ພວກກະສິກອນໃນພາກຕາເວັນຕົກກາງຂອງສະຫະລັດ ຄວນຈະຕຽມຕົວໃສ່ລະດູການ
ປູກຝັງໃນລະດູໃບໄມ້ປົ່ງນີ້ ແຕ່ແທນທີ່ຈະເປັນເຊັ່ນນັ້ນ, ພວກເຂົາເຈົ້າກັບມາໄດ້ຮັບມື
ກັບໄພນ້ຳຖ້ວມ, ກັບຂີ້ຕົມແລະການມ້ຽນມັດປັດກວາດແທນ. ໃນເດືອນມີນາ, ການລະ
ລາຍຂອງຫິມະ ປະສົມກັບພາຍຸ “ໄຊໂຄລນ ບອມ” ທີ່ພາໃຫ້ນ້ຳຖ້ວມເປັນປະວັດການ
ທົ່ງໄຮ່ທົ່ງນາກວ້າງໃຫຍ່ແລະປະຊາຄົມ ໃນທົ່ວພາກ ຕາເວັນຕົກກາງຂອງສະຫະລັດ.
ກະສິກອນຜູ້ນຶ່ງຈາກລັດນິບຣັສກາ ກ່າວວ່າ ມັນອາດຈະໃຊ້ເວລາເປັນປີໆ ເພື່ອຈະເຮັດ
ໃຫ້ໄຮ່ນາຮົ້ວສວນຂອງລາວກັບຄືນມາເປັນປົກກະຕິ ຊຶ່ງວັນນະສອນ ຈະມີລາຍລະອຽດ
ມາສະເໜີທ່ານ ຈາກນັກຂ່າວຂອງວີໂອເອ Elizabeth Lee ໃນອັນດັບຕໍ່ໄປ.
ທ່ານ ທອມ ກາຍສເລີຣ໌, ກະສິກອນຄົນລຸ້ນທີ 5 ໃນລັດນິບຣັສກາ ກ່າວວ່າ “ຂ້າພະເຈົ້າ
ຍັງງົງຢູ່ ໃນສິ່ງທີ່ສູນເສຍໄປ. ຂ້າພະເຈົ້າວ່າ ຈະຄ່ອຍໆຍອມຮັບກັບສິ່ງທີ່ພວກເຮົາ
ເສຍໄປ. ມັນຈະຕ້ອງໃຊ້ເວລາດົນພໍສົມຄວນ ກ່ອນພວກເຮົາຈະສາມາດເຂົ້າໃຈ
ເຖິງທຸກເລື້ອງຕ່າງໆທັງໝົດ.”
ນີ້ແມ່ນສະພາບການທີ່ຖືກນ້ຳຖ້ວມໄດ້ທຳລາຍ, ສະພາບຫຍຸ້ງໃນທົ່ວທົ່ງໄຮ່ ທົ່ງນາ
ແລະເຮືອນຊານບ້ານຊ່ອງ ທີ່ບໍ່ຢູ່ໃນສະພາບທີ່ສາມາດດຳລົງຊີວິດຢູ່ຕໍ່ໄປໄດ້.
ທ່ານກ່າວວ່າ “ນ້ຳມັນສູງເຖິງຂະໜາດນີ້. ເຮັດໃຫ້ພົມຂາດກະໝຸ່ນໝົດ. ມັນເສົ້າສຸດ
ທີ່ວ່າ ພື້ນຖານຫຼັກຂອງບ້ານ ແມ່ນເສຍຫາຍຫຼາຍ ໃນທາງໃຕ້ຂອງບ້ານນັ້ນ.”
ທ່ານ ກາຍເລີຣ໌ ກ່າວວ່າ ໃນ 10 ນາທີ ນ້ຳກໍຍື່ງຂຶ້ນເຕັມຫ້ອງໃຕ້ດິນຂອງບ້ານ ແລ້ວຍື່ງ
ຂຶ້ນຖ້ວມເຂົ້າໃສ່ບ້ານສວນທີ່ມີອາຍຸມາໄດ້ 134 ປີ ນັ້ນ. ການກະສິກຳແມ່ນເປັນວິຖີຊີວິດ
ຂອງຕະກຸນ ກາຍສເລີຣ໌ ມາໄດ້ 5 ຊົ່ວຄົນແລ້ວ.
ທ່ານ ກາຍເລີຣ໌ ກ່າວເພີ້ມຕື່ມວ່າ “ສະຖານທີ່ນີ້ແມ່ນເຄີຍເປັນບ່ອນຂອງປູ່ທວດ
ຂອງຂ້າພະເຈົ້າ. ເພິ່ນໄດ້ສູນເສຍມັນ ມາດົນນານແລ້ວ ແລະມັນໄດ້ຖືກຂາຍຕໍ່ແລະ
ຂາຍຕໍ່ອີກ 2 ເທື່ອ ແລະສຸດທ້າຍຂ້າພະເຈົ້າກໍຊື້ມັນກັບຄືນມາ ໃນປີ 1982.”
ໄຮ່ໝາກສາລີ, ໝາກຖົ່ວເຫຼືອງ, ຫຍ້າລ້ຽງສັດ ແລະພວກງົວທັງຫລາຍ ສັດລ້ຽງຕ່າງໆ
ຂອງທ່ານ ກາຍສເລີຣ໌. ໃນຊ່ວງທີ່ມີນ້ຳຖ້ວມທີ່ຮ້າຍແຮງທີ່ສຸດ…ທ່ານຈົດຈຳໄດ້ວ່າ
ໄດ້ຊ່ອຍພວກງົວນ້ອຍທັງຫຼາຍ ຂອງເພິ່ນບໍ່ໄດ້ເລີຍ ຊຶ່ງມັນຫາກໍເກີດມາໄດ້ບໍ່ດົນເລີຍ.
ທ່ານ ກາຍສເລີຣ໌ ກ່າວວ່າ “ນ້ຳຕາໄຫຼໝົດຄືນ, ມັນເຮັດໃຫ້ຫົວໃຈແຕກສະຫລາຍ.
ແຕ່ວ່າ ພວກມັນກໍຢູ່ໄດ້. ຂ້າພະເຈົ້າຄິດວ່າ ພວກມັນ ຈະວອດວາຍໝົດ…ບໍ່ສາມາດ
ແມ່ນກະທັງຈະເຂົ້າໄປເຖິງພວກມັນເລີຍ. ນ້ຳນັ້ນແມ່ນສູງປະມານ 1 ແມັດເຄິ່ງ, ຂ້າພະ
ເຈົ້າບໍ່ສາມາດເກືອພວກມັນໄດ້. ງົວນ້ອຍ 2 ໂຕ ແມ່ນໄປແລ້ວ, ມັນໄຫຼໄປຕາມນ້ຳ
ແລະມີງົວສອງໂຕໄດ້ຕາຍໄປ.”
ເພິ່ນເປັນຫ່ວງວ່າ ຄວາມຕຶງຄຽດຈະເຮັດຫຍັງກັບພວກງົວຂອງເພິ່ນທີ່ຍັງເຫຼືອຢູ່ ທີ່ຢືນ
ໃນນ້ຳເຢັນແບບແຊ່ນ້ຳກ້ອນນີ້. ສ່ວນທີ່ດິນຂອງເພິ່ນແລ້ວ ໃນບາງເຂດແມ່ນໄດ້ເອົາດິນ
ຊາຍຈາກແມ່ນ້ຳມາຖົມ ຊຶ່ງເພິ່ນຈະຕ້ອງປັດກວາດ ແລ້ວຂົນຍ້າຍມັນອອກ ຫຼັງຈາກນ້ຳ
ແຫ້ງລົງ ກ່ອນທີ່ເພິ່ນຈະເລີ້ມປູກຝັງຕໍ່ໄປໄດ້, ຊຶ່ງມັນຊ້າໄປແດ່ແລ້ວ ສຳລັບລະດູການ
ປູກຝັງ ໃນຊ່ວງລະດູໃບໄມ້ປົ່ງປີນີ້.
ທ່ານ ກາຍສເລີຣ໌ ກ່າວຕື່ມວ່າ “ຂ້າພະເຈົ້າໄດ້ເຮັດການກະສິກຳມາໄດ້ 43 ປີ ແລ້ວ. ພວກເຮົາຢູ່ໃນທີ່ນີ້ ມາໄດ້ 32 ປີ ນັບຕັ້ງແຕ່ຂ້າພະເຈົ້າໄດ້ແຕ່ງງານກັບນາງ Frances. ບໍ່ເຄີຍປະສົບພົບເຫັນເລື້ອງແບບນີ້ ມາກ່ອນເລີຍ. ແມ່ຂອງຂ້າພະເຈົ້າ ແມ່ນຢູ່ໃນບ້ານຂອງເພິ່ນ ຕະຫຼອດຊີວິດຂອງເພິ່ນ. ເພິ່ນມີອາຍຸ ໄດ້ 90 ປີ ແລ້ວ ແລະເພິ່ນ ກໍບໍ່ເຄີຍເຫັນເລື້ອງແບບນີ້ມາກ່ອນເລີຍ.”
ການທີ່ຈະເຂົ້າໄປເຖິງບ້ານຂອງແມ່ຂອງເພິ່ນນັ້ນ ແມ່ນບໍ່ງ່າຍເລີຍ ຊຶ່ງກໍຢູ່ປະມານ 1 ໄມລ໌
ອອກໄປເທົ່ານັ້ນ. ນ້ຳຖ້ວມຄັ້ງນີ້ ແມ່ນປະຖິ້ມໄວ້ ຊຶ່ງໜ້າດິນແລະດຽວນີ້ກາຍເປັນຂີ້ຕົມ,
ຊຶ່ງເຮັດໃຫ້ທ່ານກາຍສເລີຣ໌ ອາດຍ່າງໄປ ຫຼືບໍ່ ກໍຂັບລົດແທຣັກເຕີຣ໌ ໄປທີ່ນັ້ນ ເພື່ອເກືອງົວ.
ທ່ານ ກາຍສເລີຣ໌ ກ່າວຕື່ມວ່າ “ພວກເຮົາມີຄວາມອົດທົນ ອົດກັ້ນມາໂດຍຕະຫຼອດ
ສະນັ້ນກໍຫວັງວ່າ ພວກເຮົາຈະສາມາດກັບຄືນມາສູ້ຕໍ່ໄດ້, ປູກຝັງອີກຕໍ່ໄປ. ຂ້າພະເຈົ້າ
ແມ່ນກະສິກອນລຸ້ນທີ 5 ແລະກໍຫວັງວ່າ ພວກເຮົາ ຈະສາມາດສືບສານແບບນີ້ຕໍ່ໄປ.
ຂ້າພະເຈົ້າບໍ່ຢາກເລີກລົ້ມ, ບາງຄັ້ງບາງຄາວກໍມີຄວາມຮູ້ສຶກວ່າ ຢາກຈະເຊົາ, ແຕ່ກໍ
ບໍ່ຢາກເຊົາ. ບາງເທື່ອມັນກໍເຮັດໃຫ້ທໍ້ແທ້ໃຈ ທັງຄວາມຮູ້ສຶກແລະຮ່າງກາຍ.”
ລູກຊາຍຄົນສຸດທ້ອງຂອງທ່ານ ກາຍສເລີຣ໌ ຍັງຈະສືບຕໍ່ຕາມຮອຍຂອງເພິ່ນຢູ່. ດ້ວຍການ
ຊ່ອຍເຫຼືອບາງສ່ວນ ແລະອາກາດກໍດີຂຶ້ນ, ທ່ານ ເກສເລີຣ໌ ຈະສາມາດທີ່ຈະສ້າງຊີວິດ
ເພິ່ນຄືນໃໝ່, ແຕ່ເພິ່ນກ່າວວ່າ ມັນຈະໃຊ້ເວລາ 2 ປີ ຫຼື ດົນກວ່ານັ້ນ ທີ່ຈະເຮັດໃຫ້ໄຮ່ນາ
ຂອງເພິ່ນກັບຄືນສະພາບເດີມໄດ້.