ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດສະແດງຄວາມເປັນຫ່ວງ ກ່ຽວກັບລາຍງານການເຮັດສົງຄາມຮ້າຍ​ແຮງ​ຂຶ້ນ ຢູ່ເອທິໂອເປຍ


ກຳລັງຕິດອາວຸດທິເກຣ (ກາງ) ຄວບຄຸມ ທະຫານລັດບານເອທິໂອເປຍ ແລະສະມາຊິກພັນທະມິດທະຫານບ້ານ ໃນຂະນະທີ່ສວນສະໜາມຜ່ານຖະໜົນຫົນທາງ ໃນນະຄອນຫຼວງເມີເກີລີ ຂອງທິເກຣ.
ກຳລັງຕິດອາວຸດທິເກຣ (ກາງ) ຄວບຄຸມ ທະຫານລັດບານເອທິໂອເປຍ ແລະສະມາຊິກພັນທະມິດທະຫານບ້ານ ໃນຂະນະທີ່ສວນສະໜາມຜ່ານຖະໜົນຫົນທາງ ໃນນະຄອນຫຼວງເມີເກີລີ ຂອງທິເກຣ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໃນວັນຈັນ ວານນີ້ໄດ້ສະ
ແດງ “ຄວາມເປັນຫ່ວງ” ກ່ຽວກັບລາຍງານທີ່ເວົ້າວ່າກຳລັງຂອງ ເອທິໂອເປຍຈາກຂົງເຂດ
ທິເກຣ ໄດ້ບຸກເຂົ້າໄປເຂດແດສຊີ (Dessie) ກົມບອລຈາ (Kombalcha) ຊຶ່ງເປັນສອງ
ເມືອງຢູ່ໃນຂົງເຂດໃກ້ຄຽງ ອໍາຮາຣາ (Amhara.)

ທ່ານບລິງເກັນໄດ້ຂຽນຢູ່ໃນທວິດເຕີວ່າ “ທຸກພັກຝ່າຍທັງໝົດຕ້ອງຢຸດ ເຊົາການປະຕິບັດ
ງານທາງທະຫານ ແລະເລີ້ມການເຈລະຈາຢຸດຍິງນໍາກັນ ໂດຍປາດສະຈາກເງື່ອນໄຂ
ລ່ວງໜ້າໃດໆໝົດ.”

ລັດຖະບານເອທິໂອເປຍ ໄດ້ກ່າວຫາກຳລັງຂອງພວກທິເກຣ ໃນວັນຈັນວານນີ້ວ່າ​ໄດ້ປະ
ຕິບັດງານການສັງຫານ ແລະທຳລາຍຊັບສິນໃນລະດັບກວ້າງໃຫຍ່.

“ພວກກໍ່ການຮ້າຍ ກຸ່ມ​ແນວ​ໂຮມປົດ​ປ່ອຍປະຊາຊົນ ຫລື TPLF ໄດ້ເຂົ້າໄປໃນເມືອງ
ກົມບອລຈາ ໃນຕອນກາງຄືນສັງຫານຊາວໜຸ່ມຫຼາຍກວ່າ 100 ຄົນ” ນັ້ນຄືຄຳເວົ້າຂອງໂຄສົກ
ລັດຖະບານກາງ, ທ່ານ ເລີແຈສຊີ ຕູຕູ (Legesse Tutu) ທີ່ກ່າວຢູ່ໃນຖະແຫຼງສະບັບນຶ່ງ
ທີ່ເຜີຍແຜ່ຢູ່ໃນການຖະແຂງຂ່າວຂອງ ຟານາ (Fana) ຊຶ່ງເປັນອົງການສື່ມວນຂົນຂອງລັດ.

ວີໂອເອບໍ່ສາມາດຢືນຢັນຢ່າງເປັນອິດສະຫຼະໄດ້​ຕໍ່ການກ່າວຫາຂອງລັດຖະບານທີ່​ວ່ານັ້ນ.
ຄຳຮ້ອງຂໍໄດ້ສົ່ງໄປຍັງທ່ານນາງ ບິລແລນ ເຊຢູມ (Billene Seyoum) ໂຄສົກຂອງ
ນາຍົກລັດຖະມົນຕີ ແຕ່ກໍບໍ່ໄດ້ຮັບຄຳຕອບ.

ໃນ​ການກ່າວຕໍ່ອົງການຂ່າວຣອຍເຕີທາງໂທລະສັບທີ່​ສົ່ງຜ່ານດາວທຽມ ໂດຍບໍ່​ເປີດ​ເຜີຍ​
ໃຫ້ຮູ້ສະຖານທີ່ນັ້ນ ໂຄສົກຂອງ TPLF, ທ່ານ ເກຕາຈູ ຣີດາ (Getachew Reda) ໄດ້ປະ
ຕິເສດການກ່າວຫາຂອງລັດຖະບານວ່າ ພົນລະເຮືອນໄດ້ຖືກຂ້າຕາຍ. ທ່ານກ່າວວ່າກຳ
ລັງທິເກຣ “ບໍ່ຈຳເປັນຕ້ອງໄດ້ສັງຫານຊາວໜຸ່ມ” ແລະວ່າບໍ່ໄດ້ມີການຕ້ານຢັນໃດໆຢູ່
ເມືອງ ກົມບອລຈາ.”

ນາຍພົນ ຊາດການ ເກກຣີເທັນເຊ (Gen. Tsadkan Gegretensae) ສະມາຊິກຄົນນຶ່ງ
ຂອງກອງບັນຊາການສູນກາງຂອງກຳລັງທະຫານ ທິເກຣ ກ່າວໃນວັນຈັນວານນີ້ວ່າ ລັດ
ຖະບານບໍ່ໃຫ້ທາງເລືອກແກ່ ທິເກຣ ມີແຕ່ໄດ້ຕໍ່ສູ້ເທົ່ານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG