ໄພທຳມະຊາດຮ້າຍແຮງໃນຂະນະທີ່ລະດູລົມພາຍຸເຮີຣິເຄນພວມເພີ່ມທະວີຄວາມຮ້າຍແຮງ
ຂຶ້ນໃນມະຫາສະມຸດອັດລັນຕິກ ແລະໄຟປ່າຍັງສືບຕໍ່ໄໝ້ລາມຢູ່ທີ່ລັດເທັກຊັສນັ້ນ ພວກເຈົ້າ
ໜ້າທີ່ກ່າວວ່າ ສະຫະລັດໄດ້ປະສົບກັບໄພພິບັດທາງດິນຟ້າອາກາດທີ່ສ້າງຄວາມເສຍຫາຍ
ຮ້າຍແຮງໃນຈຳນວນສູງເປັນປະວັດການ ໃນປີ 2011 ນີ້.
ສູນກາງເກັບກຳຂໍ້ມູນ ກ່ຽວກັບດິນຟ້າອາກາດແຫ່ງຊາດຂອງສະຫະລັດ ກ່າວວ່າ ມາຮອດ
ປັດຈຸບັນໃນປີນີ້ ສະຫະລັດໄດ້ປະສົບກັບໄພພິບັດຮ້າຍແຮງ ທີ່ກ່ຽວພັນກັບດິນຟ້າອາກາດ
ມາ 10 ເທື່ອແລ້ວ ຊຶ່ງເປັນຈໍານວນທີ່ທໍາລາຍສະຖິຕິແລະໃນແຕ່ລະເທື່ອນັ້ນ ແມ່ນໄດ້ສ້າງ
ຄວາມເສຍຫາຍທາງດ້ານເສດຖະກິດຫຼາຍກວ່າ 1 ພັນລ້ານໂດລາ.
ສະພາບດິນຟ້າອາກາດທີ່ປັ່ນປ່ວນຮ້າຍແຮງເທື່ອລ່າສຸດແມ່ນລົມເຮີຣິເຄນ Irene ທີ່ໄດ້ພາ
ໃຫ້ເກີດໄພນໍ້າຖ້ວມຢ່າງໜັກ ແລະສາຍໄຟຂາດ ເຮັດໃຫ້ເຮືອນຊານຫຼາຍຮ້ອຍພັນຫຼັງບໍ່ມີ
ໄຟຟ້າໃຊ້ຢູ່ໃນເຂດແຄມຝັ່ງທະເລທາງກໍ້າຕາເວັນອອກຂອງສະຫະລັດ ທີ່ມີປະຊາຊົນອາໄສ
ຢູ່ຢ່າງໜາແໜ້ນໃນເດືອນສິງຫາແລ້ວນີ້.
ຢູ່ໃນເຂດສ່ວນໃຫຍ່ຂອງພາກໃຕ້ ແລະພາກກາງຂ້ອນໄປທາງຕາເວັນຕົກນັ້ນ ກໍໄດ້ປະສົບ
ກັບຄື້ນອາກາດຮ້ອນ ແລະໄພແຫ້ງແລ້ງ ທີ່ໄດ້ສ້າງຄວາມເສຍຫາຍໃນດ້ານກະເສດຕະກຳ
ເປັນມູນຄ່າຫຼາຍກວ່າ 5 ພັນລ້ານໂດລາ ແລະຍັງພາໃຫ້ເກີດໄຟປ່າ ທີ່ຮ້າຍແຮງອີກດ້ວຍ.
ທີ່ລັດເທັກຊັສ ໄຟປ່າໄດ້ທຳລາຍເຮືອນຊານ ຫຼາຍກວ່າ 1000 ຫຼັງແລະໄໝ້ດິນໃນພື້ນທີ່
ຫຼາຍກວ່າ 50 000 ເຮັກຕາ ໃນໄລຍະສອງສາມອາທິດຜ່ານມານີ້.
ສ່ວນຢູ່ໃນເຂດອື່ນໆຂອງສະຫະລັດນັ້ນ ກໍໄດ້ປະສົບກັບລົມພາຍຸຫິມະຂະໜາດໃຫຍ່ ລົມ
ຫົວກຸດ Tornado ແລະໄພນໍ້າຖ້ວມຢ່າງຮ້າຍ ໃນປີ 2011 ນີ້.
ພວກນັກວິທະຍາສາດໃຫ້ເຫດຜົນກ່ຽວກັບການເພີ່ມຂຶ້ນຂອງໄພພິບັດທາງທຳມະຊາດວ່າ ເປັນຍ້ອນໂລກມີສະພາບອາກາດຮ້ອນເອົ້າຂຶ້ນ ໂດຍອະທິບາຍວ່າ ບັນຍາກາດທີ່ອົບອຸ່ນ
ຂຶ້ນນັ້ນແມ່ນມີທ່າທາງທີ່ຈະພາໃຫ້ເກີດພາຍຸທີ່ເປັນອັນຕະລາຍຮ້າຍແຮງ.
ການສຶກສາຂອງສູນກາງເກັບກຳຂໍ້ມູນ ກ່ຽວກັບດິນຟ້າອາກາດແຫ່ງຊາດຂອງສະຫະລັດກະ
ປະມານວ່າກ່ອນລົມເຮຣິເຄນ Irene ພັດເຂົ້າຖະຫຼົ່ມອີກໄພພິບັດໃນປີນີ້ໄດ້ສ້າງຄວາມເສຍ
ຫາຍໃຫ້ແກ່ເສດຖະກິດຂອງສະຫະລັດແລ້ວ 35 ພັນລ້ານໂດລາ.