ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ສຳ​ຫຼວດ​ເບິ່ງ ການ​ເປີດ​ກົງ​ສຸນ​ຄືນ ຢູ່​ອັ​ຟ​ກາ​ນິ​ສ​ຖານ ໂດຍ​​ບໍ່​ຮັບ​ຮູ້ ​ກ​ານ​ປົກ​ຄອງ​ຂອງ​ຕາ​ລີ​ບານ


ແຟ້ມ - ທະ​ຫານ​ຈາກ​ກຸ່ມ​ຟາ​ເຕ້ ຂອງ​ຕາ​ລີ​ບານ ຊຶ່ງ​ເປັນ​ກຳ​ລັງ​ພິ​ເສດ ຢືນ​ຍາມ​ຢູ່​ຕໍ່​ໜ້າ​ສະ​ຖານ​ທູດ​ສະ​ຫະ​ລັດ ໃນ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ໃນ​ເວ​ລານີ້ ມີ​ການ​ແຕ້ມ​ຮູບ​ທຸງ​ຊາດ​ຕາ​ລີ​ບານ ຢູ່ນອກ​ກຳ​ແພງ​ຊີ​ມັງ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ວັນ​ທີ 8 ກັນ​ຍາ 2021.
ແຟ້ມ - ທະ​ຫານ​ຈາກ​ກຸ່ມ​ຟາ​ເຕ້ ຂອງ​ຕາ​ລີ​ບານ ຊຶ່ງ​ເປັນ​ກຳ​ລັງ​ພິ​ເສດ ຢືນ​ຍາມ​ຢູ່​ຕໍ່​ໜ້າ​ສະ​ຖານ​ທູດ​ສະ​ຫະ​ລັດ ໃນ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ໃນ​ເວ​ລານີ້ ມີ​ການ​ແຕ້ມ​ຮູບ​ທຸງ​ຊາດ​ຕາ​ລີ​ບານ ຢູ່ນອກ​ກຳ​ແພງ​ຊີ​ມັງ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ວັນ​ທີ 8 ກັນ​ຍາ 2021.

ສະ​ຫະ​ລັດ​ພວມ​ສຳ​ຫຼວດ​ຢ່າງ​ລະ​ມັດ​ລະ​ວັງ​ ເບິ່ງ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່​ອາດ​ຈະ​ເປີດ​ສະ​ຖານ​ກົງ​ສຸນ​ຂອງ​ຕົນ​ຄືນ​ໃໝ່ ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ​ທີ່​ຄວບ​ຄຸມ​ໂດຍ​ກຸ່ມ​ຕາ​ລີ​ບານ ອີງ​ຕາມ​ເອກ​ກະ​ສານ​ຍຸດ​ທະ​ສາດ ​ທີ່​ຫາ​ກໍ​ມີ​ການ​ເປີດ​ເຜີຍ ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ແມ່ນ​ເປັນ​ການ​ໃຫ້​ສັນ​ຍານ ​ເຖິງ​ການ​ປ່ຽນ​ແປງ​ໃນ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດໄປ​ສູ່​ການ​ພົວ​ພັນ​ແບບ​ຈຳ​ກັດກັບ​ອຳ​ນາດ​ການ​ປົກ​ຄອງ​ທີ່​ຖືກ​ໂດດ​ດ່ຽວ ໃນ​ຂະ​ນະ​ທີ່​ແນ​ໃສ່​ ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ ​ທາງ​ດ້ານ​ຄວາ​ໝັ້ນ​ຄົງ ການ​ເມືອງ​ແລະ​ເສດ​ຖະ​ກິດ ຫຼາຍ​ຢ່າງ.

“ກັບ​ກຸ່ມ​ຕາ​ລີ​ບານ ພວກ​ເຮົາ​ສະ​ໜັບ​ສະ​ໜຸນ ​ໃຫ້​ມີ​ການ​ເຂົ້າ​ເຖິງກົງ​ສຸນ ແບບ​ທີ່​ມີ ຄວາມ​ໂປ່ງ​ໃສ ແລະ​ຄວາມ​ຮັບ​ຜິດ​ຊອບ ສຳ​ລັບ​ຊາວ​ອາ​ເມ​ຣິ​ກັນ ພວກ​ເຮົາ​ຍັງ​ສະ​ໜັບ​ສະ​ໜຸນ​ຕໍ່ວຽກ​ງານ ​ຂອງ​ທູດ​ພິ​ເສດ​ປະ​ທາ​ນາ​ທິ​ບໍ​ດີ ກ່ຽວ​ກັບ​ກິດ​ຈະ​ກຳ​ໂຕ​ປະ​ກັນ ເພື່ອ​ໃຫ້​ມີ​ການ​ປ່ອຍ​ໂຕ​ຊາວ​ອາ​ເມ​ຣິ​ກັນ ທີ່​ຖືກ​ຈັບ​ກຸມ​ຄຸມ​ຂັງ​ແບບ​ບໍ່​ເປັນ​ທຳ” ນັ້ນ​ແມ່ນ​ຄຳ​ເວົ້າ​ ທີ່ຫາ​ກໍ​ໄດ້​ຮັບ​ການ​ອະ​ນຸ​ມັດ ຢູ່​ໃນ​ຍຸດ​ທະ​ສາດ​ຮ່ວມ ​ສຳ​ລັບ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ເດືອນ​ຕຸ​ລາ​ປີ 2023.

ໃນ​ການ​ແຕກ​ຂອງ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ເດືອນ​ສິງ​ຫາ​ປີ 2021 ສະ​ຫະ​ລັດ​ໄດ້​ປິດ​ສະ​ຖານ​ທູດ​ຂອງ​ຕົນ​ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ຊຶ່ງ​ເປັນ​ຂີດ​ໝາຍ​ຂອງ​ການ​ສິ້ນ​ສຸດ​ລົງ​ໃນ​ການ​ພົວ​ພັນ​ທາງ​ດ້ານ​ທະ​ຫານ ​ແລະ​ການ​ເມືອງກັບ​ອັ​ຟ​ກາ​ນິ​ສ​ຖານ.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG