ຜູ້ພິພາກສາ ສານລັດຖະບານກາງສະຫະລັດ ໄດ້ຕັດສິນວ່າ ກົດໝາຍຮັກສາສຸຂະພາບ ລາຄາຖືກ ຫຼືເອີ້ນຫຍໍ້ວ່າ ACA ແລະຮູ້ກັນດີຄື ໂອບາມາແຄຣນັ້ນ ແມ່ນຂັດຕໍ່ລັດຖະທຳ
ມະນູນ.
ຜູ້ພິພາກສາສານເມືອງ ໃນລັດເທັກຊັສ ທ່ານຣີດ ໂອຄອນເນີ ໄດ້ຕັດສິນ ໃນວັນສຸກວານ
ນີ້ວ່າ ການປ່ຽນແປງ ໃນກົດໝາຍພາສີຂອງປີກາຍນີ້ ໄດ້ລົບລ້າງຄ່າປັບໄໝ ສຳລັບການ
ທີ່ບໍ່ມີປະກັນໄພສຸຂະພາບ ຊຶ່ງເຮັດໃຫ້ກົດໝາຍ ACA ທັງໝົດເປັນໂມຄະ.
ຄາດກັນວ່າ ການຕັດສິນດັ່ງກ່າວ ຈະຖືກຂໍອຸທອນ ຕໍ່ສານສູງສຸດ.
ກົດໝາຍ ACA ຈະຍັງຄົງມີຜົນບັງຄັບໃຊ້ຢູ່ ໃນລະຫວ່າງ ການຂໍອຸທອນ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ໃຫ້ຄຳໝັ້ນສັນຍາ ໃນລະຫວ່າງການ
ໂຄສະນາຫາສຽງ ເປັນປະທານາທິບໍດີ ທີ່ຈະທັບມ້າງ ກົດໝາຍACA ຊຶ່ງເປັນໂຄງການ
ນຶ່ງ ທີ່ເຮັດໃຫ້ປະກັນໄພສຸຂະພາບຖືກລົງ ມີໄວ້ໃຫ້ແກ່ຊາວອາເມຣິກັນຫຼາຍລ້ານຄົນ ສາມາດຊື້ໄດ້.
ທ່ານປະທານາທິບໍດີ ໄດ້ຂຽນຂໍ້ຄວາມລົງທວິດເຕີ ໃນຄືນວັນສຸກວານນີ້ວ່າ “ໂອ້ ແຕ່ບໍ່
ແປກໃຈເລີຍ ໂອບາມາແຄຣ ຫາກໍຖືກຕັດສິນວ່າ ບໍ່ຖືກຕ້ອງຕາມລັດຖະມະນູນ ໂດຍ
ຜູ້ພິພາກສາ ຜູ້ທີ່ໜ້ານັບຖືສູງ ໃນລັດເທັກຊັສ. ເປັນຂ່າວທີ່ດີຍິ່ງສຳລັບອາເມຣິກາ!”
ສະມາຊິກສະພາສູງ ສະຫະລັດ ທ່ານ ຊຈັກ ຊູເມີຣ ກ່າວຢູ່ໃນຖະແຫຼງການ ວ່າ “ການ
ຕັດສິນນັ້ນ ປາກົດວ່າ ອີງໃສ່ເຫດຜົນໃນດ້ານກົດໝາຍທີ່ຜິດພາດ ແລະຫວັງວ່າ ຈະ
ຖືກຕ່າວປີ້ນ. ຊາວອາເມຣິກັນ ທີ່ເປັນຫ່ວງກັບບັນດາຄອບຄົວທີ່ເຮັດວຽກ ຈະຕ້ອງ
ເຮັດທຸກສິ່ງທຸກຢ່າງທີ່ເຂົາເຈົ້າສາມາດເຮັດໄດ້ ເພື່ອສະກັດກັ້ນ ການຕັດສິນຂອງສານ
ຊັ້ນຕົ້ນ ບໍ່ໃຫ້ກາຍເປັນກົດໝາຍໄດ້.” ທ່ານກ່າວເພີ້ມອີກວ່າ “ຖ້າຫາກການຕັດສິນທີ່
ຂີ້ຮ້າຍດັ່ງກ່າວນີ້ ຖືກຢັ້ງຢືນຕາມ ໃນສານສູງຂັ້ນຕໍ່ໆໄປ ມັນຈະເປັນຄວາມເສຍຫາຍ
ແກ່ຄອບຄົວຊາວອາເມຣິກັນຫຼາຍສິບລ້ານຄົນ ໂດຍສະເພາະ ສຳລັບພວກຄົນທີ່ມີ ບັນຫາດ້ານສຸຂະພາບຢູ່ແລ້ວນັ້ນ.”
ຊາວອາເມຣິກັນທີ່ມີ ບັນຫາທາງດ້ານສຸຂະພາບ ຢູ່ແລ້ວ ກ່ອນຈະມີ ກົດໝາຍ ACA ກໍຈະຕ້ອງປະເຊີນໜ້າກັບ ການຈ່າຍຄ່າປະກັນໃນລາຄ່າສູງ ຫຼືບໍ່ກໍບໍ່ສາມາດເຂົ້າເຖິງ
ປະກັນໄພສຸຂະພາບ ໄດ້ເລີຍ..
ໂຄສົກທະນຽບຂາວ ທ່ານນາງຊາຣາ ຮັກກາບີ ແຊນເດີຣ ກ່າວວ່າ ການຕັດສິນຂອງ
ຜູ້ພິພາສາ “ຢັ້ງຢືນໜ້າທີ່ຂອງປະທານາທິບໍດີທຣຳ ທີ່ໂອບາມາແຄຣ ບໍ່ຖືກຕ້ອງຕາມ
ກົດໝາຍ. ອີກເທື່ອນຶ່ງ ປະທານາທິບໍດີຮຽກຮ້ອງໃຫ້ສະພາທົດແທນໂອບາມາແຄຣ
ແລະປະຕິບັດເພື່ອປ້ອງກັນຄົນທີ່ມີສະພາບການພະຍາດຢູ່ກ່ອນໜ້ານັ້ນ ແລະໃຫ້
ການຊ່ວຍເຫຼືອຊາວອາເມຣິກັນຕໍ່ຄຸນນະພາບການປິ່ນປົວທີ່ບໍ່ແພງ.
ລັດຖະມົນຕີຍຸຕິທຳລັດຄາລີຟໍເນຍ ທ່ານຊາວີເອ ເບີເຊີຣຣາ ຜູ້ນຳພັນທະມິດຂອງລັດ
ບໍ່ເຫັນພ້ອມກັບການຟ້ອງຮ້ອງ ທີ່ໄດ້ກ່າວຢູ່ໃນຖະແຫຼງການວ່າ “ການຕັດສິນແນະ
ນຳຜິດຂອງມື້ນີ້ຈະບໍ່ຫັນປ່ຽນພວກເຮົາ. ການຮ່ວມມືຂອງພວກເຮົາຈະດຳເນີນຕໍ່ສູ້ຢູ່
ໃນສານເພື່ອສຸຂະພາບ ແລະຄວາມຢູ່ດີມີສຸກແກ່ຊາວອາເມຣິກັນທັງໝົດ.”