ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍອາເມຣິກັນຄົນນຶ່ງ ໄດ້ຮັບການຜ່າຕັດ ປ່ຽນໜ້າຕາ ໃໝ່ໝົດ


ນາຍ Richard Norris ທີ່ໄດ້ຮັບການຜ່າຕັດໜ້າຕາໃໝ່ ໃນເມືອງ
Baltimore ລັດ Maryland.ວັນທີ 28 ມີນາ 2012.
ນາຍ Richard Norris ທີ່ໄດ້ຮັບການຜ່າຕັດໜ້າຕາໃໝ່ ໃນເມືອງ Baltimore ລັດ Maryland.ວັນທີ 28 ມີນາ 2012.

ຜູ້​ຊາຍ​ອາ​ເມຣິກັນ​ຄົນ​ນຶ່ງ​ໄດ້​ຜ່ານ​ອັນ​ທີ່​ພວກ​ນາຍ​ແພດ​ຂອງ​ຜູ້ກ່ຽວ​ເວົ້າວ່າການ​ຜ່າຕັດ​ປ່ຽນ
ໜ້າ​ຕາ​ໃໝ່​ຢ່າງ​ຂະໜານ​ໃຫຍ່​ທີ່​ບໍ່​ເຄີຍ​ເຮັດ​ມາ​ກ່ອນ.

ທີ​ມໝໍ​ຜ່າຕັດແລະ​ນາງພະຍາບານ ຈໍານວນ​ຫຼາຍ​ກວ່າ 100 ຄົນ​ ທີ່​ສູນ​ການ​ແພດ​ມະຫາ
ວິທະຍາ​ໄລ​ລັດ Maryland ທີ່​ເມືອງ Baltimore ​ໃຊ້​ເວລາ 36 ຊົ່ວ​ໂມງ ໃນ​ສັບປະດາ​
ແລ້ວ​ນີ້ ​ເພື່ອ​ທໍາ​ການຜ່າຕັດ​ປ່ຽນ​ໜ້າໃໝ່ໃຫ້​ນາຍ Richard Norris ​ໄວ 37 ປີ ຊາວ​
ເມືອງ Baltimore ທີ່​ມີ​ໃບ​ໜ້າ​ຜິດ​ປົກກະຕິຢ່າງ​ໜ້າ​ຢ້ານ​ກົວ ຍ້ອນ​ອຸບັດ​ເຫດຖືກ​ປືນ​ລັ່ນ
ໃສ່ ເມື່ອ 15 ປີຜ່ານມາ.

ຮູບສາມໜ້າຂອງນາຍ Richard Lee Norris (AP Photo/Gail Burton)
ຮູບສາມໜ້າຂອງນາຍ Richard Lee Norris (AP Photo/Gail Burton)

ນາຍ Norris ​ໄດ້​ຮັບ​ໜ້າ​ໃໝ່​ຈາກ
​ຜູ້​ບໍລິຈາກ​ໜ້າ​ຄົນ​ດຽວ​ທີ່​ບໍ່​ບອກຊື່
​ໃຫ້​ຊາບ ທີ່ໄດ້ບໍລິຈາກຫົວ​ໃຈ
ປອດ ຕັບ​ແລະ​ໝາກ​ໄຂ່ຫຼັງ​ໃຫ້​ຄົນ
ເຈັບ​ອື່ນ​ອີກ 5 ຄົນ​ເຊ່ນ​ກັນ​ນັ້ນ.
ລີ້ນ ​ແຂ້ວ ແລະກະ​ດູກປາກ​ຂ້າງ​
ເທິງ​ແລະ​ກະດູກ​ຄາງກະ​ໄຕ​ຂອງ
ນາຍ Norris ກໍໄດ້​ຖືກປ່ຽນ​ເຊ່ນ
ກັນ​ ໃນ​ລະຫວ່າງການຜ່າຕັດ
​ຢ່າງ​ດົນ​ນານ​ນັ້ນ.

ທ່ານໝໍ Eduardo Rodriguez
ທີ່​ເປັນ​ຫົວໜ້າ​ທີ​ມຜ່າຕັດ​ໃນ​ຄັ້ງ​ນີ້
ກ່າວ​ວ່າ ນາຍ Norris ສາມາດ
​ເໜັງ​ຕີງ ​ລີ້ນ ຖູ​ແຂ້ວ​ ແລະ​ແຖ
​ໜວດ​ຂອງ​ລາວໄດ້​ແລ້ວ. ນາຍ
Norris ໄດ້​ພັກ​ອາ​ໄສ​ຢູ່​ຢ່າງ​ໂດດ
ດ່ຽວໃນ​ເຮືອນ​ຂອງ​ພໍ່ແມ່​ຂອງ​ລາວມາ ນັບ​ແຕ່​ເກີດ​ອຸບັດ​ເຫດ ບໍ່​ສູ້​ອອກ​ໄປ​ນອກເຮືອນ
​ແລະ​ເວລາ​ອອກ​ໄປ ກໍ​ຕ້ອງ​ໃສ່​ໜ້າ​ກາກ​ຜ່າຕັດ ປົກ​ຄຸມ​ໜ້າ​ຂອງ​ລາວໄວ້.

ການ​ຜ່າຕັດ​ນີ້ມີ​ຂຶ້ນ​ຫຼັງ​ຈາກ​ການ​ຄົ້ນຄວ້າ​ມາ​ເປັນ​ເວລາ​ນຶ່ງ​ທົດ​ສະ​ວັດທີ່​ໄດ້​ຮັບ​ທຶນ​ຈາກ​
ກອງທັບ​ສະຫະລັດ ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ຊ່ອຍ​ພວກນັກ​ລົບ​ເກົ່າ​ຈາກ​ສົງຄາມ​ອັຟກາ​ນິສ
ຖານ​ແລະອິຣັກ ທີ່​ໄດ້​ຮັບ​ບາດ​ແຜ​ຈາກ​ວັດຖຸ​ລະ​ເບີດ​ຕ່າງໆ​ນັ້ນ.

XS
SM
MD
LG