ສະຫະລັດໄດ້ເນລະເທດເດັກນ້ອຍ 38 ຄົນ ແລະແມ່ຂອງພວກ
ເຂົາເຈົ້າ ກັບຄືນປະເທດຮອນດູຣາສ ໃນອາທິດນີ້ ຊຶ່ງເປັນເທື່ອ
ທຳອິດໃນອັນທີ່ທາງການສະຫະລັດ ໃຫ້ຄຳສັນຍາວ່າ ຈະເປັນ
ຖ້ຽວບິນປົກກະຕິ ເພື່ອນຳສົ່ງພວກເຂົ້າເມືອງຜິດກົດໝາຍຈາກ
ອາເມຣິກາກາງ ກັບຄືນປະເທດຂອງພວກເຂົາເຈົ້າ.
ແຕ່ສະຫະລັດ ໄດ້ພົບເຫັນຄວາມຫຍຸ້ງຍາກ ນຳຈຳນວນເດັກ
ນ້ອຍທີ່ຫຼັ່ງໄຫຼເຂົ້າມາ ຈຳນວນຫຼາຍໆພັນຄົນ ຊຶ່ງບາງສ່ວນ
ກໍມາພ້ອມກັບແມ່ ແລະບາງສ່ວນມາຕາມລຳພັງ ພວກເຂົາເຈົ້າ
ໄດ້ອອກເດີນທາງເປັນລະຍະໄກ ທີ່ເຕັມໄປດ້ວຍໄພອັນຕະລາຍ
ຈາກ Honduras Guatemala ແລະ El Salvador ເພື່ອຊອກ
ຫາຊີວິດທີ່ດີກວ່າເກົ່າ ຢູ່ໃນສະຫະລັດ. ມີເດັກນ້ອຍທີ່ບໍ່ມີຜູ້ປົກຄອງຕິດຕາມ ປະມານ 9
ໝື່ນຄົນ ອາດສາມາດຖືກຈັບກຸມ ຢູ່ຕາມຊາຍແດນໃນປີນີ້ ຊຶ່ງໄດ້ເພີ້ມຂຶ້ນ 3 ເທົ່າ ຂອງຈຳ
ນວນເມື່ອສອງສາມປີທີ່ຜ່ານມາ.
ວິກິດການຄົນເຂົ້າເມືອງ ຕາມເຂດຊາຍແດນໃນພາກຕາເວັນຕົກສຽງໃຕ້ຂອງສະຫະລັດ
ໂດຍສະເພາະແມ່ນລັດ Texas ຊຶ່ງເປັນເລື່ອງໃໝ່ຂອງປະເທດ ໃນແງ່ຂອງຈຳນວນ ແລະ
ທີ່ມາ ຂອງພວກຄົນເຂົ້າເມືອງ ທີ່ມາຈາກເຂດອາເມຣິກາກາງ ບໍ່ແມ່ນ ປະເທດ Mexico ທີ່
ຢາກເຂົ້າມາຢູ່ໃນສະຫະລັດ.