ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຊາວກະສິກອນ ຂອງ ສະຫະລັດ ຢາກໄດ້ຮັບ 'ທຸລະກິດການຊື້ຂາຍ ບໍ່ແມ່ນ ການຊ່ອຍເຫຼືອ'


US Farmers Want 'Trade Not Aid'
please wait

No media source currently available

0:00 0:03:02 0:00

ເຊີນຊົມ ວີດີໂອ

ທົ່ງອັນກວ້າງໃຫຍ່ຂອງຕົ້ນຖົ່ວເຫຼືອງ ທີ່ກຳລັງງອກງາມຂຽວອຸ່ມຊຸ່ມ ຢູ່ໃນຟາມແຫ່ງນຶ່ງ
ຂອງ ທ່ານ ແຟຣດ ກຣີເດີ ໃນລັດອີລລີນອຍ ຈະເປັນສັນຍານຕ້ອນຮັບທີ່ດີທີ່ສຸດ ໃນ
ຫຼາຍໆປີຜ່ານມານີ້.....ອັນເປັນເຄື່ອງບົ່ງບອກເຖິງຄວາມຫວັງ ອັນສົດໃສ ຂອງການເກັບ
ກ່ຽວ ໃນລະດູໃບໄມ້ລົ່ນນີ້.

ແຕ່ອັນນີ້ ຈະບໍ່ເປັນຈັ່ງຊັ້ນເລື້ອຍໆ ໃນແຕ່ລະປີ.

ການເກັບພາສີສິນຄ້າ ແມ່ນໄດ້ເຮັດໃຫ້ພວກທີ່ອາດຈະເປັນລູກຄ້າ ຢູ່ຕ່າງປະເທດ ຫັນ
ໜີໄປ ແລະທ່ານ ກຣີເດີ ກະປະມານວ່າ ທ່ານອາດຈະສູນເສຍປະມານ 100 ໂດລາ
ຕໍ່ນຶ່ງເອກເກີ ເທົ່າກັບ 0,4 ເຮັກຕາ ຖ້າສົງຄາມການຄ້າຍັງມີຢູ່ຕໍ່ໄປ.

ທ່ານໄດ້ບອກ ວີໂອເອ ຈາກຟາມຂອງທ່ານ ຢູ່ນອກເມືອງ Bloomington ຂອງລັດ
ອີລລີນອຍ ວ່າ “ມັນເປັນການບີບຄັ້ນເຮົາ.”

ມັນເປັນການບີບຄັ້ນ ທີີ່ຄະນະລັດຖະບານ ທ່ານ ທຣຳ ໄດ້ຮັບຮູ້ແລ້ວ ຈຶ່ງໄດ້ກະຕຸ້ນໃຫ້
ກະຊວງກະສິກຳ ວາງແຜນຊ່ອຍເຫຼືອ ເປັນເງິນມູນຄ່າ 12 ຕື້ໂດລາ ເພື່ອຊ່ອຍພວກ
ກະສິກອນ ຄື ທ່ານ ກຣີເດີ ນັ້ນ.

ທ່ານ ກຣີເດີ ໄດ້ກ່າວເຖິງ ການຊ່ອຍເຫຼືອຂອງລັດຖະບານ ວ່າ “ຖ້າທ່ານເອົາເງິນ 12 ຕຶ້
ໂດລາ ສົມມຸດວ່າ ມັນຈະໃຊ້ທັງໝົດກັບໝາກຖົ່ວ ເຊິ່ງມັນຈະບໍ່ເປັນຈັ່ງຊັ້ນ ແລະ
ແບ່ງອັນນັ້ນ ໂດຍເນື້ອທີ່ປູກຝັງຂອງພວກເຮົາເປັນເອກເກີ ອັນນັ້ນ ກໍຈະອອກມາ
ເປັນປະມານ 14 ໂດລາຕໍ່ເອກເກີ.”

ທ່ານ ກຣີເດີ ກ່າວວ່າ ການຊ່ອຍເຫຼືອດັ່ງກ່າວ ກໍຍັງຈະບໍ່ສາມາດທົດແທນໄດ້ເລີຍ ກັບ
ການສູນເສຍ 100 ໂດລາ ຕໍ່ນຶ່ງເອກເກີ ທີ່ທ່ານຄາດໝາຍໄວ້.

ນັບຕັ້ງແຕ່ເດືອນພຶດສະພາ ລາຄາຖົ່ວເຫຼືອງກະບຸງນຶ່ງ ໄດ້ຕົກລົງມາເປັນເກືອບ 20
ເປີເຊັນ ນັບຕັ້ງແຕ່ສົງຄາມການຄ້າ ລະຫວ່າງ ສະຫະລັດ ກັບ ຈີນ ໄດ້ມີຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາລາວ

XS
SM
MD
LG