ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວກະສິກອນ ສະຫະລັດ ຢາກໄດ້ ‘ການຊື້ຂາຍ ບໍ່ແມ່ນ ການຊ່ອຍເຫຼືອ’


US Farmers Want 'Trade Not Aid'
please wait

No media source currently available

0:00 0:03:02 0:00

ເຊີນຊົມ ວີດີໂອ ພາສາອັງກິດ

ນັບຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາ ລາຄາຖົ່ວເຫຼືອຕໍ່ກະບຸງ ໄດ້ຫລຸດລົງເກືອບ 20
ເປີເຊັນ ທ່າມກາງສົງຄາມການຄ້າ ທີ່ກຳລັງທະວີຂຶ້ນ ລະຫວ່າງ ສະຫະລັດ ກັບ ຈີນ.
ການເກັບພາສີສິນຄ້າກະສິກຳ ເປັນໄພຂົ່ມຂູ່ວ່າຈະມີການຕັດຕະຫຼາດສົ່ງ ອອກສິນຄ້າ
ທີ່ສຳຄັນຂອງຊາວກະສິກອນສະຫະລັດ ໃນຂະນະ ມັນກໍາລັງເຮັດໃຫ້ຜົນກຳໄລ ຂອງ
ຊາວກະສິກອນ ທີ່ປະເຊີນກັບສະພາບ ທີ່ມີລາຍຮັບຈາກຟາມຫລຸດລົງ ເປັນເວລາ 5 ປີ
ຢູ່ແລ້ວນັ້ນ ຖືກຕັດໃຫ້ຫລຸດລົງ ໄປຕື່ມອີກ. ດັ່ງທີ່ ນັກຂ່າວວີໂອເອ ເຄນ ຟາຣາບໍ ລາຍ
ງານມາ ເຖິງແມ່ນຈະມີແຜນການຊ່ອຍເຫຼືອ ຂະໜາດໃຫຍ່ ຈາກຄະນະລັດຖະບານ
ທ່ານທຣຳ ກໍຕາມ ແຕ່ສິ່ງທີ່ພວກຜູ້ຜະລິດ ຢາກໄດ້ຫຼາຍທີ່ສຸດ ກໍຄືການເຂົ້າຫາຕະຫຼາດ
ທີ່ໃຫຍ່ທີ່ສຸດຂອງໂລກ ເຊິ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ
ໃນອັນດັບຕໍ່ໄປ.

ທົ່ງອັນກວ້າງໃຫຍ່ເຕັມໄປດ້ວຍຕົ້ນຖົ່ວເຫຼືອງ ທີ່ກຳລັງເຕີບໃຫຍ່ຢູ່ໃນຟາມ ຂອງ ທ່ານ
ແຟຣດ ກຣີເດີ ໃນລັດອີລລີນອຍ ຈະເປັນສັນຍານທີ່ໜ້າຍິນທີ່ດີທີ່ສຸດ ໃນເກືອບທຸກປີ
ຜ່ານມານີ້............ອັນເປັນເຄື່ອງບົ່ງຊີ້ ເຖິງຄວາມຫວັງອັນສົດໃສຂອງ ການເກັບກ່ຽວ
ໃນລະດູໃບໄມ້ລົ່ນນີ້.

ທົ່ງຕົ້ນມາກຖົ່ວເຫຼືອງ ກຳລັງເຕີບໃຫຍ່ ຢູ່ຊານເມືອງ ເວນເນັດ ລັດອີລລີໂນຍ, ວັນທີ 6 ກໍລະກົດ 2018.
ທົ່ງຕົ້ນມາກຖົ່ວເຫຼືອງ ກຳລັງເຕີບໃຫຍ່ ຢູ່ຊານເມືອງ ເວນເນັດ ລັດອີລລີໂນຍ, ວັນທີ 6 ກໍລະກົດ 2018.

ແຕ່ແລ້ວ ການເກັບພາສີສິນຄ້າ ໄດ້ເຮັດໃຫ້ພວກທີ່ອາດຈະເປັນລູກຄ້າ ຢູ່ຕ່າງປະເທດ
ຫັນເຫໜີໄປ ແລະ ທ່ານ ກຣີເດີ ຄຳນວນວ່າ ທ່ານອາດຈະສູນເສຍ ປະມານ 100
ໂດລາ ຕໍ່ນຶ່ງເອກເກີ ຫລື 100 ໂດລາ ຕໍ່ 0.4 ເຮັກຕາ ຖ້າສົງຄາມການຄ້າຍັງ ສືບຕໍ່ໄປຢູ່.

ທ່ານ ກຣີເດີ ເປັນກະສິກອນ ຂອງລັດອີລລີນອຍ ເວົ້າວ່າ “ມັນເປັນການບີບຄັ້ນ
ແທ້ໆ.”

ມັນເປັນການບີບຄັ້ນ ທີີ່ຄະນະລັດຖະບານ ທ່ານ ທຣຳ ໄດ້ຮັບຮູ້ແລ້ວ ຈຶ່ງໄດ້ກະຕຸ້ນໃຫ້
ກະຊວງກະສິກຳ ວາງແຜນການຊ່ອຍເຫຼືອ ເປັນເງິນມູນຄ່າ 12 ຕື້ໂດລາ ເພື່ອຊ່ອຍ
ພວກກະສິກອນ ຄື ທ່ານ ກຣີເດີ ນັ້ນ.

ມັນບໍ່ແມ່ນວ່າ ທ່ານ ກຣີເດີ ບໍ່ຮັບຮູ້ເຖິງບຸນຄຸນຂອງການຊ່ວຍເຫລືອນີ້ດອກ. ແຕ່ເພິ່ນ
ພຽງຢາກຈະໄດ້ຮັບ “ທຸລະກິດຊື້ຂາຍ ຫຼາຍກວ່າ ການຊ່ອຍເຫຼືອ.”

ທ່ານ ກຣີເດີ ໄດ້ກ່າວເຖິງ ການຊ່ອຍເຫຼືອຂອງລັດຖະບານວ່າ “ພວກເຮົາຂອບອົກ
ຂອບໃຈ ທີ່ຄວາມຈິງແລ້ວ ກະຊວງກະສິກຳສະຫະລັດ ຫຼື USDA ເປັນຫ່ວງ
ເປັນໃຍຕໍ່ພວກເຮົາ ແລະ ຢາກຈະເຮັດໃຫ້ພວກເຮົາປະສົບ ຜົນສຳເລັດ ແຕ່
ໃນຄວາມເປັນຈິງແລ້ວມັນແມ່ນຕົວເລກ ໃນສົງຄາມການຄ້າທີ່ຍິ່ງ ໃຫຍ່ຄື
ແບບນີ້ ແມ່ນເປັນເລື້ອງເຫຼືອບ່າເຫຼືອແຮງຫຼາຍ.”

ທ່ານ ມາຣຄ໌ ອາລເບີຕສັນຈາກສະມາຄົມຖົ່ວເຫລືອງ ໄດ້ກ່າວວ່າ “ອັນນີ້ ບໍ່ແມ່ນໄພ
ພິບັດ ຈາກທຳມະຊາດ ອັນນີ້ ແມ່ນໄພພິບັດທີ່ມາຈາກນໍ້າມືຂອງມະນຸດ. ມັນບໍ່
ແມ່ນການກະທຳ ຂອງພະຜູ້ເປັນເຈົ້າ. ບາງຄົນ ອາດຈະເອີ້ນມັນວ່າ ເປັນການ
ກະທຳທີ່ເກີດຈາກຄວາມໂງ່ຈ້າ.”

ທ່ານ ມາຣຄ໌ ອາລເບີຕສັນ ເປັນຜູ້ອຳນວຍການ ດ້ານຍຸດທະສາດການພັດທະນາ
ຕະຫຼາດ ຂອງສະມາຄົມຖົ່ວເຫຼືອງ ລັດອີລລີນອຍ. ທ່ານກ່າວວ່າ ການຂັດແຍ່ງດ້ານ
ການຄ້າກັບຈີນ ແມ່ນໄພຂົ່ມຂູ່ທີ່ຍິ່ງໃຫຍ່ ຕໍ່ພວກຊາວກະສິກອນ ຫຼາຍກວ່າ ໄພແຫ້ງແລ້ງ
ເມື່ອປີ 2012 ນັ້ນອີກ.

ທ່ານ ອາລເບີຕສັນ ເວົ້າວ່າ “ຕອນນັ້ນ ພວກເຮົາມີກົນໄກໄວ້ແລ້ວ ເພື່ອຮັບມືກັບ
ບັນຫານັ້ນ ແລະ ພວກເຮົາກໍຮູ້ຢູ່ສະເໝີວ່າ ປີໜ້າ ພວກເຮົາຈະສາມາດປູກ
ພືດຜົນຂອງພວກເຮົາໄດ້ ອີກເທື່ອນຶ່ງ ແລະ ຫວັງວ່າມັນຈະໄດ້ຮັບຜົນດີທີ່ສຸດ.
ແຕ່ວ່າຢູ່ໃນກໍລະນີນີ້ຕິ ພວກເຮົາບໍ່ຮູ້ເລີຍ. ພວກເຮົາບໍ່ຮູ້ເລີຍວ່າ ປີໜ້າຈະໄດ້
ຮັບຜົນຫຍັງ. ພວກເຮົາບໍ່ຫວັງເລີຍວ່າ ສົງຄາມການຄ້າຈະຫາຍໄປ ໃນເວລາ
ອັນໃກ້ນີ້ ແລະ ມັນເບິ່ງຄືວ່າ ປະເທດບຣາຊີລ ແມ່ນໃຈຈົດໃຈຈໍ່ ຢາກຈະເອົາ
ສ່ວນແບ່ງ ຕະຫຼາດຂອງພວກເຮົາທີ່ມີກັບຈີນ ໄປ.”

ເຊິ່ງມັນເປັນຄວາມກັງວົນທີ່ໃຫຍ່ທີ່ສຸດຂອງທ່ານ ກຣີເດີ ທີ່ເປັນຊາວກະສິກອນ ນັ້ນ.

ທ່ານ ກຣີເດີ ເວົ້າວ່າ “ມັນບໍ່ເປັນພຽງ ຜົນສະທ້ອນໄລຍະສັ້ນຂອງບັນຫານີ້.
ບຣາຊີລ ເປັນຄູ່ແຂ່ງທີ່ໃຫຍ່ທີ່ສຸດ ປະເທດນຶ່ງຂອງພວກເຮົາ. ພວກເຂົາເຈົ້າ
ມີການຂະຫຍາຍໂຕອອກໄປ ໃນຕະຫລາດ ຢູ່ສະເໝີ ສະນັ້ນ ອັນນີ້ ອາດຈະ
ສົ່ງຜົນກະທົບຕໍ່ ຕະຫລາດສົ່ງອອກຂອງພວກເຮົາ ໃນຫຼາຍໆປີຕໍ່ໜ້າ ແລະ
ຂ້າພະເຈົ້າ ອາດຈະເປັນຫ່ວງກ່ຽວກັບອັນນັ້ນ ຫຼາຍກວ່າ ທີ່ຂ້າພະເຈົ້າເປັນ
ຫ່ວງກັບບັນຫາ ໃນໄລຍະສັ້ນ ທີ່ຂ້າພະເຈົ້າກໍາລັງປະເຊີນຢູ່ ໃນເວລານີ້.”

ມາກຖົ່ວເຫຼືອງ ຖືກບັນຈຸລົງໃນລົດຂົນສົ່ງ ຢູ່ທີ່ສະຫະກອນ Heartland ວັນທີ 5 ເມສາ 2018, ໃນເມືອງ ເຣດຟີລ ລັດໄອໂອວາ.
ມາກຖົ່ວເຫຼືອງ ຖືກບັນຈຸລົງໃນລົດຂົນສົ່ງ ຢູ່ທີ່ສະຫະກອນ Heartland ວັນທີ 5 ເມສາ 2018, ໃນເມືອງ ເຣດຟີລ ລັດໄອໂອວາ.

ຄວາມທ້າທາຍ ອີກປະການນຶ່ງ ກໍແມ່ນວ່າ ຈະເຮັດແນວໃດ ກັບພວກຖົ່ວເຫຼືອງ ທີ່ຂາຍ
ບໍ່ອອກ.

ທ່ານ ອາລເບີຕສັນ ເວົ້າວ່າ “ເບິ່ງຊົງ ໃນທີ່ສຸດ ພວກເຮົາ ກໍອາດຈະຕ້ອງໄດ້ນຳ
ເອົາຖົ່ວເຫລືອງຈຳນວນຫຼວງຫຼາຍຢ່າງເປັນປະຫວັດການ ໄປເກັບມ້ຽນໄວ້ໃນ
ສາງ ແລະ ໃນເວລາທີ່ເປັນແບບນັ້ນ ພວກເຮົາກໍຮູ້ດີ ຈາກປະຫວັດທີ່ເຄີຍມີມາ
ລາຄາກໍຈະຫລຸດລົງ.”

ໃນເວລານີ້ ວຽກປະຈຳວັນ ຂອງທ່ານ ກຣີເດີ ກໍຍັງຄົງຄືເກົ່າ. ທ່ານຫວັງວ່າ ຄວາມຮຽກ
ຮ້ອງຕ້ອງການຖົ່ວເຫຼືອງຂອງໂລກ ນອກເໜືອໄປຈາກຈີນແລ້ວ ຈະສູງຂຶ້ນ ຊຶ່ງກໍຈະແກ້
ໄຂການລົດລົງຂອງລາຄາ ແລະ ຄອຍຖ້າເບິ່ງວ່າ ຍຸດທະວິທີ ດ້ານການຄ້າ ຂອງປະທາ
ນາທິບໍດີ ດໍໂນລ ທຣຳ ຈະເລີ້ມມີຜົນ ໃຊ້ການໄດ້ ກ່ອນທີ່ຄວາມເສຍຫາຍຢ່າງຖາວອນ
ຈະມີຜົນກະທົບຕໍ່ຊື່ສຽງ ແລະຄວາມເຊື່ອຖື ທີ່ມີຂອງຜະລິດຕະພັນເມັດພືດຂອງ
ສະຫະລັດ ຫຼືບໍ່.

ທ່ານ ກຣີເດີ ກ່າວວ່າ “ຂ້າພະເຈົ້າ ສະໜັບສະໜຸນ ສິ່ງທີ່ ທ່ານ ທຣຳ ພະຍາຍາມ
ເຮັດ. ແຕ່ຂ້າພະເຈົ້າ ບໍ່ສາມາດເວົ້າໄດ້ວ່າ ຂ້າພະເຈົ້າ ສະໜັບສະໜຸນ ວິທີ
ການທັງຫຼາຍ ຂອງທ່ານ.”

ວິທີການທັງຫຼາຍເຫລົ່ານັ້ນ ອາດຈະສ້າງຄວາມບໍ່ແນ່ນອນຫຼາຍຂຶ້ນ ແລະ ເຮັດໃຫ້ຜົນ
ກຳໄລຂອງພວກຊາວກະສິກອນ ສະຫະລັດ ໜ້ອຍລົງກວ່າເກົ່າ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG