພວກ​ເຮົາ​ບໍ່ພໍ​ໃຈ​ນຳ​ຜົນ​ຂອງ​ມັນ
ພວກ​ເຮົາ​ກໍ​ສາ ມາດ​ໂຈະ​ການ​ລົດ​ຜ່ອນ​ການ​ຮັບ​ຊື້​ພັນທະບັດ​ນັ້ນງວດ​ນຶ່ງ​
ຫຼື​ສອງ​ງວດ​ໄດ້. ​ໃນ​ອີກ​ດ້ານ​ນຶ່ງ ຖ້າ​ທຸກ​ສິ່ງ​ທຸກ​ຢ່າງ​ເຕີບ​ໂຕ​ຂຶ້ນ​ດີແລ້ວ
ແນ່
ນອນ ພວກ​ເຮົາ​ຈະ​ດຳ​ເນີນ​ການ​ລົດ​ຜ່ອນ​ຮັບ​ຊື້​ພັນທະບັດ​ນັ້ນ​ລົງ​ຢ່າງ​ໄວ​
ຂຶ້ນ. ​ແຕ່​ຄວາມ​ຄາດ​ຫວັງ​ຂອງ​ຂ້າພະ​ເຈົ້າ​ກໍ​ແມ່ນການ​ເອົາ​ບາດ ກ້າວ​ໃນ​
ລະດັບ​ພໍ​ປານ​ກາງ​ທີ່​ຄ້າຍຄື​ກັນນີ້ ​ຈົນ​ເກືອບ​ໝົ​ດປີ​ ໃນ​ຊ່ວງ​ປີ 2014 ນີ້.


ລາຄາ​ຮຸ້ນ​ໄດ້​ຖີບ​ໂຕ​ສູງ​ຂຶ້ນ​ທີ່​ຕະຫຼາດ​ຮຸ້ນ Wall Street ຫຼັງ​ຈາກ​ຄຳ​ປະກາດ​ຂອງ
​ໄວ້​ວ່າ ການ​ຮັບ​ຊື້​ພັນທະບັດ​ຂອງ​ທະນາຄານ​ກາງ ​ຍັງ​ຄົງ​ຈະ​ດຳ​ເນີນ​ໄປ​ໃນ​ລະດັບ
​ປັດຈຸບັນ​ນີ້​ຈົນ​ຮອດ​ເດືອນມີນາ​ປີໜ້າຊຶ່ງ​ນັກ​ເສດຖະສາດ Uri Dadush ​ເວົ້າ​ວ່າ
ຜົນ​ກະທົບ​ຂອງ​ອັນ​ທີ່​ເອິ້ີ້ນ ວ່າ “taper ຫຼື​ລົດ​ລົງ” ທີ່​ໄດ້​ມີ​ການ​ຄາດ​ກັນ​ມາ​ລ່ວງ​
ໜ້າ​ ​ເວລາ​ທ່ານ Bernanke ​ແຍ້ມ ​ເລື້ອງ​ນີ້​ອອກ​ມາ​ໃຫ້​ຮູ້ ທີ່​ວ່າການ​ລົດ​ຜ່ອນ​ການ
ຮັບ​ຊື້​ພັນທະບັດ​ນີ້ອາດຈະ​ມີ​ຂຶ້ນ​ ໃນ​ເດືອນ​ພຶດສະພາ​ນັ້ນ ຊຶ່ງ​ທ່ານ Uri Dadush
ຈາກ​ອົງການ Carnegie Endowment ກ່າວ​ວ່າ:

​“ໃນ​ຄວາມ​ຮູ້ສຶກ​ອັນ​ນຶ່ງ ກໍ​ແມ່ນ​ວ່າ ຜົນ​ກະທົບ​ຈາກ​ການ​ລົດ​ຜ່ອນ​ການ​
ຮັບ​ຊື້​ພັນທະບັດ​ລົງນີ້ ໄດ້​ເກີດ​ຂຶ້ນ​ແລ້ວ ​ເພາະວ່າ ມັນ​ໄດ້​ເປັນ​ປັດ​ໄຈ​ຄິດ​
ໄລ່ ​ຢູ່​ໃນ​ຕະຫຼາດ​ຕ່າງໆ​ແລ້ວ. ອັນ​ທີ່​ຂ້າ ພະ​ເຈົ້າ​ກຳລັງ​ເວົ້າ​ຢູ່​ນີ້​ ກໍ​ແມ່ນ​
ວ່າ ​ເວລາ​ທ່ານ Bernanke ກ່າວ​ຄຳ​ປາ​ໄສ​ກ່ຽວກັບ​ເລື້ອງ​ນີ້ ອັດຕາ​
ດອກ​ເບ້ຍ​ເງິນ​ກູ້​ສຳລັບ​ຊື້​ທີ່​ດິນ​ແລະ​ບ້ານ​ເຮືອ​ນໄດ້​ຖີບ​ໂຕ​ສູງ​ຂຶ້ນ ນຶ່ງ​
ສ່ວນ​ຮ້ອຍ​ຂອງ​ນຶ່ງ​ເປີ​ເຊັນ.”


​ເຖິງ​ແມ່ນມີພາບ​ພົດ​ທີ່​ດີ​ຂຶ້ນ​ກໍ​ຕາມ ທ່ານ Bernanke ຍັງ​ກ່າວ​ເຕືອນ​ວ່າ ​ເສດຖະ
ກິດ​ຍັງ ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​ ຈາກ​ທະນາຄານ​ກາງ​ຢູ່. ທ່ານ Bernanke ຊຶ່ງ
​ກຳນົດ​ຈະລາ ອອກ​ຈາກ​ຕຳ​ແໜ່​ງ​ໃນ​ເດືອນ​ມັງກອນ​ນີ້ກ່າວ​ວ່າ ຜູ້​ທີ່​ຈະ​ມາ​ດຳລົງ​ຕຳ​ແໜ່ງປະທານທະນາ ຄານ​ກາງ​ແທນ​ທ່ານ ມີ​ຄວາມ​ໝາຍ​ໝັ້ນ​ທີ່​ຈະ​ຮັກສາ​ອັດຕາ​
ດອກ​ເບ້ຍ​ເງິນ​ກູ້​ໃຫ້​ຢູ່​ໃນ​ອັດຕາ​ຕໍ່າ​ສຸດ​ເກືອບ​ສູນ​ເປີ​ເຊັນ​ນັ້ນ​ຢູ່ ຈົນ​ເຖິງ​ເວລາ​ໃດ​ທີ່​
ອັດຕາ​ຄົນ​ຫວ່າງ​ງານ​ລົດ​ລົງ​ຕໍ່າ​ກວ່າ 6.5 ​ເປີ​ເຊັນ​ນັ້ນ.

US Fed to Scale Back Bond Purchases Starting January 2014
please wait

No media source currently available

0:00 0:02:12 0:00
ລິງໂດຍກົງ
XS
SM
MD
LG