ເຮືອບິນລົບອາຍພົ່ນຂອງກອງທັບ ສະຫະລັດ ພ້ອມກັບນັກບິນສອງຄົນຖືກຍິງຕົກໃນທະເລແດງ ຊຶ່ງຄາດວ່າເປັນຝີມີຂອງພວກດຽວກັນເອງ ຈາກການເປີດເຜີຍຂອງກອງທັບ ສະຫະລັດ. ຖືເປັນເຫດການທີ່ຄຸກຄາມຊີວິດທະຫານ ອາເມຣິກັນ ຫຼາຍທີ່ສຸດນັບຕັ້ງແຕ່ການຕໍ່ສູ້ກັບກຸ່ມກະບົດ ຮູຕີ ໃນປະເທດ ເຢເມນ ປະທຸຂຶ້ນເມື່ອດົນກວ່ານຶ່ງປີກ່ອນ.
ນັກບິນທັງສອງນັ້ນໄດ້ຮັບການຊ່ວຍເຫຼືອ ຫຼັງຈາກດີດຕົວອອກຈາກເຮືອບິນໄດ້ທັນ ໂດຍຄົນນຶ່ງໄດ້ຮັບບາດເຈັບເລັກນ້ອຍ.
ຂະນະເກີດເຫດ ກອງທັບ ສະຫະລັດ ກຳລັງໂຈມຕີທາງອາກາດໃສ່ກຸ່ມກະບົດ ຮູຕີ ກ່ອນທີ່ຈະຫຼວດທີ່ຍິງຈາກກຳປັ່ນ USS Gettysburg ຊຶ່ງເປັນສ່ວນນຶ່ງຂອງກອງເຮືອບັນທຸກເຮືອບິນ USS Harry S. Truman ຈະຜິດພາດໄປຖືກເຮືອບິນລົບ F/A-18 Super Hornet ລຳດັ່ງກ່າວ ຕາມຖະແຫຼງການຂອງກອງບັນຊາການພາກພື້ນ ເອເຊຍກາງ ແລະ ຕາເວັນອອກກາງຂອງ ສະຫະລັດ.
ເຫດການນີ້ໄດ້ເນັ້ນຢ້ຳເຖິງພາລະກິດສ່ຽງອັນຕະລາຍໃນບໍລິເວນທະເລແດງ ຊຶ່ງກຸ່ມຮູຕີ ຍັງຄົງໂຈມຕີກຳປັ່ນຂົນສົ່ງສິນຄ້າຢ່າງຕໍ່ເນື່ອງ ເຖິງແມ່ນວ່າກອງກຳລັງຂອງ ສະຫະລັດ ແລະ ຢູໂຣບ ຕ່າງກໍຮ່ວມກັນລາດຕະເວນໜ່ານນ້ຳບໍລິເວນນີ້ຢ່າງເຂັ້ມງວດກໍຕາມ.
ເຮືອບິນ ເອເອັຟ 18 ທີ່ຖືກຍິງຕົກນັ້ນປະຈຳການຢູ່ກຳປັ່ນ USS Harry S. Truman ທີ່ເດີນທາງໄປເຖິງເຂດຕາເວັນອອກກາງເມື່ອວັນທີ 15 ທັນວາທີ່ຜ່ານມາ.
ມັນຍັງບໍ່ຊັດເຈນວ່າກຳປັ່ນ USS Gettysburg ໄດ້ມີຄວາມຜິດພາດໃນການຈຳແນກເຮືອບິນ ເອເອັຟ 18 ກັບເຮືອບິນຫຼືຈະຫຼວດຂອງສັດຕູໄດ້ຈັ່ງໃດ ເນື່ອງ ຈາກກຳປັ່ນ ແລະ ເຮືອບິນທຸກລຳຂອງກອງທັບ ສະຫະລັດ ໃນບໍລິເວນນັ້ນລ້ວນແຕ່ເຊື່ອມຕໍ່ກັນດ້ວຍເຣດ້າ ແລະ ການສື່ສານຜ່ານວິທະຍຸ.
ແນວໃດກໍຕາມກອງບັນຊາການສູນກາງໄດ້ລະບຸວ່າ ກ່ອນໜ້ານີ້ກຳປັ່ນ ແລະ ເຮືອບິນລົບຂອງ ສະຫະລັດ ໄດ້ຍິງຈະຫຼວດ ແລະ ໂດຣນຂອງກຸ່ມຮູຕີຕົກຫຼາຍລຳ.
ໃນໄລຍະນຶ່ງສັບປະດາທີ່ຜ່ານມາ ສະຫະລັດ ໄດ້ເພີ່ມການໂຈມຕີທາງອາກາດໃສ່ເປົ້າໝາຍກຸ່ມຮູຕີໃນປະເທດ ເຢເມນ ແລະ ທຳລາຍຈະຫຼວດຫຼາຍລຳທີ່ກຸ່ມນີ້ຍິງມາໃນທະເລແດງ ແລະ ພື້ນທີ່ອ້ອມຮອບ ໃນການຕໍ່ສູ້ທີ່ຕຶງຄຽດທີ່ສຸດຄັ້ງນຶ່ງໃນບໍລິເວນນີ້.
ຟໍຣັມສະແດງຄວາມຄິດເຫັນ