ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ເປີດສະຖານທູດຄືນໃໝ່ ເປັນບາງແຫ່ງ(ວີດີໂອ)


ສະຖານທູດ ສະຫະລັດ ກໍາລັງເລີ້ມເປີດຄືນໃໝ່ເປັນບາງແຫ່ງ
ສະຖານທູດ ສະຫະລັດ ກໍາລັງເລີ້ມເປີດຄືນໃໝ່ເປັນບາງແຫ່ງ
ສະຫະລັດ ​ກໍາລັງເປີດ ສະຖານທູດ ຂອງ​ຕົນຈຳນວນ​ນຶ່ງ​ຄືນ​ຢູ່​
ໃນ​ຕາ​ເວັນ​ອອກ​ກາງ ​ແລະ​ອາ​ຟຣິກາ​ເໜືອ ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ
​ຂະນະ​ທີ່ ສະຖານ​ທູດ 9 ​ແຫ່ງ​ແລະ​ກົງສຸນ​ຕ່າງ​ໆ​ຢູ່​ໃນ​ຂົງ​ເຂດ ​
ຍັງ​ຖືກ​ປິດ​ຢູ່​ ​ເນື່ອງ​ຈາກ​ກັງວົນດ້ານຄວາມ​ປອດ​ໄພ.

ບັນດາ​ສະຖານທູດ​ຢູ່ກຸງ Bagdad, Kabul, Algier ​ແລະ
Dhakda ​ແມ່ນຢູ່​ໃນ​ຈໍານວນສະຖານ​ທູດ ທີ່ ກະຊວງ​ການ​ຕ່າງ
ປະ​ເທດ ​ໄດ້​ອະນຸຍາດ​ໃຫ້​ເປີດຄືນໃໝ່​ໃນ​ວັນ​ຈັນ​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ ອາ​ເມຣິກັນ ​ໄດ້​ປິດ​ການ​ປະຕິບັດ​ງານ ​ແລະ​ໄດ້​ອອກ​ ຖະແຫລ​ງ​
ເຕືອນຊາວ​ອາ​ເມຣິກັນ ທີ່​ເດີນທາງຢູ່​ທົ່ວ​ໂລກ​ໃນ​ອາທິດ​ແລ້ວ​ນີ້​ ​ໃຫ້​ລະມັດລະວັງ
ຢ່າງ​ເຄັ່ງຄັດ​ຕໍ່​ການ​ໂຈມຕີ​ ຈາກ​ພວກ​ກໍ່​ການ​ຮ້າຍ.

ກະຊວງຕ່າງປະ​ເທດ ກ່າວ​ໃນ​ວັນ​ອາທິດວານ​ນີ້ວ່າ ຕົນ​ໄດ້​ປິດ​ການ​ປະຕິ​ບັດ​ງານ 19 ​ແຫ່ງຈົນ​ຮອດວັນ​ເສົາທີ່​ຜ່ານ​ມາ “​ເພື່ອ​ເປັນ​ການ​ລະມັດລະວັງທົ່ວ​ໄປ” ​ບໍ່​ແມ່ນຍ້ອນ
​ການ​ຂົ່ມຂູ່ໃໝ່​ແຕ່​ຢ່າງໄດ.

ສະຖານປະຕິບັດ​ງານດັ່ງກ່າວ​ມີ​ຮວມ​ທັງ ຢູ່ Amman, Cairo, Sanaa ​ແລະ Tripoli.

us embassies
please wait
Embed

No media source currently available

0:00 0:00:37 0:00
XS
SM
MD
LG