ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ແຕ່ງຕັ້ງ ທ່ານນາງ Yellen ເປັນຫົວໜ້າ ທະນາຄານກາງ (ວີດີໂອ)


Obama Taps Yellen to Replace Fed Chief Bernanke
please wait

No media source currently available

0:00 0:01:48 0:00
ລິງໂດຍກົງ
ປະທານາທິບໍດີສະຫະລັດ ທ່ານ Barack Obama ໄດ້ແຕ່ງຕັ້ງໃຫ້
ທ່ານນາງ Janet Yellen ຮອງຫົວໜ້າ ທະນາຄານກາງສະຫະລັດ
ຄົນປັດຈຸບັນ ເຂົ້າຮັບໜ້າທີ່ເປັນຫົວໜ້າທະນາຄານກາງ.

ທ່ານນາງ Yellen ອາຍຸ 67 ປີ ຈະເຂົ້າຮັບໜ້າທີ່ແທນທ່ານ Ben
Bernanke ຊຶ່ງສະໄໝທີສອງຂອງການດຳລົງຕຳແໜ່ງຂອງທ່ານ
ຈະສີ້ນສຸດລົງໃນວັນທີ 31 ມັງກອນຈະມາເຖິງນີ້. ທ່ານນາງຈະປະ
ເຊີນກັບການຮັບຟັງຄຳໃຫ້ການ ໃນການແຕ່ງຕັ້ງທ່ານນາງຢູ່ທີ່ສະ
ພາສູງສະຫະລັດແຕ່ບັນດາຜູ້ສະໜັບສະໜຸນກ່າວວ່າເຂົາເຈົ້າຄິດ
ວ່າ ທ່ານນາງຈະໄດ້ຮັບການອະນຸມັດ ເພື່ອເຂົ້າຮັບຕຳແໜ່ງເປັນ
ເວລາສີ່ປີ.

ທ່ານນາງ ຈະເປັນຜູ້ຍິງຄົນທໍາອິດ ທີ່ໄດ້ເປັນຫົວໜ້າທະນາຄານກາງໃນປະຫວັດສາດ 100 ປີຂອງທະນາຄານດັ່ງກ່າວ.

ທ່ານ Obama ໄດ້ຍ້ອງຍໍທ່ານນາງວ່າ ເປັນຜູ້ມີວິໄສທັດດ້ານເສດຖະກິດແລະໄດ້ມອງເຫັນ ບັນຫາເສດຖະກິດຂອງສະຫະລັດ ກ່ອນທີ່ຈະເກີດສະພາບເສດຖະກິດຕົກຕໍ່າຢ່າງຮ້າຍແຮງ ເມື່ອຫ້າປີກ່ອນ. ປະທານາທິບໍດີ ຮ້ອງທ່ານນາງວ່າ ເປັນຜູ້ເສີມສ້າງ ຄວາມເປັນເອກກະສັນ ໂດຍ “ຮັບຟັງຄວາມເຫັນທີ່ແຕກຕ່າງກັນ” ກ່ຽວກັບ ການບໍລິຫານເສດຖະກິດ ທີ່ໃຫຍ່ສຸດໃນ ໂລກ.

ໃນຖະແຫລງສັ້ນໆ ທີ່ທໍານຽບຂາວ ທ່ານນາງ Yellen ກ່າວວ່າ “ພວກເຮົາມີຄວາມສາມາດ ແລະຕ້ອງປົກປ້ອງຮັກສາ” ເສດຖະກິດຂອງສະຫະລັດ. ອັດຕາຫວ່າງງານ 7.3 ເປີເຊັນຂອງ ສະຫະລັດ ແມ່ນຍັງສູງຢູ່ ອີງຕາມພື້ນຖານປະຫວັດສາດແລະທ່ານນາງ Yellen ໃຫ້ຄຳໝັ້ນ ສັນຍາວ່າ ຈະ “ໃຫ້ເປັນທີ່ແນ່ໃຈວ່າທຸກໆຄົນໄດ້ມີໂອກາດ” ເພື່ອຊອກຫາວຽກເຮັດງານທໍາ.

XS
SM
MD
LG