ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສາສະໜາຕ່າງໆ ໃນສະຫະລັດ ພວມປະເຊີນກັບໄພຂົ່ມຂູ່ທີ່ເພີ້ມຂຶ້ນ ໃນຊ່ວງລະດູການບຸນວັນພັກ


ແມ່ຍິງຄົນນຶ່ງຍ່າງຜ່ານໂຄມໄຟຢູ່ດ້ານນອກໂບດຂອງຊາວຢິວ ກ່ອນໜ້າການເລີ້ມຕົ້ນບຸນຮານຸກກາ (Hanukkah),ໃນເມືອງ ໄມອາມີ ບິຈ, ລັດຟລໍຣິດາ, ເມື່ອວັນທີ 1 ທັນວາ 2023.
ແມ່ຍິງຄົນນຶ່ງຍ່າງຜ່ານໂຄມໄຟຢູ່ດ້ານນອກໂບດຂອງຊາວຢິວ ກ່ອນໜ້າການເລີ້ມຕົ້ນບຸນຮານຸກກາ (Hanukkah),ໃນເມືອງ ໄມອາມີ ບິຈ, ລັດຟລໍຣິດາ, ເມື່ອວັນທີ 1 ທັນວາ 2023.

ວັດທັງຫຼາຍຂອງຊາວຢິວ, ອິສລາມ ແລະອົງ​ການ​ຈັດ​ຕັ້ງ​ຂອງສາສະໜາອື່ນໆ ກຳລັງໄດ້ຮັບການຊ່ວຍເຫຼືອ ຈາກລັດຖະບານສະຫະລັດ ໃນຂະນະທີ່ ພວກເຂົາເຈົ້າປະເຊີນກັບອາຊະຍາກຳດ້ານຄວາມກຽດຊັງເພີ້ມສູງຂຶ້ນ ພາຍຫລັງຈາກການໂຈມຕີກໍ່ການຮ້າຍຂອງກຸ່ມຮາມາສຕໍ່ອິສຣາແອລ ເມື່ອວັນທີ 7 ຕຸລາ. ນັກຂ່າວດ້ານຄວາມໝັ້ນຄົງແຮງຊາດ ຂອງວີໂອເອ ແຈັບຟ໌ ແຊລດິນ ມີຄຳອະທິບາຍ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂດຍທີ່ວັນພັກຕ່າງໆເຊັ່ນ ຮານຸກກາ ແລະ ຄຣິສມັສ ກຳລັງຍັບໃກ້ເຂົ້າມາເລື້ອຍໆ, ບັນດາເຈົ້າໜ້າທີ່ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ຫຼື DHS ແມ່ນບໍ່ມີຫຍັງທີ່ຈະເບີກບານມ່ວນຊື່ນເລີຍ.

ທ່ານ ອາເລຮານໂດຣ ມາຢອກກາສ ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ເວົ້າວ່າ “ຂ້າພະເຈົ້າ ປາຖະໜາວ່າ ພວກເຮົາທຸກຄົນຈະເຕົ້າໂຮມກັນເພື່ອສະເຫຼີມສະຫຼອງວັນພັກທີ່ໃກ້ຈະມາເຖິງນີ້ ດ້ວຍຫຼາກຫຼາຍສາສະໜາ ຫາກແຕ່ພວກເຮົາໄດ້ເຕົ້າໂຮມກັນກ່ຽວກັບເລື້ອງທີ່ມົວໝອງ ແລະໂສກເສົ້າຫຼາຍກວ່າ.”

ທ່ານອາເລຮານໂດຣ ມາຢອກກາສ ກຳລັງລົມສາຍທາງໂທລະສັບກັບອົງການຈັດຕັ້ງທາງສາສະໜາຕ່າງໆ ແລະໄດ້ຊຸກຍູ້ໃຫ້ພວກເຂົາເຈົ້າ ຍົກລະດັບການຮັກສາຄວາມປອດໄພຂຶ້ນ.

ທ່ານມາຢອກກາສ ເວົ້າວ່າ “ພວກເຮົາແມ່ນຢູ່ໃນສະພາບການຂອງໄພຂົ່ມຂູ່ທີ່ສູງຂຶ້ນໃນປະເທດຂອງພວກເຮົາ.”

ກະຊວງຮັກສາຄວາມປອດໄພພາຍໃນ ໄດ້ອອກຂໍ້ແນະນຳໃໝ່ ໃນວັນພຸດວານນີ້ ເພື່ອໃຫ້ການຊ່ວຍເຫຼືອ ວັດສາສະໜາຕ່າງໆຂອງຊາວຢິວ ວັດອິສລາມ ແລະກຸ່ມສາສະໜາອື່ນໆ ປັບປຸງອຸປະກອນດ້ານຄວາມປອດໄພສຳລັບສະຖານທີ່ຊຸ່ມນຸມ ແລະສິ່ງອຳນວຍຄວາມສະດວກຕ່າງໆຂອງພວກເຂົາເຈົ້າ.

ບັນດາເຈົ້າໜ້າທີ່ຈາກຫຼາກຫຼາຍອົງການ ຍັງໄດ້ເພີ້ມການພົວພັນຫຼາຍຂຶ້ນ ໃນການຫາທາງເພື່ອແບ່ງປັນຂໍ້ມູນສືບລັບກ່ຽວກັບໄພຂົ່ມຂູ່ ທີ່ອາດຈະເກີດຂຶ້ນ ຕື່ມອີກ.

ສ່ວນບັນດາເຈົ້າໜ້າທີ່ດ້ານຄວາມປອດໄພ ກ່າວວ່າ ສະຫະລັດ ຍັງຄົງຕິດພັນໃນສະພາບການຂອງໄພຂົ່ມຂູ່, ໂດຍໄພອັນຕະລາຍທີ່ໃຫຍ່ສຸດ ແມ່ນມາຈາກບຸກຄົນຕ່າງໆ ຫຼື ກຸ່ມຕ່າງໆ ທີ່ນຳໃຊ້ງານບຸນທັງຫຼາຍ ເພື່ອການກະທຳໃນລັກສະນະຮ້ອງທຸກຂອງເຂົາເຈົ້າ.

ອົງການສັນຕິບານກາງ FBI ກ່າວວ່າ ຈຳນວນຂອງກໍລະນີອາຊະຍາກຳດ້ານຄວາມກຽດຊັງ ໄດ້ເພີ້ມສູງຂຶ້ນພາຍໃນປະມານ 60 ເປີເຊັນ ຕະຫຼອດໄລຍະສອງເດືອນຜ່ານມາ ໂດຍສ່ວນໃຫຍ່ເປັນການໂຈມຕີຕໍ່ເປົ້າໝາຍຂອງຊຸມຊົນຊາວຢິວ...ແຕ່ວ່າ ໄຟສັນຍານເຕືອນໄພແມ່ນມີຢູ່ທົ່ວທຸກແຫ່ງ.

ທ່ານຄິຣໂຕເຟີ ເວຣ ຜູ້ອຳນວຍການອົງການ FBI ເວົ້າວ່າ “ອັນນີ້ບໍ່ແມ່ນເວລາສຳລັບຄວາມຕື່ນຕົກໃຈ ແຕ່ມັນແມ່ນເວລາສຳລັບການຕື່ນຕົວໃຫ້ລະມັດລະວັງ.”

ທ່ານເວຣ ຍັງກ່າວອີກວ່າ “ປະຊາຊົນ ບໍ່ຄວນຄິດຢ່າງຜິດພາດວ່າ ພວກເຮົາກຳລັງຢູ່ໃນຊ່ວງເວລາທີ່ອັນຕະລາຍ ຫຼາຍກວ່າທີ່ພວກເຮົາເຄີຍເປັນມາໄລຍະນຶ່ງ.”

ໄຊຈະເລີນສຸກ ວີໂອເອ

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG