ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ພິ​ພາກ​ສາ ລັດ​ຖ​ະ​ບານ​ກາງ ສະ​ຫະ​ລັດ ຕັດ​ສິນ Obamacare ຂັດ​ຕໍ່ ​ລັດ​ຖະ​ທຳ​ມະ​ນູນ


ພວກ​ປະ​ທ້ວງເຕົ້າ​ໂຮມ​ກັນ ຂ້າມ​ແມ່​ນ້ຳ ຊິ​ຄາ​ໂກ ຈາກ​ຕຶກ ທ​ຣຳ ທາວ​ເວີ (Trump Tower) ເພື່ອ​ປະ​ທ້ວງ​ຕໍ່​ຕ້ານ​ການ​ຍົກ​ເລີກກົດ​ໝາຍ​ປະ​ກັນ​ສຸ​ຂະ​ພາບ​ລາ​ຄາ​ຖືກ. ນະ​ຄອນ ຊິ​ຄ​າ​ໂກ, ລັດ ອີ​ລີ​ນອຍ. 24 ມີ​ນາ, 2017.
ພວກ​ປະ​ທ້ວງເຕົ້າ​ໂຮມ​ກັນ ຂ້າມ​ແມ່​ນ້ຳ ຊິ​ຄາ​ໂກ ຈາກ​ຕຶກ ທ​ຣຳ ທາວ​ເວີ (Trump Tower) ເພື່ອ​ປະ​ທ້ວງ​ຕໍ່​ຕ້ານ​ການ​ຍົກ​ເລີກກົດ​ໝາຍ​ປະ​ກັນ​ສຸ​ຂະ​ພາບ​ລາ​ຄາ​ຖືກ. ນະ​ຄອນ ຊິ​ຄ​າ​ໂກ, ລັດ ອີ​ລີ​ນອຍ. 24 ມີ​ນາ, 2017.

ຜູ້​ພິ​ພາກ​ສາລັດ​ຖະ​ບານ​ກາງ ສະ​ຫະ​ລັດ ທ່ານ​ນຶ່ງ​ໄດ້​ຕັດ​ສິນ​ວ່າ ກົດ​ໝາຍ​ປະ​ກັນ​ສຸ​ຂະ​
ພາບລາຄາຖືກ, ເຊິ່ງຮູ້ຈັກກັນຢ່າງກວ້າງຂວາງວ່າ Obamacare ນັ້ນ, ແມ່ນຜິດລັດ
ຖະທຳມະນູນ.

ຜູ້​ພິ​ພາກ​ສາ​ປະ​ຈຳ​ເຂດ ສະ​ຫະ​ລັດ ທ່ານ ຣີດ ໂອ​ຄັອນ​ເນີ ໃນ​ລັດ​ເທັກ​ຊັ​ສ ໄດ້​ຕັດ​ສິນ
ໃນວັນສຸກທີ່ຜ່ານມາວ່າ ການປ່ຽນແປງກົດໝາຍພາສີໃນປີກາຍນີ້ ທີ່ລົບລ້າງການປັບ
ໂທດສຳລັບການບໍ່ມີປະກັນສຸຂະພາບນັ້ນ ໄດ້ເຮັດໃຫ້ກົດໝາຍປະກັນສະຂະພາບລາ
ຄາຖືກທັງໝົດເປັນໂມຄະ.

ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ແມ່ນ​ຄາດ​ວ່າ​ ຈະ​ຖືກ​ອຸ​ທອນ​ຢູ່​ສານ​ສູງ​ສຸດ ສະ​ຫະ​ລັດ.

ກົດ​ໝາຍ​ປະ​ກັນ​ສຸ​ຂະ​ພາບ​ລາ​ຄາ​ຖືກ ຈະ​ຍັງ​ຄົງ​ເປັນ​ກົດ​ໝາຍ​ຢູ່​ຄື​ເກົ່າ ໃນ​ລະ​ຫວ່າງ​ຂັ້ນ
ຕອນການຂໍອຸທອນ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ສັນ​ຍາ​ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​
ຫາສຽງປະທານາທິບໍດີ ຂອງທ່ານວ່າຈະຮື້ຖອນກົດໝາຍປະກັນສຸຂະພາບລາຄາຖືກ,
ເປັນໂຄງການທີ່ເຮັດໃຫ້ຄົນອາເມຣິກັນ ຫຼາຍລ້ານຄົນສາມາດຊື້ປະກັນສຸຂະພາບລາ
ຄາຖືກໄດ້.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຂຽນ​ໃນ​ທວິ​ດ​ເຕີ​ໃນຕອນ​ແລງ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ: ວາວ, ແຕ່
ບໍ່ເປັນຕາຕົກໃຈ, ໂອບາມາແຄ ຫາກໍຖືກຕັດສິນວ່າບໍ່ຖືກຕາມລັດຖະທຳມະນູນ ໂດຍ
ຜູ້ພິພາກສາທີ່ໜ້ານັບຖືຢ່າງສູງໃນລັດ ເທັກຊັສ. ເປັນຂ່າວທີ່ດີຢ່າງຍິ່ງສຳລັບ ອາເມຣິ
ກາ.”

ສະ​ມາ​ຊິ​ກ​ສະ​ພາ​ສູງ ສະ​ຫະ​ລັດ ທ່ານ ຈັກ ຊູ​ເມີ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ
“ການຕັດສິນດັ່ງກ່າວເບິ່ງຄືວ່າ ໄດ້ອີງໃສ່ການໃຫ້ເຫດຜົນທີ່ຜິດທາງກົດໝາຍ ແລະ
ຫວັງວ່າມັນຈະຖືກຕ່າວປີ້ນ. ປະຊາຊົນ ອາເມຣິກັນ ຜູ້ທີ່ເປັນຫ່ວງ ກ່ຽວກັບ ຄອບຄົວ
ກຳມະກອນ ຕ້ອງເຮັດທຸກຢ່າງທີ່ເຂົາເຈົ້າສາມາດເຮັດໄດ້ ເພື່ອປ້ອງກັນການຕັດສິນ
ຂອງສານປະຈຳເຂດນີ້ ຈາກການບໍ່ໃຫ້ມັນກາຍເປັນກົດໝາຍ.” ທ່ານ ໄດ້ກ່າວເພີ່ມ
ເຕີມວ່າ “ຖ້າການຕັດສິນກົດໝາຍນີ້ໄດ້ຮັບການສະໜັບສະໜູນຢູ່ສານສູງສຸດ, ມັນຈະ
ເປັນຄວາມຫາຍານະສຳລັບຄອບຄົວຊາວ ອາເມຣິກັນ ຫຼາຍສິບລ້ານຄົນ, ໂດຍສະ
ເພາະຄົນຜູ້ທີ່ມີອາການປ່ວຍກ່ອນແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG